ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອ​ິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ກ້າວ​ເຂົ້າ​ສູ່​ວັນ​ສຸດ​ທ້າຍ​ ຂອງ​ການ​ຢຸດ​ຍິງ ທ່າມ​ກາງ​ການ​ຜັກ​ດັນ ໃຫ້​ມີການ​ຕໍ່​ຂໍ້​ຕົກ​ລົງ


ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ ສະ​ແດງ​ທ່າ​ທີ​ກັບ​ຜູ້​ສະ​ໜັບ​ສະ​ໜູນ ແລະ ຄອບ​ຄົວຫຼັງ​ຈາກ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ ອິ​ສ​ຣາ​ແອ​ລ ໃນ​ການ​ແລກ​ປ່ຽນ​ກັບ​ຕົວ​ປະ​ກັນ ອິ​ສ​ຣາ​ແອ​ລ ທີ່​ຖືກ​ປ່ອຍ​ຕົວ​ໂດຍ ກຸ່ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ, ໃນ​ເມືອງ ຣາ​ມາ​ລ​ລາ ຢູ່​ເຂດ West Bank, 26 ພະ​ຈິກ 2023.
ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ ສະ​ແດງ​ທ່າ​ທີ​ກັບ​ຜູ້​ສະ​ໜັບ​ສະ​ໜູນ ແລະ ຄອບ​ຄົວຫຼັງ​ຈາກ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ ອິ​ສ​ຣາ​ແອ​ລ ໃນ​ການ​ແລກ​ປ່ຽນ​ກັບ​ຕົວ​ປະ​ກັນ ອິ​ສ​ຣາ​ແອ​ລ ທີ່​ຖືກ​ປ່ອຍ​ຕົວ​ໂດຍ ກຸ່ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ, ໃນ​ເມືອງ ຣາ​ມາ​ລ​ລາ ຢູ່​ເຂດ West Bank, 26 ພະ​ຈິກ 2023.

ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ໄດ້​ກ້າວ​ເຂົ້າ​ສູ່​ວັນ​ສຸດ​ທ້າຍ​ຂອງ​ແຜນ​ການ​ທີ່​ວາງ​ໄວ້ ກ່ຽວ​ກັບ ການ​ຢຸດ​ຍິງ​ ໃນ​ວັນ​ຈັນ​ມື້ນີ້, ດ້ວຍ​ຄວາມ​ຄາດ​ຫວັງ​ສຳ​ລັບ ອິ​ສ​ຣາ​ແອ​ລ ຈະ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລັ​ສ​ໄຕ​ນ໌ ເພີ່ມ​ເຕີມ ແລະ ກຸ່ມ​ຮາ​ມາ​ສ ປ່ອຍ​ຕົວ​ປະ​ກັນ​ເພີ່ມ​ເຕີມ​ ທ່າມ​ກາງ​ການ​ຜັກ​ດັນ​ເພື່ອ​ຕໍ່​ເວ​ລາ​ການ​ຢຸດ​ຕໍ່​ສູ້.

ກຸ່ມ​ຮາ​ມາ​ສ ໄດ້​ລະ​ບຸ​ວ່າ​ເຂົາ​ເຈົ້າ​ຈະ​ຕໍ່​ຂໍ້​ຕົກ​ລົງ, ໃນ​ຂະ​ນະ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຢ້ຳ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ອິ​ສ​ຣາ​ແອ​ລ ເຕັມ​ໃຈ​ຕໍ່​ຂໍ້​ຕົກ​ລົງ​ທີ່​ລວມ​ມີ​ກຸ່ມ​ຮາ​ມາ​ສ ​ປ່ອຍ​ຕົວ​ປະ​ກັນ​ຕື່ມ​ອີກ 10 ຄົນ​ຕໍ່​ວັນ.

ຂໍ້​ຕົກ​ລົງ​ໃນ​ເບື້ອງ​ຕົນ, ເຊິ່ງ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້ ຫຼັງ​ຈາກ​ສົງ​ຄາມ 6 ອາ​ທິດ, ລວມ​ມີກຸ່ມ​ຮາ​ມາ​ສ​ປ່ອຍ​ຕົວ​ປະ​ກັນ​ທັງ​ໝົດ 50 ຄົນ, ອິ​ສ​ຣາ​ແອ​ລ ປ່ອຍ​ຕົວ​ນັກ​ໂທດ ປາ​ແລັ​ສ​ໄຕ​ນ໌ 150 ຄົນ, ແລະ ຢຸດ​ການ​ຕໍ່​ສູ້.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ແລງວັນ​ອາ​ທິດ​ວານນີ້​ວ່າ ຊາວ​ອິສ​ຣາ​ແອ​ລ ທັງ​ໝົດ 39 ຄົນ, ຊາວ​ປາ​ແລັ​ສ​ໄຕ​ນ໌ 117 ຄົນ ແລະ ຄົນ​ຕ່າງ​ປະ​ເທດ 19 ຄົນ​ໄດ້​ຮັບ​ການ​ປ່ອຍ​ຕົວ​.

ສະ​ຫະ​ລັດ, ອີ​ຈິບ ແລະ ກາ​ຕ້າ ແມ່ນ​ລວມ​ຢູ່​ໃນ​ຜູ້​ທີ່​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຂໍ້​ຕົກ​ລົງຫຼັງ​ຈາກ​ໄດ້​ເຮັດ​ວຽກ​ເພື່ອ​ຮັບ​ປະ​ກັນ​ການ​ຢຸດ​ຍິງ 4 ວັນ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ, ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ, ເພື່ອ​ຮັກ​ສາ​ການ​ຢຸດ​ຕໍ່​ສູ້ນີ້​ໃຫ້ກາຍມື້​ອື່ນ​ອອກ​ໄປ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ເຫັນ​ຕົວ​ປະ​ກັນ​ອອກ​ມາ​ຫຼາຍ​ຂຶ້ນ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃຫ້​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ໃນ​ເຂດ​ກາ​ຊາ​ເພີ່ມ​ຂຶ້ນ.”

ທ່ານ ໄບ​ເດັນ ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ປ່ອຍ​ຕົວ​ເດັກ​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ອິ​ສ​ຣາ​ແອ​ລ ອາ​ຍຸ 4 ປີ​ຄົນ​ນຶ່ງ, ເຊິ່ງ​ພໍ່​ແມ່​ຂອງ​ລາວ​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ​ໃນ ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG