ຝ່າຍປາແລສໄຕນ໌ ເຕືອນວ່າ ອາດຈະຄວາມຮຸນແຮງຄືນອີກ ຖ້າ
ຫາກບັນດາເຈົ້າໜ້າທີ່ກຸ່ມຮາມັສ ແລະອິສຣາແອລ ບໍ່ສາມາດຕົກ
ລົງກັນໄດ້ກ່ອນເສັ້ນຕາຍການຢຸດຍິງໃນຕອນທ່ຽງຄືນວັນອັງຄານ
ມື້ນີ້.
ທັງສອງຝ່າຍ ພາກັນເຈລະຈາໂດຍທາງອ້ອມ ຢ່າງຂຸ້ນຂ້ຽວ ທີ່ນະ
ຄອນຫລວງໄຄໂຣ ຫລັງຈາກໄດ້ມີການຕົກລົງໃນວັນຈັນວານນີ້
ເພື່ອຕໍ່ການຢຸດຍິງອອກໄປຕື່ມ ອີກເປັນເວລາ 24 ຊົ່ວໂມງ ຊຶ່ງເປັນ
ການຕໍ່ເວລາເທື່ອທີສາມ ໃນການຢຸດຍິງດັ່ງ ກ່າວເປັນເວລາ 10 ມື້.
ຫົວໜ້າເຈລະຈາຂອງຝ່າຍປາແລສໄຕນ໌ທ່ານ Azzam al-Almad
ກ່າວໃນວັນອັງຄານມື້ນີ້ວ່າ “ວົງຈອນຂອງຄວາມຮຸນແຮງ” ຈະດຳເນີນຕໍ່ໃນເຂດກາຊາ ຖ້າການເຈລະຈາຫາກບໍ່ປະສົບຜົນສຳເລັດ.
ການປະກາດຕໍ່ເວລາໃນການຢຸດຍິງ ໄດ້ມີຂື້ນໃນວັນຈັນວານນີ້ ບໍ່ເທົ່າໃດນາທີກ່ອນການ
ຢຸດຍິງກຳນົດຈະສີ້ນສຸດລົງ ໃນຕອນທ່ຽງຄືນ ຕາມເວລາທ້ອງຖິ່ນ.
ບໍ່ມີຮອງຮອຍໃດໆສະແດງໃຫ້ເຫັນວ່າ ຄະນະເຈລະຈາໃກ້ຈະບັນລຸການຕົກລົງກັນແລ້ວ
ເພື່ອຢຸດເຊົາການສູ້ລົບມາເປັນເວລາກວ່ານຶ່ງເດືອນ ລະຫວ່າງອິສຣາແອລ ແລະກຸ່ມຮາ
ມັສ ທີ່ຄວບຄຸມເຂດກາຊາ ຊຶ່ງຕັ້ງເລາະຕາມຊາຍຝັ່ງທະເລ ເມດີແຕເຣນຽນນັ້ນ.