ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ແລະ ກຸ່ມຮາມາສ ຕົກລົງຕໍ່ເວລາການຢຸດຍິງ ອອກໄປ 1 ມື້


ຊາວປາແລັສໄຕນ໌ ຂີ່ລົດຖີບຜ່ານອາຄານທີ່ຖືກທຳລາຍ ໃນເມືອງກາຊາ ໃນວັນທີ 29 ພະຈິກ 2023, ມື້ທີ 6 ຂອງການຢຸດຍິງຊົ່ວຄາວ ລະຫວ່າງກຸ່ມຮາມາສ ແລະ ອິສຣາແອລ. ບັນດາຜູ້ໄກ່ເກ່ຍນາໆຊາດ ໃນວັນພຸດວານນີ້ ໄດ້ເຮັດວຽກເພື່ອຕໍ່ເວລາການຢຸດຍິງຢູ່ເຂດກາຊາ.
ຊາວປາແລັສໄຕນ໌ ຂີ່ລົດຖີບຜ່ານອາຄານທີ່ຖືກທຳລາຍ ໃນເມືອງກາຊາ ໃນວັນທີ 29 ພະຈິກ 2023, ມື້ທີ 6 ຂອງການຢຸດຍິງຊົ່ວຄາວ ລະຫວ່າງກຸ່ມຮາມາສ ແລະ ອິສຣາແອລ. ບັນດາຜູ້ໄກ່ເກ່ຍນາໆຊາດ ໃນວັນພຸດວານນີ້ ໄດ້ເຮັດວຽກເພື່ອຕໍ່ເວລາການຢຸດຍິງຢູ່ເຂດກາຊາ.

ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຕົກລົງ​ທີ່​ຈະ​ຕໍ່​ເວລາ​ການ​ຢຸດ​ຍິງ ​ກັບ​ກຸ່ມ ຮາມາສ ອອກໄປ​ຢ່າງ​ໜ້ອຍນຶ່ງ​ມື້.

ກອງກຳລັງປ້ອງກັນປະເທດຂອງອິສຣາແອລ ໄດ້ຂຽນຂໍ້ຄວາມລົງທາງທວີທເຕີ້ ເປັນພາສາ ຮິບຣູວ່າ: "ດ້ວຍຄວາມພະຍາຍາມຂອງຜູ້ໄກ່ເກ່ຍເພື່ອສືບຕໍ່ໃນການດຳເນີນຂະບວນການປ່ອຍຕົວຜູ້ຖືກລັກພາຕົວໄປ ແລະພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງ, ການຢຸດຍິງຈະດຳເນີນຕໍ່ໄປ."

ຖະແຫຼງການດັ່ງກ່າວມີຂຶ້ນປະມານ 15 ນາທີກ່ອນການຢຸດຍິງຈະສິ້ນສຸດລົງ.

​ມີ​ລາຍ​ງານ​ວ່າອິສຣາ​ແອ​ລ ​ບໍ່​ພໍ​ໃຈ​ກັບ​ລາຍ​ຊື່​ຕົວ​ປະກັນ​ທີ່​ຈະ​ຖືກ​ປ່ອຍ​ຕົວ​ທີ່​ກຸ່ມ ຮາມາສ ​ໄດ້​ສະ​ເໜີໃນການ​ຕໍ່​ເວລາອອກໄປ.

ກຸ່ມ ຮາມາສ ກ່າວ​ວ່າ ອິສຣາ​ແອ​ລ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີຕົວປະກັບ​ແມ່​ຍິງ ​ແລະ​ເດັກນ້ອຍ 7 ຄົນ ​ແລະ​ ສົບ​ຂອງ​ອີກ 3 ຄົນ​ທີ່ກຸ່ມ​ຫົວ​ຮຸນ​ແຮງ​ ກ່າວ​ວ່າ ​ໄດ້ຖືກສັງຫານ​ ໃນ​ລະຫວ່າງ​ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ. ກຸ່ມ ຮາມາສ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າທັງ 10 ຄົນ​ນັ້ນ ​ແມ່ນຕົວປະກັບທີ່ເປັນແມ່​ຍິງ​ ແລະ​ເດັກນ້ອຍທັງໝົດ​ ທີ່ຢູ່ພາຍໃຕ້ການຄວບຄຸມຂອງຕົນ.

ກຸ່ມຫົວຮຸນແຮງ ຮາມາສ ໄດ້ປ່ອຍຕົວປະກັນ 16 ຄົນ ໃນວັນພຸດວານນີ້ ເຊິ່ງເປັນຄັ້ງ ແລະມື້ທີ 6 ຂອງການຢຸດຍິງ ລະຫວ່າງຝ່າຍທີ່ສູ້ລົບກັນ ໃນຂະນະທີ່ບັນດານັກເຈລະຈາ ໄດ້ເຮັດວຽກເພື່ອຂະຫຍາຍເວລາຢຸດຊົ່ວຄາວການສູ້ລົບອອກໄປ ແລະ ປ່ອຍຕົວປະກັນຕື່ມອີກ ເພື່ອແລກປ່ຽນກັບຊາວປາແລັສໄຕນ໌ ທີ່ຖືກກັກຂັງຢູ່ໃນຄຸກຂອງອິສຣາແອລ.

​ແມ່ຍິງ​ຊາວ​ອິສຣາ​ແອລ 5 ຄົນ, ​ເດັກນ້ອຍ 3 ຄົນ ​ແລະ ຜູ້ຊາຍໄວ້ລຸ້ນ 2 ຄົນ ​ໄດ້​ຮັບ​ການ​ປ່ອຍ​ຕົວ​ພ້ອມ​ກັບ​ຊາວ​ໄທ 4 ຄົນ. ກຸ່ມຮາມາສ ໄດ້​ປ່ອຍ​ຕົວ​ແມ່​ຍິງອິ​ສຣາ​ແອລຊາວຣັດເຊຍ 2 ​ຄົນ, ອາ​ຍຸ 50 ແລະ 73 ປີ, ກ່ອນ​ໜ້າ​ນີ້ ​ໃນ​ການ​ປ່ອຍ​ຕົວທີ່ແຍກ​ຕ່າງ​ຫາກ. ​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ອິສຣາ​ແອ​ລ​ໄດ້​ປ່ອຍຕົວຊາວ​ປາ​ແລັ​ສ​ໄຕ​ນ໌ 30 ຄົນ​ອອກ​ຈາກ​ຄຸກ​ຂອງ​ຕົນ​ເປັນ​ການ​ຕອບແທນ, ຮວມ​ທັງ​ນັກ​ເຄື່ອນ​ໄຫວ​ທີ່​ມີ​ຊື່​ສຽງ ອາເຮດ ທາມິນີ (Ahed Tamini).

ບໍ່ເທົ່າໃດຊົ່ວໂມງກ່ອນການຢຸດຍິງຈະສິ້ນສຸດລົງ, ກຸ່ມຮາມາສ ໄດ້ຊີ້ໃຫ້ເຫັນວ່າຂໍ້ສະເໜີຂອງອິສຣາແອລ ທີ່ຈະຕໍ່ເວວລາການຢຸດຍິງ ອີກເທື່ອນຶ່ງນັ້ນ ແມ່ນບໍ່ພຽງພໍ.

"ສິ່ງທີ່ໄດ້ຖືກສະເໜີໃນການປຶກສາຫາລື ເພື່ອຕໍ່ເວລາການຢຸດຍິງນັ້ນ ບໍ່ແມ່ນສິ່ງທີ່ດີທີ່ສຸດ," ແຫຼ່ງຂ່າວບອກກັບ ອົງການຂ່າວ AFP, ແລະກ່າວຕື່ມວ່າ ການເຈລະຈາແມ່ນສຸມໃສ່ການຕໍ່ເວລາ ການຢຸດເຊົາ​ສູ້​ລົບຊົ່ວຄາວອອກໄປ "ສອງມື້ ຫຼືຫຼາຍກວ່ານັ້ນ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG