ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລ ກັບກຸ່ມຮາມັສ ສືບຕໍ່ ເຈລະຈາກັນ ທີ່ໄຄໂຣ (ວີດີໂອ/ສະໄລດ໌)


Abu Dhabi.
Abu Dhabi.

ອິສຣາ​ແອ​ລ ​ແລະ​ກຸ່ມ​ຮາ​ມັສ ສືບ​ຕໍ່​ທຳ​ການ​ເຈລະຈາ​ກັນ​ໂດຍ
​ທາງ​ອ້ອມ ​ໃນ​ນະຄອນຫຼວງ​ໄຄ​ໂຣ ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ຍັງ​
ເຫຼືອ​ເວລາ​ບໍ່​ຮອດ​ນຶ່ງ​ມື້ ກ່ອນ​ການ​ຢຸດ​ຍິງ​ຊົ່ວຄາວ​ເປັນ​ເວລາ
72 ຊົ່ວ​ໂມງ ​ຈະ​ໝົດອາຍຸ​ລົງ​ໃນ​ເຂດ​ກາ​ຊາ​ນັ້ນ.

ທັງສອງ​ຝ່າຍ​ ປາກົດ​ວ່າ ຍັງ​ຢູ່​ຫ່າງ​ໄກ​ກັນ​ຫຼາຍ​ກ່ຽວ​ກັບ​ການ​ຕົກ
ລົງ​ຢຸດ​ຍິງ​ນັ້ນ ​ແຕ່ກໍ​ໄດ້​ສະ​ເໜີ​ແນະ​ໃຫ້​ຮູ້ຈັກ​ວ່າ ​ພວກ​ເຂົາ​ເຈົ້າ
ມີ​ຄວາມ​ເຕັມ​ໃຈ ທີ່ຈະ​ຕໍ່​ເວລາ​ການ​ຢຸດ​ຍິງ​ເພື່ອ​ມະນຸ​ດສະ​ທຳ​
ອອກ​ໄປ​ອີກ ຊຶ່ງ​ໄດ້​ຢຸດ​ການ​ສູ້​ລົບ​ກັນ​ມາ​ເປັນ​ເວລາ 4 ອາທິດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອລ ​ໄດ້​ກ່າວ​ວ່າ ຕົນ​ມີ​ຄວາມ​ເຕັມ​ໃຈ​ທີ່ີຈະ​ຕໍ່ການ​ຢຸດ​ຍິງ​ອອກ
ໄປແຕ່​ຝ່າຍ​ດຽວ​ ​ແຕ່​ບັນດາ​ຜູ້ຕາງໜ້າ​ຂອງກຸ່ມຮາ​ມັສ ​ ປະຕິ​ເສດ​ວ່າ ບໍ່ໄດ້​ມີ​ຂໍ້​ຕົກລົງ​ກັນ
ໃດໆ ກ່ຽວ​ກັບ​ເລື້ອງ​ນີ້.

​ໃນ​ການ​ກ່າວ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ຜູ້ນຳ​ປະ​ເທດ​ໃນ​ທະວີບອາ​ຟຣິກາ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ປະທານາທິບໍ​ດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ໃຫ້ການ​ສະໜັບສະໜຸນແກ່ການເຈລະຈາ​ທີ່​ອີ​ຈິບ​ຈັດ​ຂຶ້ນ​ນີ້ ​ແລະ​ກ່າວ​ວ່າ ມັນ​ສຳຄັນ​ທີ່​ຈະ​ຕ້ອງ
ຊອກ​ຫາ​ການ​ແກ້​ໄຂ​ທີ່ຍືນ​ຍົງ​ກ່ວາ​ນັ້ນ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ:

“​ເປົ້າ​ໝາຍຂອງ​ສະຫະລັດ​ໃນ​ປັດຈຸບັນ ຈະ​ແມ່ນເຮັດໃຫ້​ໝັ້ນ​ໃຈ​ວ່າ ການ​ຢຸດ​ຍິງ​ນີ້​
ຈະ​ໝັ້ນຄົງ ​ແລະ​ວ່າ ​ເຂດກາຊາ​ຈະ​ສາມາດ​ເລີ້ມດຳ​ເນີນ​ການ​ສ້າງສາ​ບ້ານ​ເມືອງ​
ຄືນ​ໃໝ່​ໄດ້ ​ແລະ​ມີ​ການ​ເອົາ​ມາດ​ຕະການ​ບາງ ຢ່າງ ​ເພື່ອເຮັດໃຫ້​ປະຊາຊົນໃນ​
ເຂດ​ກາຊາ ​ຮູ້ສຶກ​ມີ​ຄວາມ​ຫວັງ​ຂຶ້ນ​ມາ​ແດ່ ​ແລະໃຫ້​ປະຊາຊົນ​ຂອງ​ອິສຣາ​ແອ​ລ
ມີ​ຄວາມຮູ້ສຶກ​ໝັ້ນ​ໃຈ​ວ່າ ຈະ​ບໍ່​ມີ​ການ​ຍິງ​ຈະຫຼວດມາ​ໃສ່​ເຂົາ​ເຈົ້າ​ຕື່ມ​ອີກ ຄືກັບ​
ທີ່​ພວກ​ເຮົາ​ໄດ້​ເຫັນ​ມາ​ໃນ​ຮອບ​ຫຼາຍ​ສັບປະດາ​ຜ່ານ​ມາ​ນີ້.”

israelpalestinians7august14
please wait

No media source currently available

0:00 0:02:45 0:00

ທ່ານ​ໂອ​ບາ​ມາ ກ່າວ​ຊ້ຳ​ອີກ​ເຖິງ​ທ່າ​ທີ​ຂອງ​ທ່ານ ທີ່ວ່າ ອິສຣາ​ແອ​ລມີ​ສິດ​ທີ່​ຈະ​ປ້ອງ​ກັນ
​ຕົນ​ເອງ​ຈາກ​ລູກ​ຈະ​ຫຼວດຂອງ​ກຸ່ມ​ຮາມັສ ​ແລະພວກ ​ອຸບ​ໂມງ​ຂ້າມ​ຊາຍ​ແດນ​ນັ້ນ. ທ່ານ​
ກ່າວ​ອີກວ່າ ທ່ານ “ບໍ່​ມີ​ຄວາມ​ເຫັນ​ໃຈ” ສຳຫລັບ​ກຸ່ມ​ຮາ​ມັສ ທີ່​ຝ່າຍ​ສະຫະລັດ ​ແລະ​ອິສ
ຣາ​ແອ​ລ ຖື​ວ່າ ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ.

ວີດີໂອ: ຊາວມຸສລິມພາກັນໄປຫລົບໄພ ຢູ່ໃນໂບດໃນເຂດກາຊາ:

Hundreds of Displaced Muslims Shelter in Gaza Church
please wait

No media source currently available

0:00 0:01:45 0:00

XS
SM
MD
LG