ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດກາຊາ ແລະ ອິສຣາແອລ ງຽບສະຫງົບ ຂະນະທີ່ ການຢຸດຍິງ ຄັ້ງໃໝ່ ເລີ້ມຂຶ້ນ (ວີດີໂອ/ສະໄລດ໌)


ຊາວປາແລສໄຕນ໌ ຢືນຢູ່ຕໍ່ໜ້າ ຕຶກພັກເຊົາສູງທີ່ສຸດຫລັງນຶ່ງ ທີ່ຖືກໂຈມຕີ ໂດຍອິສຣາແອລ.
ຊາວປາແລສໄຕນ໌ ຢືນຢູ່ຕໍ່ໜ້າ ຕຶກພັກເຊົາສູງທີ່ສຸດຫລັງນຶ່ງ ທີ່ຖືກໂຈມຕີ ໂດຍອິສຣາແອລ.

ອິສຣາ​ແອ​ລ ​ແລະ​ເຂດ​ກາຊາ ຢູ່​ໃນ​ຄວາມງຽບ​ສະຫງົບ​ໃນ​ວັນ
​ພຸດ​ມື້​ນີ້ ຊຶ່ງ​ເປັນ​ມື້​ທຳ​ອິດ ​ທີ່ການ​ຢຸດ​ຍິງ​ຄັ້ງໃໝ່ “ແບບບໍ່ມີກຳ
ນົດ” ​ເລີ້ມ​ມີຜົນບັງຄັບໃຊ້.

ກອງທັບ​ອິສຣາ​ແອ​ລລາຍ​ງານ​ວ່າ ບໍ່​ມີ​ການ​ຍິງລູກ​ຈະ​ຫລວດ
ໂຈມຕີ ​ຈາກ​ເຂດ​ກາຊາ ​ແລະກໍ​ບໍ່​ມີ​ການ​ໂຈມ​ຕີ​ທາງ​ອາກາດ​
ໂດຍ​ກຳລັງ​ຂອງ​ຕົນ ​ຕໍ່ດິນ​ແດນປາ​ແລ​ສ​ໄຕ​ນ໌.

ການ​ຢຸດ​ຍິງ​ໄດ້​ເລີ້ມມີຜົນບັງຄັບໃຊ້ ໃນ​ຕອນ​ແລງ​ຂອງ​ວັນ​ອັງ
ຄານວານນີ້ 50 ມື້​ຫລັງ​ຈາກ​ຄວາມ​ເຄັ່ງ​ຕືງລະຫວ່າງສອງ​ຝ່າຍ
ໄດ້​ລະເບີດ​ຂຶ້ນ​ເປັນ​ສົງຄາມ ​ເຮັດ​ໃຫ້ ​ຊາວ​ປາ​ແລ​ສໄຕ​ນ໌ ຫຼາຍ
ກວ່າ 2,100 ຄົນ​ເສຍ​ຊີວິດສ່ວນ​ໃຫຍ່​ເປັນ​ພົນລະ​ເຮືອນ. ອິສຣາ​ແອ​ລ ເສຍຊີວິດຫົກ​ສິບ​ເກົ້າ​ຄົນ ​ສ່ວນໃຫຍ່ເປັນທະຫານ ຍົກເວັ້ນ 5 ຄົນ ເປັນພົນລະເຮືອນ​.

ອີ​ຈິບເປັນຜູ້​ໄກ່​ເກ່ຍໃຫ້ມີການ​ຕົກລົງໃນຄັ້ງນີ້ ດັ່ງ​ດຽວກັນກັບ​ການ​ຢຸດ​ຍິງ​ພຽງລະຍະສັ້ນໆ ຫຼາຍໆຄັ້ງ ທີ່ໄດ້ປະສົບກັບຄວາມຫລົ້ມ​ແຫລວ​.

ພາຍ​ໃຕ້​ຂໍ້​ຕົກລົງສະບັບນີ້ ອິສຣາ​ແອ​ລຈະ​ຜ່ອນຜັນ ການປິດລ້ອມຕໍ່​ເຂດ​ກາຊາ ​ໂດຍຈະ
ອະ​ນຸຍາດ​ໃຫ້ສາມາດການ​ສົ່ງ​ການຊ່ວຍ​ເຫລືອ ດ້ານ​ມະ​ນຸດ​ສະ​ທຳ ​ແລະ​ ອຸບປະກອນ​ກໍ່​
ສ້າງ ເຂົ້າໄປໃນເຂດດັ່ງກ່າວໄດ້.

ທັງ​ສອງຝ່າຍ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະເລີ້ມເຈລະຈາພາຍ​ໃນ​ນຶ່ງ​ເດືອນເພື່ອສົນທະນາ​
ກ່ຽວ​ກັບ​ບັນຫາ ​ທີ່​ຕົກຄ້າງ ມາ​ເປັນ​ເວລາ​ດົນນານແລ້ວນັ້ນ ຮວມ​ທັງ ການ​ຮຽກຮ້ອງ​ຂອງ​ອິສຣາ​ແອ​ລ​ໃຫ້​ກຸ່ມ​ຮາ​ມັສປົດອາວຸດ ພ້ອມ​ທັງການຍົກເລີກຕໍ່ການປິດລ້ອມໃນຂອບເຂດ
ທີ່ກວ້າງຂວາງ ແລະການ​ເປີດ​ເດີ່ນ​ເຮືອບິນ ​ແລະ​ທ່າເຮືອ​ໃນ​ເຂ​ດກາຊາ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:03:10 0:00

XS
SM
MD
LG