ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ​ ຍິງສະກັດກັ້ນ ແລະ​ທຳລາຍຈະ​ຫຼວດ ທີ່​ຍິງ​ມາ​ຈາກ​ ອີ​ຈິບ​


Iron Dome ລະບົບຈະ​ຫຼວດ ປ້ອງກັນຂອງ ອິສຣາແອລ
Iron Dome ລະບົບຈະ​ຫຼວດ ປ້ອງກັນຂອງ ອິສຣາແອລ
ອິສຣາແອລ​ໄດ້​ຍິງ​ຈະ​ຫຼວດລູກ​ນຶ່ງຕົກ ທີ່​ຍິງ​ມາ​ຈາກ​ອີ​ຈິບ​ໄປ​ໃສ່
ເມືອງ Eilat ​ໃນເຂດທະ​ເລ​ແດງນັ້ນ ​ຕົກ​ໃນ​ວັນ​ອັງຄານ​ມື້​ນີ້ ຄື​ບໍ່
​ເທົ່າ​ໃດ​ມື້ ຫລັງ​ຈາກທີ່ພວກ​ຫົວຕໍ່ສູ້ຮຸນ​ແຮງ​ໄດ້​ຖິ້ມ​ໂທດ​ ໃສ່ອິສຣາ
ແອລ ສໍາລັບການໂຈມ​ຕີ​ທາງ​ອາກາດ​ຂອງທີ່​ໄດ້​ສັງຫານ​ພວກ​ຫົວ
​ຕໍ່ສູ້ 4 ຄົນ ​ຢູ່ແຫຼມ ​ໄຊ​ນາ​ຍ.

ກອງ​ທັບ​ຂອງອິສຣາແອລ​ກ່າວ​ວ່າ ຕົນໄດ້​ສະກັດ​ກັ້ນຈະ​ຫຼວດລູກ​ນັ້ນ
​ໃນ​ເຊົ້າ​ວັນ​ອັງຄານມື້ນີ້ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ວ່າ ຈະ​ຫຼວດ
ລູກ​ນັ້ນຍິງ​ມາ​ຈາກໃສ​ແທ້ ​ແລະ​ວ່າ ບໍ່​ມີ​ຜູ້​ໃດ​ໄດ້ຮັບ​ບາດ​ເຈັບຈາກ
ເຫດການ​ຄັ້ງ​ນີ້.

​ພວກ​ອິສລາມ​ຫົວຕໍ່ສູ້​ກຸ່ມ​ນຶ່ງ​ກ່າວ​ວ່າ​ ຕົນ​ໄດ້​ຍິງຈະ​ຫຼວດລູກ​ນັ້ນ​ ໃນ​ການຕອບ​ໂຕ້ຕໍ່​ອັນ​ທີ່​ຕົນ
​ເອີ້ນ​ວ່າ ການໂຈມ​ຕີ​ຂ້າມຊາຍ​ແດນ ມາຈາກອິສຣາແອລ ​ໃນ​ວັນ​ສຸກ​ແລ້ວ​ນີ້.

ອິສຣາແອລ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫາ​ດັ່ງກ່າວ ​ໃນ​ຂະນະ​ທີ່​ທາງ​ອີ​ຈິບ​ກ່າວ​ວ່າ ກອງ​ກໍາລັງ​
ຂອງ​ຕົນ​ເປັນ​ຜູ້ຍິງລູກ​ສອນ​ໄຟ​ລູກ​ນຶ່ງ ​ໄປ​ໃສ່ພວກ​ຫົວ​ຮຸນ​ແຮງນັ້ນ.

​ເຂດພາກ​ເໜືອ ຂອງແຫຼມ​ໄຊ​ນາ​ຍ ​ແມ່ນໄດ້ເຫັນການ​ເພີ້​ມທະວີ​ຂຶ້ນ​ໃນ​ກິດຈະ​ກໍາ​ຂອງ​ພວກກຸ່ມ
ຕໍ່ສູ້​ຫົວ​ຮຸນ​ແຮງ ນັບ​ຕັ້ງ​ແຕ່ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ອີ​ຈິ​ບ​ໃນ​ປີ 2011 ທີ່ໄດ້​ບີບໃຫ້​ອະດີດ​
ປະທານາທິບໍດີ Hosni Mubarak ອອກຈາກ​ອໍານາດ ​ຊຶ່ງ​ຕິດຕາມ​ມາ​ດ້ວຍ ການ​ໂຄ່ນ​ລົ້ມ​
ປະທານາທິບໍດີ Mohamed Morsi ​ໃນ​ເດືອນ​ແລ້ວ​ນີ້.
XS
SM
MD
LG