ອິສຣາແອລ ແລະກຸ່ມ ຮາມາສ ຄາດວ່າ ຈະດຳເນີນການແລກປ່ຽນນັກໂທດ ແລະຕົວປະກັນຕື່ມອີກ ໃນຂະນະທີ່ການຢຸດຍິງ ໄດ້ຕໍ່ເວລາອອກໄປ ເປັນມື້ທີ 5 ໃນວັນອັງຄານມື້ນີ້.
ອິສຣາແອລໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຢຸດການໂຈມຕີກຸ່ມຮາມາສຊົ່ວຄາວໃນເຂດ ກາຊາ ຕໍ່ໄປອີກນຶ່ງມື້ ຈາກການຕົກລົງເບື້ອງຕົ້ນ, ຄືຂໍ້ຕົກລົງ 4 ມື້ສຳລັບການປ່ອຍຕົວປະກັນທຸກໆ 10 ຄົນໂດຍກຸ່ມຮາມາສ ແລະປ່ອຍຊາວປາແລັສໄຕນ໌ ທີ່ຖືກຄຸມຂັງ ໃນຄຸກໂດຍອິສຣາແອລ ໃນຄວາມຜິດຕ່າງໆ 3 ເທົ່າ. ກຸ່ມຮາມາສ ຢືນຢັນວ່າ ໄດ້ຕົກລົງທີ່ຈະຂະຫຍາຍເວລາອອກໄປອີກ 2 ມື້ "ພາຍໃຕ້ເງື່ອນໄຂດຽວກັນ."
ກາຕາໄດ້ຊ່ວຍເຈລະຈາ ກ່ຽວກັບການຂະຫຍາຍເວລາດັ່ງກ່າວ, ໃນຂະນະທີ່ສະຫະລັດ ທີ່ໄດ້ຮຽກຮ້ອງໃຫ້ມີການຢຸດຍິງ ຕາບໃດທີ່ຕົວປະກັນ ຍັງຖືກປ່ອຍຕົວ ກ່າວວ່າ ຕົນຍິນດີກັບການຢຸດຕິການສູ້ລົບທີ່ຂະຫຍາຍເວລາອອກໄປ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວໃນຖະແຫຼງການສະບັບນຶ່ງວ່າ ການຢຸດຕິສົງຄາມໄດ້ “ເຮັດໃຫ້ການຊ່ວຍເຫລືອດ້ານມະນຸດສະທຳເພີ້ມຕື່ມ ໃຫ້ແກ່ພວກພົນລະເຮືອນຜູ້ບໍລິສຸດ ທີ່ພວມປະສົບກັບຄວາມຫຍຸ້ງຍາກໃນທົ່ວເຂດ ກາຊາ ເພີ້ມຂຶ້ນຢ່າງຫລວງຫລາຍ.” ທ່ານກ່າວວ່າ ສະຫະລັດ ຈະບໍ່ຢຸດຕິຄວາມພະຍາຍາມທາງການທູດ ຈົນກວ່າຕົວປະກັນທັງໝົດທີ່ກຸ່ມຮາມາສຈັບໄປ ຈະໄດ້ຮັບອິດສະຫະລະພາບ.
"ພວກເຮົາ ແນ່ນອນ ຢາກເຫັນການຂະຫຍາຍເວລາອອກໄປອີກ ຈົນກວ່າຕົວປະກັນທັງໝົດ ຈະໄດ້ຮັບການປ່ອຍຕົວ," ທ່ານ ຈອນ ເຄີບີ, ຜູ້ອຳນວຍການດ້ານການສື່ສານຍຸດທະສາດ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ກ່າວ. "ນັ້ນແມ່ນເປົ້າໝາຍແທ້ໆ, ທີ່ຈະພາຕົວປະກັນທັງໝົດກັບບ້ານໄປຫາຄອບຄົວຂອງພວກເຂົາ ບ່ອນທີ່ພວກເຂົາຄວນຢູ່. ແລະ ບໍ່ວ່າຈະໃຊ້ເວລາດົນປານໃດກໍ່ຕາມ."
ການແລກປ່ຽນຕົວປະກັນຄັ້ງທີ 4 ທີ່ກຸ່ມ ຮາມາສ ຈັບຕົວໄປ ກັບນັກໂທດຊາວປາແລັສໄຕນ໌ ໄດ້ສິ້ນສຸດລົງໃນຕອນຄໍ່າຂອງວັນຈັນ, ໂດຍກອງກຳລັງປ້ອງກັນປະເທດ ອິສຣາແອລ ກ່າວວ່າ ຕົວປະກັນ 11 ຄົນທີ່ກຸ່ມຮາມາສ ຈັບໄປ ໄດ້ຮັບການປ່ອຍຕົວແລ້ວ ແລະ ເຈົ້າໜ້າທີ່ຄວບຄຸມຄຸກຂອງອິສຣາແອລ ກ່າວວ່າ ຊາວປາແລັສໄຕນ໌ 33 ຄົນ ໄດ້ຮັບການປ່ອຍຕົວ. ໂດຍລວມແລ້ວ ຕົວປະກັນຊາອິສຣາແອລ 50 ຄົນ ແລະ ຊາວປາແລັສໄຕນ໌ 150 ຄົນ ໄດ້ຮັບການປ່ອຍຕົວ ໃນຊ່ວງໄລຍະເວລາ 4 ມື້ທຳອິດ.