ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ໂຈມ​ຕີ ຂອງ ອິສຣາແອລ ໄດ້ສັງຫານ ຜູ້​ບັນ​ຊາ​ການ ກຸ່ມຮາມັສ 3 ຄົນ (ສະໄລດ໌/ວີດີໂອ)


ISRAEL PALESTINIANS CNPK
please wait

No media source currently available

0:00 0:02:18 0:00

ກຸ່ມ​ຮາ​ມັສ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ
​ໃນ​ພາກ​ໃຕ້​ຂອງເຂດ​ກາຊາ ​ໄດ້​ສັງຫານຜູ້​ບັນ​ຊາ​ການ​ຂັ້ນສູງ
ຂອງ​ກຸ່ມດັ່ງກ່າວ 3 ຄົນ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ຖິ້ມລະ​ເບີດ ເມື່ອຕອນ​ເຊົ້າຂອງ​
ວັນພະຫັດມື້​ນີ້ ທີ່ເມືອງ Rafah ​ໄດ້​ທຳລາຍ ຕຶກອາຄານ​ສີ່​ຊັ້ນ
ຫຼັງນຶ່ງ ​ແລະ​ໄດ້​ສັງຫານ ຢ່າງ​ນ້ອຍອີກ 5 ຄົນ.

​ໂຄສົກ​ກອງທັບອິສຣາ​ແອ​ລ ​ໄດ້ໃຫ້ການຢືນ​ຢັນ ກ່ຽວກັບການ​
ສັງຫານ​ຜູ້​ບັນ​ຊາ​ການ 2 ຄົນຂອງກຸ່ມຮາມັສ ຄື ທ່ານ
Mohammed Abu Shamaleh ​ແລະ ທ່ານ Raed al-Attar
​ໂດຍ​ກ່າວ​ວ່າ​ ພວກ​ເຂົາ​ທັງ​ສອງ ​ເປັນ​ຜູ້​ຮັບຜິດຊອບ​ໃນ “ການ​ໂຈມ​ຕີ​ກໍ່ການຮ້າຍທີ່
ສຳຄັນໆຕໍ່ ອິສຣາ​ແອ​ລ.”

ແຜນທີ່ ລາຍລະອຽດ ຜູ້ເສຍຊີວິດ ໃນຂົງເຂດປາແລສໄຕນ໌
ແຜນທີ່ ລາຍລະອຽດ ຜູ້ເສຍຊີວິດ ໃນຂົງເຂດປາແລສໄຕນ໌

​ໂຄ​ສົກເວົ້າວ່າ ການ​ໂຈມ​ຕີ​ເຫຼົ່ານັ້ນ ລວມທັງ ການ​ສັງຫານ​ພວກ
ທະຫານ​ອິສຣາ​ແອ​ລ ​ແລະ ການ​ລັກ​ພາ​ຕົວ ທ້າວ Gilad Shalit
ທີ່ເປັນ ທະຫານອິສຣາແອລໃນປີ 2006 ນັ້ນ.

ການຖິ້ມລະ​ເບີດ​ໃນ​ວັນ​ພະຫັດ​ມື້​ ນີ້ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ອັນ​ທີ່​
ອິສຣາ​ແອ​ລກ່າວ​ວ່າ ​ເປັນ​ຄື້ນຟອງຂອງການ​ໂຈມ​ຕີ​ທາງ​ອາກາດ​
ໃສ່ເປົ້າໝາຍ​ 20 ແຫ່ງ ໃນ​ເຂດກາຊາຂອງປາ​ແລ​ສ​ໄຕ​ນ໌ ​ເພື່ອ​ເປັນ​
ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະ​ຫລວດ​ໂຈມຕີຂອງ​ພວກ​ຫົວ​ຮຸນ​ແຮງ.

ການໂຈມຕີນີ້ມີຂຶ້ນນຶ່ງມື້ ຫຼັງຈາກການ​ໂຈມ​ຕີ​ທາງ​ອາກາດທີ່​ໄດ້​ສັງຫານ ​ເມຍ ​ແລະ​ລູກຊາຍ​ ທີ່ຍັງເປັນທາລົກ ຂອງ​ຜູ້ນຳ​ທະຫານ​ກຸ່ມ​ຮາ​ມັສ ທ່ານ Mohammed Deif.

XS
SM
MD
LG