ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ແລະ ກຸ່ມເຮັຊໂບລາ ຍິງຕອບໂຕກັນ ຂ້າມເຂດ ຊາຍແດນຂອງ ເລບານອນ


ທະຫານອິສຣາແອລ ພວມຮັກສາຄວາມປອດໄພ ໃນຄຸ້ມ ອາວີວິມ (Avivim) ຢູ່ຊາຍແດນ ລະຫວ່າງ ອິສຣາແອລ-ເລບານອນ, ວັນຈັນທີ 2 ກັນຍາ 2019.
ທະຫານອິສຣາແອລ ພວມຮັກສາຄວາມປອດໄພ ໃນຄຸ້ມ ອາວີວິມ (Avivim) ຢູ່ຊາຍແດນ ລະຫວ່າງ ອິສຣາແອລ-ເລບານອນ, ວັນຈັນທີ 2 ກັນຍາ 2019.

ອິສຣາແອລ ແລະ ກຸ່ມເຮັຊໂບລາ ຍິງຕອບໂຕ້ກັນ ຢູ່ເລາະຊາຍແດນຂອງເລບານອນ
ໃນວັນອາທິດວານນີ້ ເຊິ່ງກໍ່ໃຫ້ເກີດ “ຄວາມເປັນຫ່ວງ” ໃນວໍຊິງຕັນ.

ກອງທັບຂອງອິສຣາແອລ ໄດ້ກ່າວວ່າ ຕົນໄດ້ຍິງເຂົ້າໄປໃນເຂດພາກໃຕ້ຂອງເລບານອນ
ຫຼັງຈາກທີ່ມີລູກສອນໄຟຕໍ່ຕ້ານລົດຖັງຈຳນວນນຶ່ງ ໄດ້ຖືກຍິງມາໂດຍກຸ່ມເຮັຊໂບລາ ຊຶ່ງ
ໄດ້ແນໃສ່ຖານທັບກອງທັບບົກຂອງຕົນ ແລະລົດຍົນຢູ່ໃກ້ໆກັບຊາຍແດນ.

ເມື່ອຕົກເຖິງຕອນຄ່ຳ ການຕໍ່ສູ້ກັນກໍໄດ້ຍຸຕິລົງ. ໂຄສົກອັງການສະຫະປະຊາຊາດ ທ່ານ
ອານເດຣ ເທເນັນຕີ ໄດ້ກ່າວໃນເວລາຕໍ່ມາ ວ່າ “ຄວາມສະຫງົບໄດ້ກັບຄືນມາຢູ່ໃນ
ພື້ນທີ່” ແລະ ກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ກໍຍັງຄົງມີໜ້າ
ຢູ່ໃນພື້ນທີ່ແຫ່ງດັ່ງກ່າວຢູ່ຮ່ວມກັບ ກອງທັບບົກຂອງເລບານອນ.

ໂຄສົກທ່ານນີ້ ໄດ້ກ່າວວ່າ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ
ກູເຕເຣັສ ແມ່ນ “ເປັນຫ່ວງຢ່າງຍິ່ງ” ກ່ຽວກັບເຫດການດັ່ງກ່າວ ແລະຮຽກຮ້ອງໃຫ້ທຸກ
ຝ່າຍທັງໝົດ ຍຸຕິການເຄື່ອນໄຫວທັງຫຼາຍ ທີ່ເປັນໄພຂົ່ມຂູ່ ຕໍ່ຂໍ້ຕົກລົງການຢຸດເຊົາເປັນ
ສັດຕູກັນ ປີ 2006 ລະຫວ່າງ ອິສຣາແອລ ແລະກຸ່ມເຮັຊໂບລາ.

“ພວກເຮົາຮັບຮູ້ເຖິງລາຍງານທັງຫຼາຍເຫຼົ່ານີ້ ແລະໜ້າເປັນຫ່ວງກ່ຽວກັບຄວາມເຄັ່ງຕຶງ
ທີ່ເພີ້ມທະວີຂຶ້ນ ຢູ່ເລາະຕາມຊາຍແດນ” ເຈົ້າໜ້າທີ່ທ່ານນຶ່ງຂອງກະຊວງການຕ່າງ
ປະເທດ ສະຫະລັດ ໄດ້ກ່າວໄປ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ “ອັນນີ້ ເປັນຕົວຢ່າງອີກອັນນຶ່ງ ຂອງບົດບາດການທຳ
ລາຍສະຖຽນລະພາບ ຂອງກຸ່ມຕົວແທນຂອງອີຣ່ານ ຊຶ່ງບ່ອນທຳລາຍສັນຕິພາບ ແລະ
ຄວາມໝັ້ນຄົງຢູ່ໃນຂົງເຂດ.”

ກອງທັບບົກຂອງອິສຣາແອລ ເຊື່ອວ່າ ອີຣານ ແລະກຸ່ມເຮັຊໂບລາ ແມ່ນກຳລັງເລັ່ງ ທີ່
ຈະຕັ້ງໂຮງງານຜະລິດລູກສອນໄຟ ຢູ່ໃນເລບານອນ ຊຶ່ງເປັນການກ່າວອ້າງ ທີ່ກຸ່ມ
ເຮັຊໂບລາ ໄດ້ປະຕິເສດ.

ອ່ານຂ່າວນີ້ຕື່ມ ເປັນພາອັງກິດ

XS
SM
MD
LG