ອິສຣາແອລ ແລະກູ່ມຮາມາສ ບັນລຸຂໍ້ຕົກລົງຢຸດຍິງໃນກາຊາ ເມື່ອວັນພຸດວານນີ້ ຕາມລາຍງານຂອງຣອຍເຕີສ ທີ່ອ້າງເຖິງການເປີດເຜີຍຂອງເຈົ້າໜ້າທີ່ໃນທີມເຈລະຈາຮອບຫລ້າສຸດນີ້ ຫລັງຈາກບັນຫາຂັດແຍ້ງທີ່ດຳເນີນມາກວ່າ 15 ເດືອນ ໄດ້ເອົາຊີວິດຊາວປາແລັສໄຕນ໌ ຫຼາຍມື່ນຄົນ ແລະຈຸດຂະນວນຄວາມຂັດແຍ້ງຢູ່ໃນແຫ່ງອື່ນໆ ຂອງພູມິພາກຕາເວັນອອກກາງ ໃນຊ່ວງທີ່ຜ່ານມາ.
ດ້ານອົງການຂ່າວເອພີ ມີລາຍງານດ້ວຍວ່າ ເຈົ້າໜ້າທີ່ຂອງກຸ່ມຮາມາສ ແລະກາຕ້າ ຢືນຢັນວ່າ ໄດ້ບັນລຸຂໍ້ຕົກລົງຢຸດຍິງເພື່ອໃຫ້ເຊົາການສູ້ລົບກັນໃນກາຊາ ແລະປ່ອຍໂຕປະກັນຫຼາຍສິບຄົນແລ້ວ.
ກຸ່ມຮາມາສ ເປີດເຜີຍກັບຣອຍເຕີສ ວ່າ ທີມນັກເຈລະຈາຂອງຕົນໄດ້ຍື່ນເອກະສານອະນຸມັດຂໍ້ຕົກລົງຢຸດຍິງ ແລະສົ່ງໂຕປະກັນຄືນໃຫ້ກັບທາງນັກເຈລະຈາທີ່ເປັນຄົນກາງໄປແລ້ວ.
ເຈົ້າໜ້າທີ່ປາແລັສໄຕນ໌ ທີ່ບໍ່ປະສົງອອກນາມ ບອກກັບຣອຍເຕີສ ກ່ອນໜ້ານີ້ວ່າ ກຸ່ມຮາມາສ ໄດ້ເຫັນດີດ້ວຍວາຈາຕໍ່ຮ່າງຂໍ້ຕົກລົງຢຸດຍິງ ແລະປ່ອຍໂຕປະກັນ ກັບທີມຜູ້ເປັນກາງຈາກກາຕ້າ ແລະຖ້າຂໍ້ມູນເພີ້ມເຕີມ ເພື່ອຍື່ນເອກະສານຮັບຮອງເປັນລາຍຫລັກອັກສອນ.
ຂໍ້ຕົກລົງຢຸດຍິງທີ່ຍັງບໍ່ໄດ້ປະກາດຢ່າງເປັນທາງການເທື່ອ ມີລາຍລະອຽດໃນການຍຸຕິການສູ້ລົບໃນຊ່ວງເລີ້ມຕົ້ນ ເປັນເວລາ 6 ອາທິດ ການຖອນທະຫານອິສຣາແອລ ອອກຈາກກາຊາ ແລະກຸ່ມຮາມາສ ປ່ອຍໂຕປະກັນທີ່ຈັບໄປ ເພື່ອແລກປ່ຽນກັບຊາວປາແລັສໄຕນ໌ ທີ່ອິສຣາແອລ ຄວບຄຸມໂຕໄວ້.
ຢ່າງໃດກໍຕາມ ເອພີ ລະບຸວ່າ ຂໍ້ຕົກລົງດັ່ງກ່າວ ຈະຍັງບໍ່ມີຜົນບັງຄັບໃຊ້ ຈົນກວ່າວ່າ ແຜນດັ່ງກ່າວຈະໄດ້ຮັບຄວາມເຫັນດີຈາກຄະນະລັດຖະມົນຕີດ້ານຄວາມໝັ້ນຄົງຂອງນາຍົກລັດຖະມົນຕີອິສຣາແອລ ເບັນຈາມິນ ເນທັນຢາຮູ ແລະຄະນະລັດຖະມົນຕີທັງຄະນະຂອງທ່ານ ເຊິ່ງມີແນວໂນ້ມວ່າ ຈະຮັບຮອງຂໍ້ຕົກລົງດັ່ງກ່າວ.
ທາງລັດຖະມົນຕີຕ່າງປະເທດອິສຣາແອລ ກີດຽນ ຊາຣ໌ ໄດ້ຕັດພາລະກິດການໄປຢ້ຽມຢູໂຣບ ໃຫ້ສັ້ນລົງ ແລະເດີນທາງກັບອິສຣາແອລ ໃນຊ່ວງຂ້າມຄືນເພື່ອເຂົ້າຮ່ວມກອງປະຊຸມຄະນະລັດຖະມົນຕີດ້ານຄວາມໝັ້ນຄົງ ແລະລົງມະຕິຮັບຮອງຂໍ້ຕົກລົງຢຸດຍິງນີ້ ເຊິ່ງໝາຍຄວາມວາ ການລົງຄະແນນດັ່ງກ່າວ ຈະເກີດຂຶ້ນພາຍໃນວັນພະຫັດມື້ນີ້ ຕາມເວບາໃນທ້ອງຖິ່ນຂອງອິສຣາແອລ.
ກອງທັບອິສຣາແອລ ບຸກກາຊາ ຫລັງຈາກກຸ່ມຮາມາສ ໄດ້ເປີດສາກໂຈມຕີພາກໃຕ້ຂອງອິສຣາແອລ ເມື່ອວັນທີ 7 ຕຸລາ 2023 ໂດຍສັງຫານ 1,200 ຄົນ ແລະຈັບກຸມ 250 ຄົນເປັນໂຕປະກັນ ຂະນະທີ່ການໂຈມຕີໂຕ້ຕອບຂອງອິສຣາແອລ ໄດ້ສັງຫານຊາວປາແລັສໄຕນ໌ ຫຼາຍກວ່າ 46,000 ຄົນ ຈາກການກ່າວອ້າງຂອງກະຊວງສາທາລະນະສຸກຂອງກາຊາ ແລະສ້າງຄວາມເສຍຫາຍຢ່າງພັງພິນາດໃຫ້ກັບດິນແດນປາແລັສໄຕນ໌ ທີ່ມີປະຊາຊົນ 2.3 ລ້ານຄົນຕ້ອງກາຍເປັນຜູ້ພັດພາກຈາກຖິ່ນຖານ.
ການເຈລະຈາທີ່ໃຊ້ເວລາມາຫຼາຍເດືອນ ໂດຍມີອີຈິບ ແລະກາຕ້າ ເປັນໂຕກາງ ແລະສະຫະລັດ ໃຫ້ການສະໜັບສະໜູນ ກໍໄດ້ບັນລຸຜົນການຫາລືກັນໃນຊ່ວງບໍ່ເທົ່າໃດວັນ ກ່ອນວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ຈະເຂົ້າພິທີສາບານໂຕຮັບຕຳແໜ່ງຜູ້ນຳສະຫະລັດ ຄົນທີ 47 ໃນວັນທີ 20 ມັງກອນນີ້.
ໂດຍກ່ອນໜ້ານີ້ ທ່ານທຣຳ ໄດ້ກ່າວຢ້ຳຂໍ້ຮຍກຮ້ອງໃນການບັນລຸຂີດຢຸດຍິງກາຊາຢ່າງວ່ອງໄວ ພ້ອມເຕືອນວ່າ ໃຫ້ກຽມພ້ອມສຳລັບ “ນະຮົກແຕກ” ຖ້າຫາກກຸ່ມຮາມາສ ບໍ່ປ່ອຍໂຕປະກັນ ຂະນະທີ່ທູດພິເສດຮັບຜິດຊອບດ້ານຕາເວັນອອກກາງຂອງທ່ານທຣຳ ຄື ທ່ານສຕີຟ ວິທຄ໊ອຟ ໄດ້ເຮັດວຽກຮ່ວມກັບ ທ່ານແບຣັຕ ເມັກເກີຣຄ໌ ທີ່ປຶກສາຂອງປະທານາທິບໍດີ ໂຈ ໄບເດັນ ຮັບຜິດຊອບດ້ານຕາເວັນອອກກາງ ໃນການຊຸກຍູ້ຂໍ້ຕົກລົງຢຸດຍິງ ທີ່ນະຄອນຫຼວງໂດຮາ ຂອງກາຕ້າ ດ້ວຍເຊັ່ນກັນ.
ຟໍຣັມສະແດງຄວາມຄິດເຫັນ