ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ຈັດ​ການ​ເລືອກ​ຕັ້ງ ຄັ້ງ​ທີ​ສາມ ​ໃນນຶ່ງ​ປີ


ຮູບ​ຂອງ​ທ່ານ ເບັນ​ນີ ແກ້ນ​ສ໌ ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຕິດ​ຢູ່​ຂົວໃນ​ເມືອງ ຣາ​ມັດ ແກນ, ອິ​ສ​ຣາ​ແອ​ລ. 18 ກຸມ​ພາ, 2020.
ຮູບ​ຂອງ​ທ່ານ ເບັນ​ນີ ແກ້ນ​ສ໌ ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຕິດ​ຢູ່​ຂົວໃນ​ເມືອງ ຣາ​ມັດ ແກນ, ອິ​ສ​ຣາ​ແອ​ລ. 18 ກຸມ​ພາ, 2020.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ປະ​ເທດ ອິ​ສ​ຣາ​ແອ​ລ ໄດ້​ທຳ​ການ​ປ່ອນ​ບັດ​ໃນ​ວັນ​ຈັນ​ມື້ນີ້ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ທີ​ສາມ​ຂອງ​ປະ​ເທດ ໃນ​ຮອບ 12 ເດືອນ​ທີ່​ຜ່ານ​ມາ.

ເຂົາ​ເຈົ້າ​ກຳ​ລັງ​ຕັດ​ສິນ​ວ່າ​ຈະ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ໃໝ່ ຫຼື ຫັນ​ຫາ​ທິດ​ທາງ​ອື່ນກັບ​ອະ​ດີດ​ຫົວ​ໜ້າ​ກອງ​ທັບ​ທ່ານ ເບັນ​ນີ ແກ້ນ​ສ໌.

ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ບໍ່​ມີ​ພັກ​ການ​ເມືອງ​ຂອງ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ໃດ​ ຈະ​ໄດ້​ການ​ສະ​ໜັບ​ສະ​ໜູນ​ພຽງ​ພໍ ເພື່ອ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂຶ້ນ.

ນັ້ນ​ແມ່ນ​ກໍ​ລະ​ນີ​ໃນ​ການ​ເລືອກ​ຕັ້ງ​ສອງ​ຄັ້ງ​ທີ່​ຜ່ານ​ມາ, ຫຼັງ​ຈາກ​ບໍ່​ມີ​ຂໍ້​ແກ້​ໄຂ​ໃນ​ການ​ເຈ​ລະ​ຈາກຫຼາຍອ​າ​ທິດ.

ທ່ານ ເນ​ຕັນ​ຢາ​ຮູ ຍັງ​ຄົງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ​ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ຊໍ້​າ​ຄືນ​ນີ້. ກາ​ນ​ເລືອກ​ຕັ້ງ​ຄັ້ງຫຼ້າ​ສຸດ ໄດ້​ມີ​ຂຶ້ນ​ສອງ​ອາ​ທິດ ກ່ອນ​ທີ່​ທ່ານ​ມີ​ກຳ​ນົດ​ຖືກ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ກ່າ​ວ​ຫາ ກ່ຽວ​ກັບ ການ​ຮັບ​ເງິນ​ສິນ​ບົນ, ສໍ້​ໂກງ ແລະ ການ​ຝ່າ​ຝືນ​ຄວາມ​ໄວ້​ວາງ​ໃຈ.

ທ່ານ ແກ້ນ​ສ໌ ໄດ້​ກ່າວ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ວ່າ ທ່ານ ເນ​ຕັນ​ຢາ​ຮູ ແມ່ນ​ຖືກ​ຫຸ້ມ​ລ້ອມ​ໂດຍ​ຂ່າວນອງ​ນັນ, ໃນ​ຂະ​ນະ​ທີ່​ທ່ານ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ວ່າ ທ່ານ​ມີ​ຄວາມ​ເໝາະ​ສົມ​ທີ່​ສຸດ ​ທີ່​ຈະ​ນຳ​ພາ​ປະ​ເທດ​ຊາດ​ໃນ​ເວ​ລານີ້.

ເມື່ອ​ຜົນ​ການ​ເລືອກ​ຕັ້ງ​ອອກ​ມາ, ປ​ະ​ທາ​ນາ​ທິ​ບໍ​ດີ ຣູ​ເປັນ ຣິ​ວ​ລິນ ຈະ​ເລືອກຜູ້​ລົງ​ແຂ່ງ​ຂັນ​ທີ່​ທ່ານ​ຄິດ​ວ່າ ມີ​ໂອ​ກາດ​ສູງ​ສຸດ​ເພື່ອ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ ແລະ ໃຫ້​ເວ​ລາ​ເຂົາ​ເຈົ້າ​ຫົກ​ອາ​ທິດ​ເພື່ອ​ດຳ​ເນີນ​ການ. ຖ້າ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ນັ້ນ​ບໍ່​ສາ​ມາດ​ເຮັດ​ໄດ້, ອີກ​ຄົນ​ນຶ່ງ​ກໍ​ຈະ​ໄດ້​ຮັບ 28 ວັນ​ເພື່ອ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ມາ​ເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG