ປະທານາທິບໍດີ ອິສຣາແອລ ທ່ານ Shimon Peres ກ່າວວ່າ
ອະດີດນາຍົກລັດຖະ ມົນຕີ Ariel Sharon ບໍ່ເຄີຍຢຸດພັກຜ່ອນ
ເລີຍ ໃນການເຮັດວຽກເພື່ອປະຊາຊົນຂອງປະເທດຂອງທ່ານ
ນັ້ນ ຊຶ່ງທ່ານ Peres ໄດ້ກ່າວເຊັ່ນນັ້ນ ໃນຂະນະທີ່ອິສຣາແອລ
ໃຫ້ກຽດແກ່ມື້ລາງຜູ້ນຳ ທີ່ໄດ້ເຖິງແກ່ອະສັນຍະກຳໄປໃນວັນ
ເສົາແລ້ວນີ້ ຮວມອາຍຸໄດ້ 85 ປີ.
ທ່ານ Peres ກ່າວໃນລະຫວ່າງພິທີໄວ້ອາໄລແຫ່ງຊາດໃນ
ວັນຈັນມື້ນີ້ ວ່າທ່ານ Sharon ໄດ້ຕື່ມບົດຕອນທີ່ຫລົງລືມບໍ່ໄດ້
ໃສ່ປະຫວັດສາດຂອງອິສຣາແອລ.
ສ່ວນທ່ານ Benjamin Natanyahu ນາຍົກລັດຖະມົນຕີຄົນປັດຈຸບັນຂອງອິສຣາແອລ
ກ່າວວ່າ ທ່ານບໍ່ໄດ້ເຫັນດີນຳທ່ານSharon ສະເໝີໄປ ແຕ່ທ່ານໄດ້ກ່າວເນັ້ນໜັກເຖິງ
ຄວາມໝາຍໝັ້ນຂອງທ່ານ Sharon ຕໍ່ຄວາມໝັ້ນຄົງປອດໄພຂອງອິສຣາແອລນັ້ນ.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ທີ່ໄປຮ່ວມໃນພິທີ ກໍໄດ້ກ່າວຍ້ອງຍໍ
ບົດບາດຂອງທ່ານ Sharon ວ່າເປັນຜູ້ນຳພາກໍ່ຕັ້ງອິສຣາແອລຄົນນຶ່ງ ຊຶ່ງຫຼັກການໃນ
ການນຳພາຂອງທ່ານ ໄດ້ແມ່ນການຢູ່ລອດຂອງປະເທດແລະປະຊາຊົນຊາວຢີວ. ທ່ານ
Biden ຍັງໃຫ້ຂໍ້ສັງເກດເຖິງພຶດຕິກຳຕ່າງໆຂອງອະດີດນາຍົກລັດຖະມົນຕີ ທີ່ໄດ້ພາໃຫ້
ທ່ານຕົກເປັນບັນຫາໂຕ້ແຍ້ງ ແລະຖືກຕ້ອງຕິນໍາຳນັ້ນ.
ບັນດາເຈົ້າໜ້າທີ່ຈາກອັງກິດ ຣັດເຊຍ ເຢຍຣະມັນ ສະເປນ ການາດາແລະສາທາລະນະ
ລັດເຊັກ ກໍໄດ້ໄປຮ່ວມໃນພິທີໃນວັນຈັນມື້ນີ້ ເຊັ່ນກັນ.
ທ່ານ Sharon ເຄີຍຮັບໃຊ້ເປັນນາຍົກລັດຖະມົນຕີຂອງອິສຣາແອລຕັ້ງແຕ່ປີ 2001 ມາ
ຮອດປີ 2006 ເວລາທ່ານເປັນລົມສາລະບາດ ທີ່ເຮັດໃຫ້ທ່ານຕົກຢູ່ໃນສະພາບໂຄມ່າ
ບໍ່ຮູ້ເມື່ອຄີງຫຍັງຈົນຮອດວັນສິ້ນຊີວິດຂອງທ່ານ.
ທ່ານກຳລັງຖືກນຳໄປຝັງ ໃນພິທີສົ່ງສະການແບບເປັນການສ່ວນຕົວ ຢູ່ທີ່ຟາມຂອງທ່ານ
ໃນເຂດທະເລຊາຍ Negev ໃນພາກໃຕ້ຂອງອິສຣາແອລ.
ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດ ແລະພວກຜູ້ນຳອື່ນໆອີກຂອງໂລກ ໄດ້
ສົ່ງສານສະແດງຄວາມໂສກເສົ້າເສຍໃຈໄປຍັງອິສຣາແອລແລະຄອບຄົວຂອງທ່ານ Sha
ron ແຕ່ພວກປາແລສຕາຍ ທີ່ຖືວ່າອະດີດນາຍົກລັດຖະມົນຕີອິສຣາແອລທ່ານນີ້ ເປັນສັດ
ຕູທີ່ຂົມຂື່ນຂອງເຂົາເຈົ້ານັ້ນ ພາກັນສະແດງຄວາມດີອົກດີໃຈທີ່ໄດ້ຍິນຂ່າວການເສຍຊີວິດ
ຂອງທ່ານ.