ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຢຸດ​ຍິງ​ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບ​​ກຸ່ມຮາ​ມາ​ສ ການ​ປ່ອຍ​ໂຕ​ປະ​ກັນ ແລະພວກ​ນັກ​ໂທດ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກນີ້


​ຍາດ​ພີ່​ນ້ອງ ເພື່ອນ​ມິດແລະ​ພວກ​ສະ​ໜັບ​ສະ​ໜຸນ Elkana Bohbot ທີ່​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ​ຢູ່​​ກາ​ຊາເມື່ອ​ວັນ​ທີ 7 ຕຸ​ລາ ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ​​ຮາ​ມາ​ສ ຢູ່​ໃນ​ພາກ​ໃຕ້​ອິ​ສ​ຣາ​ແອ​ລ ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປ່ອຍ​ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ ທີ່ແທ​ລ​ອາ​ວິບ ​ວັນ​ທີ 22 ພະ​ຈິກ 2023.
​ຍາດ​ພີ່​ນ້ອງ ເພື່ອນ​ມິດແລະ​ພວກ​ສະ​ໜັບ​ສະ​ໜຸນ Elkana Bohbot ທີ່​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ​ຢູ່​​ກາ​ຊາເມື່ອ​ວັນ​ທີ 7 ຕຸ​ລາ ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ​​ຮາ​ມາ​ສ ຢູ່​ໃນ​ພາກ​ໃຕ້​ອິ​ສ​ຣາ​ແອ​ລ ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ປ່ອຍ​ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ ທີ່ແທ​ລ​ອາ​ວິບ ​ວັນ​ທີ 22 ພະ​ຈິກ 2023.

ການ​ຢຸດ​ຍິງ​ເປັນ​ເວ​ລາ 4 ມື້ລະ​ຫວ່າງ​ອິ​ສ​ຣາ​ແອ​ລແລະ​ກຸ່ມ​ຮາ​ມາ​ສ ຈະ​ເລີ້ມ​ຂຶ້ນ​ໃນ​ເວ​ລາ 7 ໂມງ​ເຊົ້​າ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຫຼື 5 ໂມງ ​ຕາມ​ເວ​ລາ​ມາດ​ຕະ​ຖານ​ສາ​ກົນ ຊຶ່ງ​ຄາດ​ວ່າ​ຈະ​ຕິດ​ຕາມ​ດ້ວຍ​ການ​ປ່ອຍ​ໂຕ​ປະ​ກັນ​ຫຼາຍ​ສິບ​ຄົນ​ທີ່​ກຸ່ມ​ຮາ​ມາ​ສ​ຈັບ​ໄປ ແລະ​ຊາວ​ປາ​ແລ​ສ​ໄຕ​ນ໌ 140 ຄົນ ທີ່​ຄຸມ​ຂັງ​ໂດຍ​ອິ​ສ​ຣາ​ແອ​ລ.

ການ​ຢຸດສູ້​ລົບ ແມ່ນ​ຮວມ​ທັງການ​ຢຸດ​ຍິງ​ຮອບ​ດ້ານ ຢູ່​ໃນ​ເຂດ​ພາກ​ເໜືອ​ແລະ​ພາກ​ໃຕ້​ກາ​ຊາ ໂຄ​ສົກ ​ມາ-​ຈີດ ອາ​ລ-ອານ​ຊາ​ຣີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ໂດ​ຮາ ກ່ອນ​ໜ້າ​ນີ້.

ອີງ​ຕາມ​ຂໍ້​ຕົກ​ລົງ​ແລ້ວ ແມ່​ຍິງ​ແລະ​ເດັກ​ນ້ອຍ 50 ຄົນ ​ທີ່​ຖືກ​ລັກ​ພາ​ໂຕ​ໄປ​ຈາກ​ອິ​ສ​ຣາແອ​ລ ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ເມື່ອ​ວັນ​ທີ 7 ຕຸ​ລາ ຈະ​ຖືກ​ປ່ອຍ​ເພື່ອ​ເປັນ​ການ​ແລກ​ປ່ຽນ​ ກັບ​ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ປາ​ແລັ​ສ​ໄຕ​ນ໌ 150 ຄົນ ​ຈະ​ຖືກ​ປ່ອຍອອກ​ຈາກ​ຄຸກ​ໃນອິ​ສ​ຣາ​ແອ​ລ.

ໂຕ​ປະ​ກັນ 13 ຄົນ​ຈະ​ຖືກ​ປ່ອຍ​ຈາກ​ເຂດ​ກາ​ໃນ​ມື້​ວັນ​ສຸກ ແລະ​ໂຕ​ປະ​ກັນຕື່ມອີກ​ຫຼາຍ​ກຸ່ມ ຈະ​ຖືກ​ປ່ອຍ​ໃນ​ແຕ່​ລະ​ມື້ ທີ່​ມີ​ການ​ຢຸດ​ຍິງ ຈົນ​ເທົ່າ​ທັງ​ໝົດ 50 ຄົນ​ຖືກ​ປ່ອຍ.

“ພວກ​ເຮົາ​ຫວັງ​ວ່າ ການ​ຢຸດ​ຍິງນີ້ ຈະ​ນຳ​ໄປ​ສູ່​ການ​ເປີດ​ໂອ​ກາດ​ໃຫ້​ລິ​ເລີ້ມ​ການ​ເຮັດ​ວຽກ​ໃນ​ຂອບ​ເຂດ​ທີ່ກວ້າ​ງຂວາງ​ຂຶ້ນເພື່ອ​ໃຫ້​ບັນ​ລຸ​ການ​ຢຸດ​ຍິງ​ຢ່າງ​ເປັນ​ການ​ຖາ​ວອນ” ທ່ານ​ອາ​ລ-ອານ​ຊາ​ຣີ​ກ່າວ.

ຕາມ​ການ​ຂໍ​ຮ້ອງ​ຂອງ​ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ ພວກ​ນັກ​ຊ່ຽວ​ຊານ​ດ້ານ​ການ​ລ່ວງ​ລະ​ເມີດ​ຕໍ່​ພວກ​ເດັກ​ນ້ອຍ ຈາກ​ສະ​ຖາ​ບັນ​ຮາ​ຣຸຍ (Haruy) ທີ່​ນະ​ຄອນ​ເຈ​ຣູ​ຊາ​ແລັມ ໄດ້​ຮ່າງ​ກົດ​ລະ​ບຽບ​ກ່ຽວ​ກັບ​ວ່າ ທະ​ຫານ​ອິ​ສ​ຣາ​ແອ​ລ​ ຄວນ​ຈັດ​ການແບບ​ໃດ​ກັບ​ພວກ​ເດັກ​ນ້ອຍ ​ທີ່​ໄດ້​ຮັບ​ການ​ປ່ອຍ​ ຈາກ​ເຂດ​ກາ​ຊາ.

ອິ​ສ​ຣາ​ແອ​ລ​ໄດ້​ຮັບ​ລາຍ​ຊື່​ຂັ້ນ​ທຳ​ອິດ​ກ່ຽວ​ກັບ​ໂຕ​ປະ​ກັນ​ທີ່​ຈະ​ຖືກ​ປ່ອຍ​ຈາກ​ເຂດ​ກາ​ຊາ​ໃນ​ມື້​ວັນ​ສຸກ ອີງ​ຕາມ​ການ​ຖະ​ແຫຼງ​ຂອງ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ສ​ຣາ​ແອ​ລ​ໃນ​ວັນ​ພະ​ຫັດ​ວານນີ້.

“ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ພວມກວດ​ກາ​ເບິ່ງ​ລາຍ​ລະ​ອຽດ​ຂອງ​ບັນ​ຊີ​ລາຍ​ຊື່ ແລະ​ພວມ​ຕິດ​ຕໍ່​ກັບ​ບັນ​ດາ​ຄອບ​ຄົວ​ຂອງ​ພວກ​ກ່ຽວ” ທຳ​ນຽບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG