ກຸ່ມຮາມັສ ກ່າວວ່າ ການໂຈມຕີທາງອາກາດຂອງອິສຣາແອລ
ໄດ້ສັງຫານພັນລະຍາ ແລະລູກຄົນນຶ່ງ ຂອງຜູ້ນຳທາງທະຫານ
ຂອງກຸ່ມຮາມັສ ໃນເຂດກາຊາ ໃນຂະນະທີ່ທັງສອງຝ່າຍ ເລີ້ມ
ທຳການສູ້ລົບກັນໃໝ່ ຫລັງຈາກການເຈລະຈາຢຸດຍິງໄດ້ພັງທະ
ລາຍລົງ.
ກຸ່ມຮາມັສກ່າວໃນວັນພຸດມື້ນີ້ວ່າ ຫລັງຈາກອັນທີ່ປາກົດວ່າເປັນ
ການພະຍາຍາມ ທີ່ຈະແນເປົ້າໝາຍ ໃສ່ນາຍ Mohammed
Deif ທີ່ ອິສຣາແອລ ໄດ້ເປີດ “ປະຕູເຂົ້າໄປສູ່ໝໍ້ນະລົກ.”
ການສູ້ລົບກັນ ໄດ້ເລີ້ມຂຶ້ນອີກ ໃນວັນອັງຄານວານນີ້ ຫລັງຈາກ
ໄດ້ສະຫງົບມາເປັນເວລາ 10 ມື້ ໃນຂະນະທີ່ບັນດານັກເຈລະຈາ ພົບປະກັນທີ່ ນະຄອນ
ໄຄໂຣ ເພື່ອຊອກຫາຊ່ອງທາງ ຍຸດຕິວິກິດການໃນລະຍະຍາວ ທີ່ໄດ້ເລີ້ມມາເມື່ອຫົກອາ
ທິດກ່ອນ. ການເຈລະຈາເຫລົ່ານັ້ນ ບໍ່ໄດ້ພາໃຫ້ມີການຕົກລົງກັນໃດໆ ກ່ຽວກັບຄຳຮຽກ
ຮ້ອງຂອງປາແລສໄຕນ໌ ທີ່ຢາກໃຫ້ອິສຣາແອລ ຢຸດເຊົາການປິດລ້ອມ ເຂດກາຊາ ຫລື
ຄວາມປະສົງຂອງອິສຣາແອລ ທີ່ຢາກໃຫ້ກຸ່ມຮາມັສ ປົດອາວຸດນັ້ນ.
ກອງທັບອິສຣາແອລກ່າວວ່າ ຕົນໄດ້ປະຕິບັດງານໂຈມຕີທາງອາກາດ 60 ຄັ້ງ ແລະພວກ
ຫົວຮຸນແຮງໄດ້ຍິງລູກສອນໄຟຢ່າງໜ້ອຍ 80 ລູກມາໃສ່ນັບແຕ່ການຢຸດຍິງໄດ້ພັງທະລາຍ
ລົງ.
ບັນດາເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ການໂຈມຕີທາງອາກາດຄັ້ງໃໝ່ ໄດ້ເຮັດໃຫ້ 11
ຄົນເສຍຊີວິດໃນເຂດກາຊາ. ບໍ່ໄດ້ຮັບລາຍງານວ່າ ມີການບາດເຈັບຢູ່ໃນອິສຣາແອລ.
ນັບຕັ້ງແຕ່ຕົ້ນເດືອນກໍລະກົດມາ ການສູ້ລົບໄດ້ເຮັດໃຫ້ຊາວປາແລສໄຕນ໌ ເສຍຊີວິດ
ຫຼາຍກວ່າ 2,000 ຄົນ ສ່ວນໃຫຍ່ເປັນພົນລະເຮືອນ ພ້ອມດ້ວຍທະຫານ ອິສຣາແອລ
64 ຄົນ ແລະພົນລະເຮືອນສາມຄົນ.