ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ອິສຣາແອລ ແລະ ກຸ່ມຫົວ​ຮຸນ​ແຮງ ຮາມັສ ຕົກລົງ ຢຸດຍິງກັນ ໃນເຂດກາຊາ (ສະ​ໄລ​ດ໌/ວີດີໂອ)


ທ້າວ Samih,ຂ້າງຊ້າຍ ແລະນາງ Shaima Hossen ພາກັນເບິ່ງຄວາມເສຍຫາຍ ຂອງເຮືອນເຂົາເຈົ້າ ຫຼັງຈາກ ການຍິງລູກສອນໄຟ ໂຈມຕີ ຂອງພວກອິສຣາແອລ ໃນເຂດກາຊາ ວັນທີ 17 ກໍລະກົດ 2014.

ເຈົ້າໜ້າທີ່ອິສຣາແອລຄົນນຶ່ງກ່າວວ່າ ອິສຣາແອລແລະກຸ່ມຫົວ
ຮຸນແຮງ ຮາມັສໄດ້ບັນລຸການຕົກລົງຢຸດຍິງ ໃນຂອບເຂດທີ່ກວ້າງ
ຂວາງ ເລີ້ມໃນວັນສຸກມື້ອື່ນນີ້.

ເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ ກ່າວວ່າ ການຢຸດຍິງຈະເລີ້ມແຕ່ເວ
ລາ 6 ໂມງເຊົ້າຕາມເວລາທ້ອງຖິ່ນ.

ໃນເວລານີ້ ຍັງບໍ່ທັນມີຄວາມເຫັນໃດໆຈາກກຸ່ມຮາມັສເທື່ອ.

ກ່ອນໜ້ານີ້ທັງສອງຝ່າຍໄດ້ຕົກລົງຢຸດຍິງດ້ານມະນຸດສະທຳເປັນເວລາ 5 ຊົ່ວໂມງ ຊຶ່ງ
ເລີ້ມມີຜົນບັງຄັບໃນວັນພະຫັດມື້ນີ້.

ອິສຣາ​ແອ​ລ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຣາມັສ ​ໃນ​ເຂດ​ກາຊາ ​ໄດ້​ຍິງ ປືນ​ຄົກ 3 ລູກ ຫຼັງ​ຈາກ​ການ​ຢຸດ​ຍິງເລີ້ມມີ​ຜົນ​ບັງຄັບ​ໃຊ້​ ໃນ​ວັນ​ພະຫັດ​ມື້​ນີ້.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ລູກປືນ​ຄົກ​ໄດ້​ຕົກລົງ​ໃສ່​ເມືອງ Eshkol ​ໃນ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ.

ອິສຣາ​ແອ​ລ ​ໄດ້​ເຕືອນ​ໄວ້​ກ່ອນ ວ່າ​ຕົນ​ຈະ​ຕອບ​ໂຕ້​ດ້ວຍ​ກຳລັງ ຖ້າ​ຫາກ​ກຸ່ມ​ຮາ​ມັສລະ
​ເມີດ​ການ​ຢຸດ​ຍິງ ​ແຕ່​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ລາຍ​ງານ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຕອບ​ໂຕ້​ໃດໆເທື່ອ.

​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ກ່ອນ​ການ​ຢຸດ​ຍິງ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ​ໄດ້
​ຖືກ​ເປົ້າ​ໝາຍ 37 ​ແຫ່ງ​ໃນ​ເຂດ​ກາຊາ.

ທະຫານ​ອິສຣາ​ແອ​ລ ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ຕົນ​ໄດ້​ຢຸດ​ການ​ພະຍາຍາມ​ໂຈມ​ຕີ​ ຂອງ​ພວກ​
ມື​ປືນ​ຮາ​ມັສ 13 ຄົນ ທີ່​ລັກລອບເຂົ້າ​ໄປໃນ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ ​ໂດຍ​ຜ່ານ​ທາງ​ອຸ​
ໂມງ​ແຫ່ງ​ນຶ່ງ​.

ບັນດາ​ເຈົ້າ​ໜ້າ​ທີ່​ການແພດປາ​ແລ​ສ​ໄຕ​ນ໌ກ່າວ​ວ່າ ປະຊາຊົນ 227 ຄົນ​ ໄດ້​ເສຍ​ຊີວິດ ນັບ​ແຕ່​ອິສຣາ​ແອ​ລ​ໄດ້​ເລີ້ມ​ການ​ປະຕິບັດ​ງານຂອງ​ຕົນ​ເປັນ​ຕົ້ນ​ມາທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຢຸດ
​ການ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດຂອງ​ພວກ​ ຫົວ​ຮຸນ​ແຮງ ທີ່​ເລີ້ມ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້​. ຄົນ​ອິສຣາ​ແອ​ລຄົນ​ນຶ່ງ ​ໄດ້​ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ກັນ.

israelpalestinians17july14
please wait

No media source currently available

0:00 0:01:49 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG