ບັນດາສົບຂອງຜູ້ທີ່ໄດ້ຮັບເຄາະຊາວຢິວ 4 ຄົນ ຈາກການໂຈມຕີ
ທີ່ນະຄອນຫຼວງປາຣີ ໃນອາທິດແລ້ວນີ້ ແມ່ນໄປເຖິງ Israel ແລ້ວ
ໃນປະຈຸບັນນີ້ ເພື່ອປະກອບພິທີຊາປະນະກິດສົບຮ່ວມຢ່າງ
ເປັນທາງການໃນວັນອັງຄານມື້ນີ້.
ສົບຂອງພວກເຄາະຮ້າຍ ຊຶ່ງທັງໝົດໄດ້ຖືກສັງຫານໃນການໂຈມຕີ
ທີ່ຮ້ານຂາຍອາຫານການກິນຂອງຊາວຢິວ ໃນວັນສຸກແລ້ວນີ້
ໄດ້ໄປເຖິງ ສະໜາມບິນນາໆຊາດ Ben Gurion ໃນວັນອັງຄານ
ມື້ນີ້ ແລະກໍຈະໄດ້ທຳການຝັງໃນ Israel. ນາຍົກລັດຖະມົນຕີ
ທ່ານ Benjamin Netanyahu ແມ່ນເຂົ້າຮ່ວມໃນພິທີຊາປະນະ
ກິດສົບ ພ້ອມກັບຜູ້ນຳຄົນສຳຄັນໆຂອງປະເທດ ຫຼາຍໆທ່ານນຳ.
ທ່ານ Netanyahu ໄດ້ກໍ່ໃຫ້ເກີດຂ່າວນອງນັນ ທີ່ຝຣັ່ງ ໃນວັນອາທິດຄັ້ງນີ້ ບ່ອນທີ່ທ່ານໄດ້ຮຽກ ຮ້ອງໃຫ້ຊາວຢິວຝຣັ່ງ ອົບພະຍົບໄປຢູ່ອິສຣາແອລ ເພື່ອຫຼີກເວັ້ນໃນອັນທີ່ທ່ານເອີ້ນວ່າ ຄື້ນຟອງຂອງການຕໍ່ຕ້ານຊາວຢິວທີ່ພວມເພີ້ມທະວີຂຶ້ນ.
ໃນນະຄອນຫຼວງປາຣີ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ເຂົ້າຮ່ວມພິທີຊາປະນະກິດສົບເພື່ອມອບຫຼຽນໄຊກຽດຕິຍົດແຫ່ງຊາດ ທີ່ຖືວ່າເປັນກຽດສູງສົ່ງຫຼັງຈາກສິ້ນຊີວິດໄປແລ້ວ ໃຫ້ແກ່ ຕຳຫຼວດ 3 ທ່ານ ທີ່ໄດ້ຖືກສັງຫານໃນການໂຈມຕີຄັ້ງນີ້.
ໃນຂະນະດຽວກັນນັ້ນ ຜູ້ພິມວາລະສານຝຣັ່ງຕະຫລົກສຽດສີສັງຄົມ Charlie Hebdo ທີ່ໄດ້ເປັນເປົ້າໝາຍຂອງການກໍ່ການຮ້າຍໃນວັນພຸດແລ້ວນີ້ ກ່າວວ່າ ພະສາດສະດາ Muham-
mad ຈະຂຶ້ນເປັນໜ້າປົກຂອງວາລະສານໃນສະບັບໜ້າ ທີ່ຈະອອກມາໃນວັນພຸດມື້ອື່ນ.
ໃນການອອກຖະແຫຼງຂ່າວຕໍ່ສື່ມວນຊົນໃນສັບປະດານີ້ ໜ້າປົກຂອງວາລະສານແມ່ນເປັນຮູບຂອງພະສາດສະດາ Muhammad ຖືປ້າຍ ທີ່ມີຂໍ້ຄວາມວ່າ “I Am Charlie” ແລະປະທັບຢູ່ກ້ອງຫົວຂໍ້ ທີ່ຂຽນວ່າ “ທັງໝົດນັ້ນແມ່ນອະໂຫສິໃຫ້ແລ້ວ.” ບັນດາຜູ້ພິມວາລະສານ ສະບັບ
ທຳອິດຫຼັງຈາກໄດ້ມີການໂຈມຕີກໍ່ການຮ້າຍນັ້ນ ກ່າວວ່າ ຕົນມີແຜນການທີ່ຈະພິມອອກເຜີຍແຜ່ ຢ່າງນ້ອຍ 3 ລ້ານສະບັບ. ວາລະສານ Charlie Hebdo ຕາມປົກກະຕິແລ້ວ ແມ່ນພິມປະມານ 60 ພັນ ສະບັບເທົ່ານັ້ນ ໃນແຕ່ລະອາທິດ.
ສອງອ້າຍນ້ອງຫົວຮຸນແຮງຈັດ ທ້າວ Cherif ແລະ ທ້າວ Said Kouachi ໄດ້ສັງຫານ ຜູ້ຄົນ 12 ຄົນ ໃນສຳນັກງານວາລະສານດັ່ງກ່າວໃນສັບປະດາແລ້ວນີ້. ວາລະສານ Charlie Hebdo ແມ່ນຮູ້ກັນໃນນາມເປັນວາລະສານກາຕູນ ທີ່ແຕ້ມເຍາະເຍີ້ຍຊວນຫົວກ່ຽວກັບ
ສາສະໜາອິສລາມແລະສາສະໜາອື່ນໆ ບຸກຄົນທີ່ສຳຄັນໆນຳອີກ.
ຕຳຫຼວດຝຣັ່ງ ໄດ້ໂຈມຕີແລະສັງຫານອ້າຍນ້ອງທັງສອງ ໃນວັນສຸກແລ້ວນີ້ ຊຶ່ງເປັນມື້ດຽວກັນ
ກັບນັກຕໍ່ສູ້ຫົວຮຸນແຮງອິສລາມອີກຄົນນຶ່ງ ທ້າວ Amedy Coulibaly ໄດ້ສັງຫານຊາວຢິວ 4 ຄົນ ໃນຕະຫຼາດຂາຍອາຫານການກິນແບບຢິວ ທີ່ເອີ້ນວ່າ Kosher ໃນພາກຕາເວັນອອກຂອງນະຄອນຫຼວງປາຣີນັ້ນ ກ່ອນທີ່ລາວຈະຖືກຕຳຫຼວດຍິງຕາຍ. ທ້າວ Coulibaly ໄດ້ສັງຫານຕຳຫຼວດແມ່ຍິງຝຣັ່ງ ມື້ນຶ່ງກ່ອນໜ້ານັ້ນ.