ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຢຸດຍິງ ເປັນເວລາ 72 ຊົ່ວໂມງ ເລີ້ມຂຶ້ນ ທີ່ເຂດກາຊາ (ວີດີໂອ/ສະໄລດ໌)


ການ​ຢຸດ​ຍິງເປັນ​ເວລາ 72 ຊົ່ວ​ໂມງ ລະຫວ່າງ ອິສຣາແອ​ລ ​
ແລະ​ກຸ່ມຮາ​ມັສ ​ໄດ້​ເລີ້ມມີ​ຜົນບັງຄັບ​ໃຊ້​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​
ມື້​ນີ້ ​ໃນ​ແຫລມ​ກາຊາ ​ໃນ​ຂະນະ​ທີ່​ມີ​ການ​ດຳ​ເນີນຄວາມ​ພະຍາ
ຍາມຢ່າງ​ຂຸ້ນ​ຂ້ຽວ​ຂຶ້ນ ​ເພື່ອເຈລະຈາ​ໃຫ້​ມີ​ການ​ແກ້​ໄຂ ​ໄລຍະ
ຍາວ ຕໍ່​ການໂຕ້​ແຍ້​ງກັນນັ້ນ.

ກ່​ອນການ​ຢຸດ​ຍິງ​ເລີ້ມ​ຕົ້ນ​ຂຶ້ນ​ເລັກ​ນ້ອຍ ​ໃນ​ເວລາ 8:00 ​ໂມງ
ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນນັ້ນ ອິສຣາ​ແອ​ລ​ໄດ້​ປະກາດ​ວ່າ ຕົນ​
ຈະ​ຖອນ​ຖະຫານ​ທີ່​ຍັງ​ເຫລືອ​ຢູ່​ໃນ​ເຂດ​ກາຊາ ທີ່​ຕັ້ງ​ຢູ່​ແຄມຝັ່ງ
ທະ​ເລ​ນັ້ນ ອອກ​ໝົດ. ໂຄສົກ​ທະຫານ​ ພັນ​ໂທ Peter Lerner
ບອກ​ບັນດາ​ນັກ​ຂ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ທະຫານ​ຈະ​
ຖືກ​ສົ່ງ​ໄປ​ຢູ່​ຈຸດປ້ອງ​ກັນຫລາ​ຍໆ​ແຫ່ງ ຢູ່​ນອກ​ເຂດກາ​ຊາ ​ແລະຈະ​ຮັກສາຈຸດປ້ອງ​ກັນ
ເຫລົ່ານັ້ນ​ໄວ້.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ທໍາລາຍ​ອຸບມົງ​ແຫ່ງ​ສຸດ​ທ້າຍ ໃນ​ຈຳ​ນວນທັງໝົດ
32 ​ແຫ່ງ ​ທີ່​ກຸ່ມ​ຮາ​ມັສ​ໄດ້ນຳ​ໃຊ້​ ​ເພື່ອລັກລອບ​ຂ້າມ​ຊາຍ​ແດນ​ ​ເຂົ້າ​ໄປ​ທຳ​ການໂຈມ​ຕີ ຢູ່​ໃນ
ອິສຣາ​ແອລ​ນັ້ນ.

ການຖອນ​ອອກ​ໄປ​ຂອງ​ທະຫານ​ອິສຣາ​ແອ​ລ ​ ໄດ້​ເປັນຂໍ້​ຮຽກຮ້ອງ​ທີ່ສຳຄັນຂອງ​ ​ກຸ່ມ​ຮາ​ມັສ. ຄາດ​ວ່າຄະນະ​ຜູ້​ແທນ​ຂອງ​ກຸ່ງດັ່ງກ່າວ ຈະ​ໄປເຖິງ​ນະ​ຄອນຫລວງ​ໄຄ​ໂຣຂອງ​ອີ​ຈິບ ​ໃນ​ບໍ່
ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ເພື່ອ​ເຈລະຈາຕໍ່ເວລາການ​ຢຸດ​ຍິງ ກັບບັນດາ​ເຈົ້າ​ໜ້າທີ່ ອີ​ຈິບ ​ແລະ
ອິສຣາ​ແອ​ລ.

ຊາວກາຊາ ກັບຄືນໄປເບິ່ງບ້ານເຮືອນ ທີ່ຖືກທຳລາຍ ຫລັງຈາກການຢຸດຍິງເລີ້ມຂຶ້ນ:

Gazans Visit Destroyed Neighborhoods After Israeli Withdrawal
please wait

No media source currently available

0:00 0:02:04 0:00

ມັນ​ເ​ປັນ​ຄວາມ​ພະຍາຍາມ​ຄັ້ງ​ຫລ້າ​ສຸດ ​ເພື່ອຍຸຕິ​ຄວາມ​ຮຸນແຮງ​ ທີ່​ໄດ້​ມີ​ມາ​ເປັນ​ເວລາ​ສີ່​ອາທິດ ທີ່​ເຮັດ​ໃຫ້ຊາວ​ປາ​ແລ​ສໄຕ​ນ໌ ​ຫລາຍກວ່າ 1.800 ຄົນ​ເສຍ​ຊີວິດ ສ່ວນໃຫ່ຍ​ແມ່ນ​ພົນລະ​ເຮືອນ ພ້ອມ​ດ້ວຍ​ທະ​ຫານ​ອິສຣາ​ແອ​ລ 64 ຄົນ ​ແລະ​ພົນລະ​ເຮືອນ​ອິສຣາ​ແອ​ລ ສາມ​ຄົນ.

ຄວາມ​ພະຍາ​ມຍາມຢຸດ​ຍິງ​ຫລາຍ​ຄັ້ງ​ ​ໄດ້​ລົ້ມ​ແຫລວ ຮວມ​ທັງ​ວັນ​ສຸກ​ແລ້ວ​ນີ້ ​ ເວລາ​ທີ່​ການ​ຢຸດ​ຍິງທີ່​ມີ​ກຳນົດສາມ​ມື້ ​ໄດ້​ແຕກ​ຫັກລົງ​ ພາຍໃນ​ວລາ​ພຽງ​ສອງ​ຊົ່ວ​ໂມງ​ເທົ່າ​ນັ້ນ.

ໃນ​ວັນ​ຈັນວານ​ນີ້ ກະ​ຊວງ​ຕ່າງປະ​ເທ​ດສະຫະລັດ ໄດ້ຮຽກຮ້ອງໃຫ້​ທັງ​ສ​ອ​ງຝ່າຍ ​ເຄົາ​ລົບ​ຄວາມ​ພະ​ຍາ​ຍາມ​ຢຸດ​ຍິງ​ຄັ້ງ​ສຸດ​ທ້າຍນີ້ ຢ່າງ​ສິ້ນ​ເຊີງ ​ໂ​ດຍກ່າວ​ວ່າ ມັນ​ອາດ​ນຳໄປ​ສູ່​ການ​ແກ້​ໄຂທີ່​ຍາວ​ນານ​ໄດ້.

​ເລຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຍັງ​ໄດ້​ຊົມ​ເຊີຍ​ການ​ຢຸດ​ຍິງ ​ໂດຍ​ກ່າວ​ວ່າ ການ​ເຈລະຈາ​ຄວນຈະເລີ້ມ​ຂຶ້ນໂດຍ “​ໄວ​ທີ່​ສຸດເທົ່າ ​ທີ່​ຈະ​ໄວ​ໄດ້” ​ແລະ​ຈັດການ​ແກ້​ໄຂບັນຫາຕ່າງໆ ​ທີ່​ຢູ່​ເບື້ອງ​ຫລັງ​ການ​ຂັດ​ແຍ້​ງ ກັນ​ນັ້ນ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:02:44 0:00

XS
SM
MD
LG