ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຮາມ​າ​ສ ຈະ​ປ່ອຍ​ຕົວ​ປະ​ກັນ, ອິ​ສ​ຣາ​ແອ​ລ ຈະ​ຢຸດ​ການ​ຕໍ່​ສູ້


ຄອບ​ຄົວ ແລະ ໝູ່​ເພື່ອ​ຂອງ​ຕົວ​ປະ​ກັນ​ປະ​ມານ 240 ຄົນ​ທີ່​ຖືກ​ຈັບ​ໄປ​ໂດຍ​ກຸ່​ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ ຮຽກ​ຮ້ອງ​ໃຫ້ ອິ​ສ​ຣາ​ແອ​ລ ນຳ​ເອົາ​ເຂົາ​ເຈົ້າ​ກັບ​ບ້ານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ນະ​ຄອນຫຼວງ ແທ​ລ໌ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ, 21 ພ​ະ​ຈິກ 2023.
ຄອບ​ຄົວ ແລະ ໝູ່​ເພື່ອ​ຂອງ​ຕົວ​ປະ​ກັນ​ປະ​ມານ 240 ຄົນ​ທີ່​ຖືກ​ຈັບ​ໄປ​ໂດຍ​ກຸ່​ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ ຮຽກ​ຮ້ອງ​ໃຫ້ ອິ​ສ​ຣາ​ແອ​ລ ນຳ​ເອົາ​ເຂົາ​ເຈົ້າ​ກັບ​ບ້ານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ນະ​ຄອນຫຼວງ ແທ​ລ໌ ອາ​ວີ​ຟ, ອິ​ສ​ຣາ​ແອ​ລ, 21 ພ​ະ​ຈິກ 2023.

ຕົວ​ປະ​ກັນ​ຈຳ​ນວນ​ນຶ່ງ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ​ໃນ​ເຂດ​ກາ​ຊາ ລຸນຫຼັງ​ການ​ໂຈມ​ຕີ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ​ໃນ​ເດືອນ​ແລ້ວນີ້​ຢູ່ ອິ​ສ​ຣາ​ແອ​ລ ອາດ​ຖືກ​ປ່ອຍ​ຕົວ​ໃນ​ວັນ​ພະ​ຫັດ​ມື້​ອື່ນ, ຫຼັງ​ຈາກ​ຂໍ້​ຕົກ​ລົງ​ຖືກ​ປະ​ກາດ​ໂດຍ​ປະ​ເທດ ກາ​ຕ້າ ທີ່​ລວມ​ມີ​ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ຢຸດ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ​ໃນ​ກາ​ຊາ 4 ວັນ.

ກາ​ຕ້າ ໄດ້​ກ່າວ​ວ່າ​ກຸ່ມຮາ​ມາ​ສ ຈະ​ປ່ອຍ​ຕົວ​ແມ່​ຍິງ ແລະ ເດັກ​ນ້ອຍ 50 ຄົນ, ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ກໍ​ຈະ​ປ່ອຍ​ຕົວ “ແມ່​ຍິງ ແລະ ເດັກ​ນ້ອຍ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຈຳ​ນວນ​ນຶ່ງ​ທີ່​ຖືກ​ກັກ​ຂັງ​ໃນ​ຄຸກ ອິ​ສ​ຣາ​ແອ​ລ.”

ຂໍ້​ຕົກ​ລົງ​ທີ່​ຖືກ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ພຸດນີ້ ໄດ້​ມີ​ຂຶ້ນຫຼັງ​ຈາກ​ການ​ເຈ​ລະ​ຈາຫຼາຍ​ອາ​ທິດ​ທີ່​ນຳ​ໜ້າ​ໂດຍ ກາ​ຕ້າ, ສະ​ຫະ​ລັດ ແລະ ອີ​ຈິບ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າຕົວ​ປະ​ກັນ​ທີ່​ຖືກ​ປ່ອຍ​ໂດຍ​ກຸ່ມ​ຮາ​ມາ​ສ ແມ່ນ​ຄາດ​ວ່າ​ຈະ​ລວມ​ມີ​ຊາວ​ອາ​ເມ​ຣິ​ກັນ ຫຼາຍ​ຄົນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ ເຊກ ຕາ​ມິມ ບິນ ຮາ​ມາ​ສ ອາ​ລ-ທາ​ນີ ແຫ່ງ​ກາ​ຕ້າ ແລະ ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດ​ລ໌-ຟັດ​ທ​າ ແອ​ລ-ຊີ​ຊີ ຂອງ ອີ​ຈິບ ສຳ​ລັບ​ການ​ນຳ​ພາ​ທີ່​ສຳ​ຄັນ​ຂອງ​ພວກ​ເພິ່ນ ແລະ ຄູ່​ຮ່ວມ​ໃນ​ການ​ບັນ​ລຸ​ຂໍ້​ຕົກ​ລົງ​ນີ້. ແລະ ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ຕັນ​ຢາ​ຮູ ແລະ ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ເຮັດ​ໃນ​ການ​ສະ​ໜັບ​ສະ​ໜູນການ​ຕໍ່​ເວ​ລາ​ຢຸດ​ຍິງ ເພື່ອ​ຮັບ​ປະ​ກັນ​ວ່າ​ຂໍ້​ຕົກ​ລົງ​ນີ້​ຈະ​ສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ເຕັມ​ທີ່ ແລະ ຮັບ​ປະ​ກັນ​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເພີ່ມ​ເຕີມ ເພື່ອ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄອບ​ຄົວ​ຊາວ​ປາ​ແລັ​ສ​ໄຕ​ນ໌ ​ທີ່​ບໍ​ລິ​ສຸດ​ໃນ ກາ​ຊາ.”

ກຸ່ມ​ຮາ​ມາ​ສ ໄດ້​ຈັບ​ປະ​ຊາ​ຊົນ​ເປັນຕົ​ວ​ປະ​ກັນ​ປະ​ມານ 240 ຄົນ​ນັບ​ຕັ້ງແຕ່​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາໃນ ອິ​ສ​ຣາ​ແອ​ລ, ໃນ​ລະ​ຫວ່າງ​ນັ້ນ​ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 1,200 ຄົນ. ພວກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ກາ​ຊາ ເວົ້າ​ວ່າ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຫຼາຍກວ່າ 12,000 ຄົນ, ລວມ​ທັງ​ເດັກ​ນ້ອຍ​ຢ່າງ​ໜ້ອຍ 5,000 ຄົນ, ຖືກ​ຢືນ​ຢັນ​ວ່າ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ.

ກາ​ຕ້າ ໄດ້​ກ່າວ​ວ່າ “ການ​ເລີ່ມ​ຢຸດ​ຕໍ່​ສູ້​ຂອງ ອິ​ສ​ຣາ​ແອ​ລ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຖືກ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້​ອື່ນ ແລະ ອາດ​ຕໍ່​ເວ​ລາ​ອອກ​ໄປ​ກາຍ 4 ວັນ​ທີ່​ຖືກ​ກຳ​ນົດ​ໃນ​ເບື້ອງ​ຕົ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG