ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ລະຫວ່າງ ອິສຣາແອລ ແລະເຂດ Gaza ຫຼຸດລົງ ຫຼັງການຢຸດຍິງ


ຄວາມພິນາດຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນແຫລມ Gaza
ຄວາມພິນາດຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນແຫລມ Gaza

ອີ​ຈິບ ​ໄດ້ເຈ​ລະ​ຈາ​ຂໍ້​ຕົກລົງຢຸດ​ຍິງ ລະ​ຫວ່າງອິສຣາ​ແອ​ລ ​ແລະ​ພວກ​ຫົວ​ຮຸນ​ແຮງປາ​ແລ​ສ​ໄຕນ໌ ​ຢູ່ໃນເຂດ Gaza ຫລັງ​ຈາກ​ທີ່ໄດ້ມີ​ການ​ສູ້​ລົບກັນມາ​ເປັນ​ເວລາ​ສີ່​ມື້ທີ່ເຮັດ​ໃຫ້ຊາວປາ​ແລ​ສ​ໄຕ​ນ໌ເສຍ​ຊີວິດ​ໄປຢ່າງ ນ້ອຍ 25 ຄົນ.

ອິສຣາ​ແອ​ລໄດ້​ຢຸດ​ຕິ​ການ​ໂຈມ​ຕີ​ທາງ​ອາກາດຕໍ່​ເຂດ Gaza ​ແລະ​ການ ຍິງ​ຈະ​ຫຼວດ​ໂຈ​ມຕີ ຂອງ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ກໍໄດ້ຫລຸດລົງ​ຢ່າງ​ຫຼວງຫຼາຍ ຫລັງຈາກ​ຂໍ້​ຕົກລົງ​ດັ່ງກ່າວ ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ໃນຕອນ​ເຊົ້າຂອງ​ວັນ​ອັງ​ຄານມື້​ນີ້.

ຍັງ​ບໍ່​ທັນ​ມີ​ການ​ຢືນຢັນຢ່າງເປັນທາງ​ການໃດໆກ່ຽວກັບ​ການ​ຢຸດ​ຍິງທີ່​ວ່າ​ນີ້ ຈາກ​ເຈົ້າໜ້າ​ທີ່​ອິສຣາ​ແອ​ລ ຫລືພວກ​ເຈົ້າໜ້າ​ທີ່ຢູ່​ໃນ​ເຂດ​ Gaza

ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດໄພຂອງ​ອີ​ຈິບກ່າວ​ວ່າ ຂໍ້ຕົກລົງ​ດັ່ງກ່າວ​ນີ້ ​ແມ່ນຮວມ​ທັງ​ການ​ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ອິສຣາ​ແອ​ລທີ່​ຈະ​ຢຸດ​ເຊົາ​ການ “ລອບ​ສັງຫານ” ​ແຕ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປ​ະ​ເທດ ຂັ້ນ​ສູງຄົນ​ນຶ່ງ​ຂອງ​ອິສ ຣາ​ແອ​ລ ​ໄດ້ປະຕິ​ເສດກ່ຽວ​ກັບການໃຊ້ຄໍາ​ເວົ້າ​ດັ່ງກ່າວ. ທ່ານ Amos Giliad ​ກ່າວ​ໃນ​ການ​ສໍາພາດ​ທາງ​ວິທະຍຸ​ວ່າ ອີສຣາ​ແອ​ລຈະ​ປ້ອງ​ກັນ​ປະຊາຊົນ​ຂອງ​ຕົນຖ້າຫາກ​ມີ​ຄວາມ​ຈໍາ​ເປັນ. ​ເຖິງ​ຢ່າ​ງ​ໃດ​ກໍ​ດີທ່ານເວົ້າ​ວ່າ “ຄວາມ​ສະຫງົບ” ຈາກຝ່າຍ​ປາ​ແລ​ສ​ໄຕ​ນ໌ ກໍ​ຈະໄດ້​ຮັບ​ການ​ຕອບ ສະໜອງ​ຈາກ​ “ຄວາມ​ສະຫງົບ” ຈາກ​ຝ່າຍອິສຣາ​ແອ​ລ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລຕໍ່​ເຂດ Gaza ​ໄດ້​ເຮັດ​ໃຫ້​ມີ​ຜູ້ໄດ້ຮັບ​ບາດ​ເຈັບຢ່າງ​ນ້ອຍ 80 ຄົນ ນັບ​ຕັ້ງ​ແຕ່​ວັນ​ສຸກ​ເປັນຕົ້ນມາ. ອິສຣາ​ແອ​ລກ່າວ​ວ່າ ​ພວກ​ທີ່​ຖືກ​ຂ້າ​ຕາ​ຍສ່ວນ​ໃຫ່ຍ​ແມ່ນ​ພວກ​ຫົວ​ຮຸນ​ແຮງ.

XS
SM
MD
LG