ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ແລະ​ກຸ່ມ​ຮາ​ມາ​ສ ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ໃນ​ຫົວ​ເມືອງ​ໃຫຍ່​ສຸດ ຂອງເຂດ​ກາ​ຊາ


ຮູບ​ທີ່​ຖ່າຍ​ຈາກ​ພາກ​ໃຕ້​ອິ​ສ​ຣາ​ແອ​ລ ໃກ້​ກັບ​ຊາຍ​ແດນ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 8 ທັນ​ວາ 2023 ສະ​ແດງ​ໃຫ້​ເຫັນ​ຄວັນ​ກຸ້ມ​ຂຶ້ນ​ຢູ່​ເທິງ​ຕຶກ​ອາ​ຄານ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ​ຕໍ່​ເຂດ​ພາກ​ເໜືອ​ເຂດ​ກາ​ຊາ.
ຮູບ​ທີ່​ຖ່າຍ​ຈາກ​ພາກ​ໃຕ້​ອິ​ສ​ຣາ​ແອ​ລ ໃກ້​ກັບ​ຊາຍ​ແດນ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 8 ທັນ​ວາ 2023 ສະ​ແດງ​ໃຫ້​ເຫັນ​ຄວັນ​ກຸ້ມ​ຂຶ້ນ​ຢູ່​ເທິງ​ຕຶກ​ອາ​ຄານ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ​ຕໍ່​ເຂດ​ພາກ​ເໜືອ​ເຂດ​ກາ​ຊາ.

ກອງ​ທະ​ຫານອິ​ສ​ຣາ​ແອ​ລ ໄດ້​ຍິງ​ສັງ​ຫານ​ຊາວ​ປາ​ແລັ​ສ​ໄຕ​ນ໌ 6 ຄົນ​ ຢູ່​ທີ່​ສູນ​ອົບ​ພະ​ຍົບ​ແຫ່ງ​ນຶ່ງ ໃກ້​ເມືອງ​ທູ​ບາ​ສ ໃນ​ເຂດ​ຢຶດ​ຄອງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ໃນ​ຂະ​ນະ​ທີ່​ສົງ​ຄາມ ລະ​ຫວ່າງອິ​ສ​ຣາ​ແອ​ລ ແລະພວ​ກ​ຫົວ​ຮຸນ​ແຮງຮາ​ມາ​ສ ໃນ​ເຂດ​ພາກ​ໃຕ້​ກາ​ຊາ ກ້າວ​ເຂົ້າ​ສູ່​ເດືອນ​ທີ 3.

ໃນ​ວັນ​ສຸກມື້ນີ້ ​ກອງ​ທັບອິ​ສ​ຣາ​ແອ​ລ​ຍັງ​ໄດ້​ຕອບ​ໂຕ້​ຕໍ່​ການ​ສືບ​ສວນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ນັກ​ຂ່າວ​ຣອຍ​ເຕີ້ ຢູ່​ໃນ​ພາກ​ໃຕ້​ເລ​ບາ​ນອນ ເມື່ອ​ວັນ​ທີ 13 ຕຸ​ລາ​ຜ່ານ​ມາ.

​ອົງ​ການ​ຂ່າວ​ຣອຍ​ເຕີ້ລາຍ​ງານ​ວ່າ ທາງກອງ​ທັບ​ໄດ້​ກ່າວ​ ຢູ່​ໃນ​ຖະ​ແຫຼງ​ການ​ໂດຍ​ບໍ​ໄດ້​ລະ​ບຸ​ຊື່ນັກ​ຂ່າວ ອິ​ສ​ຊາມ ອັບ​ດາ​ລ​ລາ ວ່າ ໃນ​ເວ​ລາ​ທີ່​ເກີດ​ເຫດນັ້ນ ກຳ​ລັງ​ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາ​ໃນ​ເລ​ບາ​ນອນໄດ້​ທຳ​ການ​ໂຈມ​ຕີ​ທົ່ວ​ບໍ​ລິ​ເວນ​ຊາຍ​ແດນ​ແລະ​ທະຫານ​ອິ​ສ​ຣາ​ແອ​ລ​ໄດ້​ຍິງ​ຕອບ​ໂຕ້ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກຸ່ມ​ເຮັ​ສ​ໂບ​ລ​ລາ​ເຂົ້າ​ໄປ​ໃນ​ອິ​ສ​ຣາ​ແອ​ລ.

ກອງ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ອິ​ສ​ຣາ​ແອ​ລ ​ກ່າວຢູ່​ໃນ​ຖະ​ແຫຼງ​ການ​ວ່າ ​ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້​ແລ້ວ “ຕົນ​ຮູ້​ເລື້ອງ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ທີ່​ວ່າ ນັກ​ຂ່າວ​ຜູ້​ທີ່​ຢູ່​ໃນ​ເຂດ​ດັ່ງ​ກ່າວ​ໄດ້​ເສຍ​ຊີ​ວິດ” ໃນ​ອັນ​ທີ່​ເປັນ​ເຂດ​ມີ​ການ​ສູ້​ລົບ​ກັນ​ດຳ​ເນີນ​ຢູ່​ແລະ​ເຫດ​ຮ້າຍນີ້ ພວມ​ມີ​ການ​ທົບ​ທວນ​.

ອິ​ສ​ຣາ​ແອ​ລ ​ໄດ້​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ຢູ່​ໃນ​ຫົວ​ເມືອງ​ທີ່​ໃຫຍ່​ສຸດ​ຂອງ​ເຂດ​ກາ​ຊາ ໃນ​ວັນ​ພະ​ຫັດ​ວານນີ້ ເຮັດ​ໃຫ້ 350 ຄົນ​ເສຍ​ຊີ​ວິດ ແລະ​ພົນ​ລະ​ເຮືອນ​ປາ​ແລັ​ສ​ໄຕ​ນ໌​ຫຼາຍ​ພັນ​ຄົນ​ພວມ​ຊອກ​ຫາ​ບ່ອນ​ຢູ່​ອາ​ໄສ ເພື່ອ​ຫຼົບ​ໜີ​ຈາກ​ໄພ​ສົງ​ຄາມ.

​ອົບ​ພະ​ຍົບ​ໃນເຂດ​ກາ​ຊາ​ຈຳ​ນວນ​ຫຼວງ​ຫຼາຍ ​ໄດ້​ພາ​ກັນ​ເຂົ້າ​ໄປ​ໃນ​ເມືອງຣາ​ຟາ ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດອີ​ຈິບ ບ່ອນ​ທີ່​ອິ​ສ​ຣາ​ແອ​ລ ​ໄດ້​ຖິ້ມ​ໃບ​ປິວ​ຮຽກ​ຮ້ອງ​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌ຫຼົບ​ໜີ ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ປອດ​ໄພ. ແຕ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ຮາ​ມາ​ສ ລາ​ຍ​ງານ​ວ່າ ມີ 37 ຄົນ​ໄດ້​ເສຍ​ຊີ​ວິດ ເມື່ອ​ຄືນ​ທີ່​ແລ້ວ ຈາກ​ການ​ໂຈມ​ຕີ​ທາງອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ.

ກອງ​ທັບ​ອິ​ສ​ຣາ​ແອ​ລ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ກ່າວ​ຫາ​ພວກ​ຫົວ​ຮຸນ​ແຮງວ່າ ຍິງ​ຈະ​ຫຼວດ​ໂຈມ​ຕີ​ຈາກ​ບໍ​ລິ​ເວນ​ໃກ້ໆ​ກັບ​ເມືອງ​ຣາ​ຟາ ຊຶ່ງ​ຕັ້ງ​ຢູ່​ໃກ້​ກັບ​ເຂດ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG