ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ປະຕິເສດທີ່ຈະສົ່ງຄືນ ສົບຂອງ ພວກຫົວຮຸນແຮງ ຮາມາສ

London - İqlim dəyişikliyi problemlərinə etirazlar

London - İqlim dəyişikliyi problemlərinə etirazlar

ຄະນະລັດຖະມົນຕີຮັກສາຄວາມປອດໄພຂອງ ອິສຣາແອລ ໄດ້ຕັດສິນ ໃຈທີ່ຈະບໍ່ສົ່ງຄືນ ສົບຂອງຜູ້ກໍ່ການຮ້າຍຊາວ ອາມາສ ທີ່ຖືກຂ້າຕາຍໂດຍກອງກຳລັງ ອິສຣາແອລ ໃຫ້ຄອບ ຄົວຂອງພວກເຂົາໃນວັນອາ ທິດວານນີ້, ແຕ່ລັດຖະບານ ອິສຣາແອລ ຈະເປັນຜູ້ຝັງສົບ ຂອງພວກ ເຂົາດ້ວຍຕົນເອງ.

ຄະນະລັດຖະມົນຕີໄດ້ທຳການຕັດສິນໃຈຫຼັງຈາກພວກ ຮາມາສ ໄດ້ເປີດເຜີຍວິດີໂອຕອນ ໜຶ່ງເຢາະເຢີ້ຍທະຫານ ອິສຣາແອລ ທ້າວ Oron Shaul ທີ່ຖືກຂ້າຕາຍໃນເຂດ ກາຊາ ໃນ ປີ 2014. ພວກ ຮາມາສ ໄດ້ຄວບຄຸມຕົວຂອງລາວເອົາໄວ້ ແລະ ທະຫານຄົນທີສອງທ້າວ Hadar Goldin ນຳ.

ພວກ ຮາມາສ ໄດ້ປະຕິເສດທີ່ຈະສົ່ງຄືນສົບຂອງທະຫານທັງສອງຄົນນັ້ນ.

ວິດີໂອດັ່ງກ່າວໄດ້ສະແດງໃຫ້ເຫັນການຈັດງານວັນເກີດຈຳລອງສຳລັບທ້າວ Shaul, ພ້ອມກັບເຄັກກ້ອນໜຶ່ງ, ສຽງເພງກ່ອມເດັກນ້ອຍ, ແລະ ຮູບໜ້າຂອງນາຍົກລັດຖະມົນຕີ ທ່ານ ເບັນຈາມິນ ເນຕັນຢາຮູ ທັບໃສ່ໂຕຕະຫຼົກ.

ໂທລະພາບຊ່ອງ 10 ຂອງ ອິສຣາແອລ ໄດ້ເນັ້ນຄຳເວົ້າຂອງຄອບ ຄົວທ້າວ Shaul ທີ່ມີ ຄວາມຄຽດແຄ້ນ ແລະ ສັບສົນວ່າ “ພວກເຮົາ ໄດ້ຢຸດເຊື່ອຄຳເວົ້າຂອງລັດຖະບານ ອິສ ຣາແອລ ກ່ຽວກັບ ບັນຫາດັ່ງ ກ່າວແລ້ວ, ແລະ ພວກເຮົາກຳລັງລໍຖ້າການດຳເນີນການ, ບໍ່ມີ ຫຍັງໄດ້ປ່ຽນແປງ ແລະ ພວກເຮົາກຳລັງລໍຖ້າທ່ານນາຍົກລັດຖະມົນຕີ ໃຫ້ທຳການ ຕັດສິນໃຈແບບຜູ້ນຳ ແລະ ນຳເອົາທ້າວ Oron Shaul ກັບບ້ານຈາກສົງຄາມ.”

ມາຮອດປະຈຸບັນນີ້ ຍັງບໍ່ມີປະຕິກິລິຍາຢ່າງໃດຈາກພວກ ຮາມາສ.

ຄະນະລັດຖະມົນຕີຮັກສາຄວາມປອດໄພຂອງ ອິສຣາແອລ ໄດ້ພົບປະ ກັນເພື່ອເຈລະຈາ ກ່ຽວກັບ ວິທີທີ່ຈະກອບກູ້ເອົາສົບຂອງທະຫານ ອິສຣາແອລ ສອງຄົນກັບຄືນປະເທດ ແລະ ຊາວ ອິສຣາແອລ ອີກສອງຄົນທີ່ຖືກຄວບຄຸມຕົວ ຫຼັງຈາກໄດ້ຂ້າມເຂົ້າໄປໃນເຂດ ກາຊາ ທີ່ຖືກຄວບຄຸມໂດຍພວກ ຮາມາສ ດ້ວຍຕົນເອງໃນປີທີ່ຜ່ານມາ.

ຫ້ອງການຂອງທ່ານ ເນຕັນຢາຮູ ກ່າວວ່າ ຄະນະລັດຖະມົນຕີໄດ້ມີ ແຜນທີ່ຈະນຳຕົວຊາວ ອີສຣາແອລ ກັບຄືນມາ, ແຕ່ບໍ່ໄດ້ໃຫ້ຂໍ້ມູນ ເພີ່ມເຕີມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG