ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ແລກ​ປ່ຽນ​ນັກ​ໂທດ ແລະ ຢຸດ​ຍິງ​ຊົ່ວ​ຄາວ ລະ​ຫວ່າງ ອິສ​ຣາ​ແອ​ລ ກັບກຸ່ມ​ຮາ​ມາ​ສ ຖືກ​ເລື່ອນ​ເວ​ລາ


ປະ​ຊາ​ຊົນ​ຍ່າງ​ຜ່ານ​ຮູບ​ພາບ​ຂອງ​ຕົວ​ປະ​ກັນ​ຊາວ ອິ​ສ​ຣາ​ແອ​ລ ທີ່​ຖືກ​ຈັບ​ໃນ​ເຂດ​ກາ​ຊາ​ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ, 22 ພະ​ຈິກ 2023.
ປະ​ຊາ​ຊົນ​ຍ່າງ​ຜ່ານ​ຮູບ​ພາບ​ຂອງ​ຕົວ​ປະ​ກັນ​ຊາວ ອິ​ສ​ຣາ​ແອ​ລ ທີ່​ຖືກ​ຈັບ​ໃນ​ເຂດ​ກາ​ຊາ​ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ, 22 ພະ​ຈິກ 2023.

ການ​ປ່ອຍ​ຕົວ​ປະ​ກັນ​ຄັ້ງ​ທຳ​ອິດ​ ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ເຂດ​ກາ​ຊາ ຖືກ​ເລື່ອນ​ເວ​ລາອອ​ກ​ໄປ​ຈົນ​ຮອດ​ຢ່າງ​ໜ້ອຍ​ວັນ​ສຸກມື້​ອື່ນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ເມື່ອ​ແລງວັນ​ພຸດ​ວານນີ້

ທ່ານ ຊາ​ຈີ ຮາ​ເນກ​ບີ ໄດ້​ກ່າວ​ວ່າ “ການ​ປ່ອຍ​ຕົວ​ຈະ​ເລີ່ມ​ຂຶ້ນ​ອີງ​ຕາ​ຂໍ້​ຕົກ​ລົງ​ດັ້ງ​ເດີມ​ລະ​ຫວ່າງ​ສອງ​ຝ່າຍ​ນັ້ນ, ແລະ ບໍ່​ແມ່ນ​ກ່ອນ​ວັນ​ສຸກ,” ໂດຍ​ກ່າວ​ຕື່ມ​ວ່າ​ການ​ເຈ​ລະ​ຈາ ກ່ຽວ​ກັບ ຂໍ້​ຕົກ​ລົງ​ແມ່ນ​ໄດ້​ສືບ​ຕໍ່​ໄປ.

ທ່ານ ຮາ​ເນກ​ບີ ບໍ່​ໄດ້​ໃຫ້​ເຫດ​ຜົນ​ສຳ​ລັບ​ການ​ເລື່ອນ​ເວ​ລາ, ແລະ ບໍ່​ມີ​ຄວາມ​ກະ​ຈ່າງ​ແຈ້ງວ່າ​ເວ​ລາ​ໃດ ອິ​ສ​ຣາ​ແອ​ລ ຈະ​ເລີ່ມ​ການ​ຢຸດ​ຍິງ​ສີ່​ວັນ​ຂອງ​ເຂົາ​ເຈົ້າ​ໃນ​ເຂດ​ກາ​ຊາ, ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ທີ່​ຖືກ​ປະ​ກາດ​ກ່ອນ​ໜ້ານີ້​ໂດຍ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ກັນ. ການ​ຢຸດ​ຍິງ​ດັ່ງ​ກ່າວ​ມີ​ກຳ​ນົດ​ບັງ​ຄັບ​ໃຊ້ 10 ໂມ​ງ​ເຊົ້າ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ​ຂອງວັນ​ພະ​ຫັດ​ມື້ນີ້.

ປະ​ເທດ ກາ​ຕ້າ, ເຊິ່ງ​ໄດ້​ຊ່ວຍ​ເປັນ​ຜູ້​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ພ້ອມ​ກັບ ສະ​ຫະ​ລັດ ແລະ ອີ​ຈິບ, ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ, ກຸ່ມ​ຮາ​ມາ​ສ, ໃນ​ຂັ້ນ​ຕອນ​ຕ່າງໆ​, ຈະ​ປ່ອຍ​ຕົວ​ແມ່​ຍິງ 50 ຄົນ ແລະ ເດັກ​ນ້ອຍ​ໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້, ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ຄາດ​ວ່າ​ຈະ​ປ່ອຍ​ຕົວ​ນັກ​ໂທດ​ຊາວ​ປາ​ແລັ​ສ​ໄຕ​ນ໌ 150 ຄົນ.

ບໍ່​ມີ​ຊື່​ຂອງ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ​ຄົນ​ໃດ​ຖືກ​ເປີດ​ເຜີຍ, ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ເຊື່ອ​ວ່າ​ຈຳ​ນວນ​ນຶ່ງ​ໃນ​ຕົວ​ປະ​ກັນ​ຊາວ​ອາ​ເມ​ຣິ​ກັນ 9 ຄົນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ​ ຈະ​ລວມ​ຢູ່​ໃນ​ຜູ້​ຖືກ​ປ່ອຍ​ຕົວ​ນັ້ນ.

ການ​ຕໍ່​ສູ້​ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ວັນ​ພຸດ​ວານນີ້ ດ້ວຍ​ການ​ລະ​ເບີດ​ຖືກ​ພົບ​ເຫັນ​ໃນ ກາ​ຊາ ແລະ ກຸ່ມ​ຮາ​ມາ​ສ ໄດ້​ຍິງ​ລູກ​ສອນ​ໄຟ​ເຂົ້າ​ໃສ່ ອິ​ສ​ຣາ​ແອ​ລ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ລູກ​ນຶ່ງ​ໄດ້​ຕົກ​ຖືກ​ຕຶກ​ທີ່​ພັກ​ອາ​ໄສ​ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, ເຊິ່ງ​ມີ​ລາຍ​ງານ​ວ່າ​ໄດ້​ສັງ​ຫານ 17 ຄົນ, ລວມ​ທັງ​ເດັກ​ນ້ອຍ, ໃນ​ຂະ​ນະ​ດຽວ​ກັນ​ໃນ​ພາກ​ເໜືອ​ຂອງ​ເຂດ ກາ​ຊາ, ຜູ້​ເສຍ​ຊີ​ວິດ​ປະ​ມານ 60 ສົບ ແລະ ບາດ​ເຈັບ 200 ຄົນ​ຈາກ​ການ​ຕໍ່​ສູ້​ຢ່າ​ງ​ໜັກ​ໄດ້​ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ ຄາ​ມາ​ລ ອາດ​ວານ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Israel-Hamas Cease-Fire Delayed
please wait

No media source currently available

0:00 0:02:57 0:00

XS
SM
MD
LG