ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານປະສົມຂອງອິສຣາແອລ ຈະຍຸບສະພາ ແລ້ວຈັດການເລືອກຕັ້ງໃໝ່


ນາຍົກລັດຖະມົນຕີ ອິສຣາແອລ ນາຟທາລີ ເບັນເນັຕ ແລະລັດຖະມົນຕີການຕ່າງປະເທດ ແຢຣ ລາພີດ ກຳລັງກ່າວຖະແຫລງ ຢູ່ທີ່ຫໍສະພາ ຄເນສເສັຕ (Knesset) ຂອງອິສຣາແອລ, ໃນນະຄອນຫຼວງ ເຈຣູຊາແລັມ, ວັນທີ 20 ມິຖຸນາ 2022, ທີ່ວ່າ ປະເທດຈະມຸ້ງໜ້າໄປສູ່ການເລືອກຕັ້ງໃໝ່.
ນາຍົກລັດຖະມົນຕີ ອິສຣາແອລ ນາຟທາລີ ເບັນເນັຕ ແລະລັດຖະມົນຕີການຕ່າງປະເທດ ແຢຣ ລາພີດ ກຳລັງກ່າວຖະແຫລງ ຢູ່ທີ່ຫໍສະພາ ຄເນສເສັຕ (Knesset) ຂອງອິສຣາແອລ, ໃນນະຄອນຫຼວງ ເຈຣູຊາແລັມ, ວັນທີ 20 ມິຖຸນາ 2022, ທີ່ວ່າ ປະເທດຈະມຸ້ງໜ້າໄປສູ່ການເລືອກຕັ້ງໃໝ່.

ນາຍົກລັດຖະມົນຕີ ອິສຣາແອລ ນາຟທາລີ ເບັນເນັຕ ໄດ້ປະກາດວ່າ ລັດຖະ ບານປະສົມຂອງປະເທດ ຈະຖືກຍຸບ ຊຶ່ງ​ຈະ​ພາ​ໃຫ້ມີການເລືອກຕັ້ງໃໝ່.

ທ່ານເບັນເນັຕ ແລະຄູ່ຮ່ວມຫຼັກໃນລັດຖະບານປະສົມຂອງທ່ານ ຄື ທ່ານແຢຣ ລາພີດ ຈະຍຸບສະພາໃນບໍ່ເທົ່າໃດວັນຈະມາເຖິງນີ້ ດັ່ງທີ່ຫ້ອງການຂອງທ່ານເບັນເນັຕ ໄດ້ກ່າວນັ້ນ. ທ່ານລາພີດ ຈະປະຕິບັດໜ້າທີ່ເປັນນາຍົກລັດຖະມົນຕີ ຮັກສາການຊົ່ວຄາວ ຈົນກວ່າວ່າ ຈະສາມາດຈັດຕັ້ງລັດຖະບານຊຸດໃໝ່ໄດ້.

ລັດຖະບານຂອງທ່ານເບັນເນັຕ ໄດ້ມີຄວາມບອບບາງ ນັບຕັ້ງແຕ່ໄດ້ເຂົ້າກຳອຳ ນາດ ເມື່ອປີກາຍນີ້ ຊຶ່ງເປັນລັດຖະບານປະສົມຈາກແປດພັກທີ່ແຕກຕ່າງກັນໂດຍລວມມີ ພັກຝ່າຍຂວາ ພັກອານຸລັກນິຍົມ ແລະພັກອາຣັັບມຸສລິມ.

ການຈັດເຂົ້າເປັນກຸ່ມ ໄດ້ເລີ້ມທີ່ຈະມີຄວາມແຕກແຍກ ຫຼັງຈາກທີ່ສະມາຊິກຈຳ ນວນນຶ່ງຂອງພັກທ່ານເບັນເນັຕ ໄດ້ເລີກລາຈາກກຸ່ມ ໂດຍກ່າວວ່າ ພວກເຂົາ ເຈົ້າ ຮູ້ສຶກວ່າ ທ່ານເບັນເນັຕ ໄດ້ເຮັດຫຼາຍຢ່າງທີ່ເຮັດໃຫ້ກຸ່ມພາຄີປະສົມຂອງທ່ານນັ້ນ ເຊື່ອມເສຍຫຼາຍເກີນໄປ.

“ພວກເຮົາຢືນຢູ່ຕໍ່ໜ້າທ່ານ ໃນມື້ນີ້ ໃນຊ່ວງເວລາທີ່ບໍ່ງ່າຍເລີຍ ແຕ່ດ້ວຍຄວາມເຂົ້າໃຈ ພວກເຮົາໄດ້ຕັດສິນໃຈທີ່ຖືກຕ້ອງແລ້ວ ສຳລັບອິສຣາແອລ” ທ່ານເບັນ ເນັຕ ໄດ້ກ່າວໃນຄຳປາໄສຜ່ານໂທລະພາບ ໃນວັນຈັນວານນີ້ ໂດຍມີທ່ານລາພີດ ຢູ່ຄຽງຂ້າງ.

ທ່ານລາພີດ ໄດ້ກ່າວວ່າ ລັດຖະບານຂ້າມຜ່ານຂອງທ່ານນັ້ນ ຈະສືບຕໍ່ເຮັດວຽກໃຫ້ແກ່ປະຊາຊົນຂອງອິສຣາແອລ.

ທ່ານລາພີດ ເວົ້າວ່າ “ເຖິງແມ່ນວ່າ ຖ້າພວກເຮົາ ຈະມີການເລືອກຕັ້ງໃນບໍ່ເທົ່າ ໃດເດືອນ ຄວາມທ້າທາຍຂອງພວກເຮົາ ໃນຖານະເປັນປະເທດ ແມ່ນບໍ່ສາມາດລໍຖ້າໄດ້.”

ການເລືອກຕັ້ງໃໝ່ ຄາດກັນວ່າ ຈະມີຂຶ້ນໃນລະດູໃບໄມ້ຫລົ່ນ ອາດອຳນວຍໃຫ້ ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີທີ່ຍາວນານ ໂອກາດທີ່ຈະກັບຄືນມາກຳອຳນາດ ກໍເປັນໄດ້. ທ່ານເນທັນຢາຮູ ໃນປັດຈຸບັນນີ້ ແມ່ນເປັນຜູ້ນຳພັກຝ່າຍຄ້ານ ຫຼັງຈາກທີ່ ໄດ້ກຳອຳນາດມາໄດ້ 12 ປີ.

ທ່ານໄດ້ກ່າວ ໃນວັນຈັນວານນີ້ ວ່າ ການຍຸບສະພາ ຈະເປັນ “ຂ່າວທີ່ຍິ່ງໃຫຍ່” ສຳລັບຊາວອິສຣາແອລ ຫຼາຍລ້ານຄົນ ແລະໄດ້ຄາດຄະເນວ່າ ພັກລີຄູດ ຂອງທ່ານນັ້ນ ຈະນຳລັດຖະບານຊຸດໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG