ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລວ່າ ນາໆຊາດໃກ້ ຈະທໍາການເຄື່ອນໄຫວທາງ ທະຫານຕໍ່ໂຄງການ ນີວເຄລຍຂອງອີຣ່ານ


ທ່ານ Shimon Peres ປະທານາທິບໍດີອິສຣາແອລ.
ທ່ານ Shimon Peres ປະທານາທິບໍດີອິສຣາແອລ.

ປະທານາທິບໍດີ Shimon Peres ແຫ່ງອິສຣາແອລ ກ່າວວ່າ ປະຊາຄົມນາໆຊາດ
ໃກ້ຈະເລືອກເອົາການເຄື່ອນໄຫວທາງທະຫານ ເພື່ອຮັບມືກັບໂຄງການນີວເຄລຍ
ຂອງອີຣ່ານ ແທນທີ່ຈະຊອກຫາທາງແກ້ໄຂທາງການທູດຕໍ່ການຂົ່ມຂູ່ຂອງອິຣ່ານ.

ທ່ານ Peres ກ່າວເຊ່ນນີ້ຕໍ່ຕາໜ່າງໂທລະພາບຊ່ອງ 2 ຂອງອິສຣາແອລໃນວັນ
ສຸກວານນີ້ວ່າ ພວກຜູ້ນໍາຂອງໂລກຕ້ອງປະຕິບັດຕາມຄໍາໝັ້ນສັນຍາຂອງຕົນເພື່ອຢຸດ
ອີຣ່ານໃນການຂົ່ມຂູ່ນີ້.

ໃນວັນພະຫັດມື້ກ່ອນນີ້ ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດກ່າວວ່າ
ໂຄງການນີວເຄລຍຂອງອີຣ່ານສືບຕໍ່ເປັນໄພຂົ່ມຂູ່ຢູ່ຕໍ່ໄປ ແລະຮຽກຮ້ອງໃຫ້ນາໆ
ຊາດທໍາຄວາມກົດດັນຕໍ່ອີຣ່ານທີ່ບໍ່ເຄີມມີມາກ່ອນຕໍ່ລັດຖະບານກຸງເຕຫະຣ່ານເພື່ອ
ໃຫ້ປະຕິບັດຕາມພັນທະນີວເຄລຍຂອງຕົນ.

ອົງການກວດກາພະລັງປະລະມະນູສາກົນ ຫລື IAEA ກໍານົດຈະເປີດເຜີຍລາຍງານ
ຂອງຕົນສະບັບນຶ່ງກ່ຽວກັບໂຄງການນີວເຄລຍຂອງອີຣ່ານໃນສັບປະດາໜ້າ.

ພວກປະເທດມະຫາອໍານາດໃນພາກຕາເວັນຕົກສົງໄສວ່າກຸງເຕຫະຣ່ານພວມພັດທະ
ນາອາວຸດນີວເຄລຍແລະໄດ້ປະກາດລົງໂທດໃນຄວາມພະຍາຍາມເພື່ອສະກັດກັ້ນໂຄງ
ການນີວເຄລຍຂອງອີຣ່ານນີ້.

ອີຣ່ານຊຶ່ງຄັດຄ້ານຕໍ່ການມີປະເທດອິສຣາແອລໃນໂລກນັ້ນ ກ່າວວ່າ ຕົນຫລອມທາດ
ຢູເຣນຽມ ແມ່ນເພື່ອໃຊ້ໃນເຕົາແຍດນີວເຄລຍເພື່ອປັ່ນກະແສໄຟຟ້າເທົ່ານັ້ນ.

XS
SM
MD
LG