ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນ​ຢາ​ຮູ ເຕືອນທ່ານນາງ ​ເມີ​ໂກລ ກ່ຽວກັບ ວິກິດການ ອົບພະຍົບຄັ້ງໃໝ່


ນາຍົກລັດຖະມົນຕີ ​ອັງ​ເກີລາ ​ເມີຣ໌​ໂກລ ​(ຂວາ), ນາຍົກລັດ
ຖະມົນຕີອິສຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ເຢຍຣະມັນ, ວັນທີ 4 ມິຖຸນາ 2018.
ນາຍົກລັດຖະມົນຕີ ​ອັງ​ເກີລາ ​ເມີຣ໌​ໂກລ ​(ຂວາ), ນາຍົກລັດ ຖະມົນຕີອິສຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ເຢຍຣະມັນ, ວັນທີ 4 ມິຖຸນາ 2018.

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ພົບ​ປະ​ກັບ​ບັນດາ
​ຜູ້ນຳ​ຝຣັ່ງ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ນະຄອນຫຼວງປາຣີ ​ໃນຂະນະ​ທີ່​ທ່ານ​ສືບ​ຕໍ່​ພະຍາຍາມ
​ທີ່​ຈະ​ຊັກ​ຊວນໃຫ້​ບັນດາ​ຜູ້ນຳ​ຢູ​ໂຣບ ດັດ​ແກ້​ຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານ.

ທ່ານ​ເນຕັນ​ຢາ​ຮູ ​ໄດ້​ເລີ່​ມການ​ຢ້ຽມຢາມຢູ​ໂຣບ 3 ມື້ ຂອງ​ທ່ານ ​ໃນວັນ​ຈັນ​ວານ​ນີ້
ທີ່​ເຢຍຣະມັນ ບ່ອນ​ທີ່​ທ່ານ​ໄດ້​ເຕືອນ​ນາຍົກລັດຖະມົນຕີ ​ອັງ​ເກີລາ ​ເມີຣ໌​ໂກລ ​ເຖິງ​ການ​
​ເຂົ້າ​ໄປ​ພົວພັນ​ໃນ​ພາກຕາ​ເວັນ​ອອກ​ກາງ ​ທີ່ອາດ​ສາມາດ​ກໍ່ໃຫ້ເກີດ​ຄື້ນຟອງ​ອັນ​ໃຫຍ່
​ຂອງ​ພວກ​ອົບ​ພະຍົບ​ເຂົ້າ​ໄປ​ຍັງ​ຢູ​ໂຣບ​ໄດ້.

ການ​ທີ່​ທ່ານ​ໄດ້​ໃຫ້​ຄຳຖະ​ແຫຼ​ງການ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ
ກັບ​ທ່ານ​ນາງ​ເມີຣ໌​ໂກລ, ຜູ້ນຳ​ອິສຣາແອລ ​ໄດ້​ກ່າວ​ວ່າ ​ເຕຫະຣ່ານ ຕ້ອງການ​ທີ່​ຈະ​
ປຸກລະດົມ​ທາງ​ດ້ານ​ສາສະໜາ ​ຢູ່ໃນຊີ​ເຣຍ ຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາ
ອິສລາມ ນິກາຍຊຸນນີ່ ນັ້ນ ​ໂດຍ​ການ​ໃຊ້ພວກ​ທະຫານ​ບ້ານ​ຊາວ​ຊີ​ໄອ​ທ໌ ພາຍ​ໃຕ້​
ການ​ຄວບ​ຄຸມ​ຂອງ​ຕົນ ເພື່ອໃຫ້ພວກສາສະໜາ​ຊຸນ​ນີ່ ປ່ຽນການນັບຖືນັ້ນ.

ນາຍົກລັດຖະມົນຕີ ອັງເກີລາ ເມີຣ໌ໂກລ, ຊ້າຍ, ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄປຍັງກອງປະຊຸມຖະແຫຼງຂ່າວ ຫຼັງຈາກການພົບປະກັນທີ່ນະຄອນເບີຣ໌ລິນ, 4 ມິຖຸນາ 2018.
ນາຍົກລັດຖະມົນຕີ ອັງເກີລາ ເມີຣ໌ໂກລ, ຊ້າຍ, ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄປຍັງກອງປະຊຸມຖະແຫຼງຂ່າວ ຫຼັງຈາກການພົບປະກັນທີ່ນະຄອນເບີຣ໌ລິນ, 4 ມິຖຸນາ 2018.

“ນີ້​ແມ່ນ​ຈະ​ພາໃຫ້ເກີດ​ສົງຄາມ​ທາງສາ​ສະໜາ​ອີກເທື່ອນຶ່ງ ຊຶ່ງ​ຄັ້ງ​ນີ້​ຈະ​ແມ່ນສົງຄາມ
​ສາສະໜາ ​ໃນ​ຊີ​ເຣຍ ​ແລະ​ຜົນ​ທີ່ຕິດຕາມມາກໍ​ຄື ​ຈະ​ມີ​ພວກ​ອົບ​ພະຍົບ​ໃນ​ຈຳ​ນວນ​ຫຼາຍ, ຫຼວງຫຼາຍຂຶ້ນ. ​ແລະ​ທ່ານ​ກໍ​ຊາບ​ດີ​ແລ້ວ​ວ່າ ພວກ​ເຂົາ​ເຈົ້າຈະ​ໄປ​ໃສ,”
ນັ້ນຄືຄຳເວົ້າ
ຂອງທ່ານທີ່​ໄດ້​ກ່າວ​ໄວ້.

ປະ​ເທດເຢຍຣະມັນ ​ແລະ​ປະ​ເທດ​ຢູ​ໂຣບອື່ນໆ ​ໄດ້​ເຫັນ​ການ​ຫຼັ່ງ​ໄຫຼ​ຂອງ​ພວກ​ອົບ​ພະຍົບ
ຫຼາຍ​ກວ່າ 1 ລ້ານ​ຄົນ ທີ່​ໄດ້​ສ້າງ​ການ​ແບ່ງ​ແຍກ​ທາງ​ການ​ເມືອງ​ຢ່າງເລິກເຊິ່ງ ​ແລະ​ເປັນ​
ເຊື້ອ​ໄຟຊຸກຍູ້ໃຫ້​ພັກຂວາ​ຈັດ​ ມີອິດທິພົນເພີ້ມຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG