ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວປາແລສໄຕນ໌ 4 ຄົນຖືກຂ້າຕາຍ ແລະຫຼາຍຮ້ອຍຄົນ ໄດ້ຮັບບາດເຈັບ ໃນການປະທ້ວງ ຢູ່ເຂດກາຊາ


ຊາວປາແລສໄຕນ໌ຄົນນຶ່ງ ກຳລັງແກວ່ງກ້ອນຫິນ ໃສ່ທະຫານອິສຣາແອລ ໃນຂະນະທີ່ມີການປະທະກັນຢູ່ເຂດກາຊາ.
ຊາວປາແລສໄຕນ໌ຄົນນຶ່ງ ກຳລັງແກວ່ງກ້ອນຫິນ ໃສ່ທະຫານອິສຣາແອລ ໃນຂະນະທີ່ມີການປະທະກັນຢູ່ເຂດກາຊາ.

ທະຫານ​ອິສຣາ​ແອ​ລ ​ໄດ້​ສັງຫານ​ຊາວ​ປາ​ແລ​ສ​ໄຕ​ນ໌ສີ່​ຄົນ ຮ​ວມທັງ​ເດັກນ້ອຍ​ຜູ້​ຊາຍ​ອາ
ຍຸ 15 ປີ ຄົນນຶ່ງ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກຂອງເຂດກາຊາ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີຫຼາຍ​ກວ່າ 150 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​
ການ​ປະ​ທ້ວງ​ຢູ່​ຊາຍ​ແດນຂອງເຂດກາຊາກັບ​ອິສຣາ​ແອ​ລ.

ຫຼາຍ​ກວ່າ 30 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ນັບ​ແຕ່ມີການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ສີ່​ອາທິດ​ກ່ອນ.

ລາຍ​ງານ​ສື່​ມວນ​ຊົນ​ກ່າວ​ວ່າ ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ໄດ້​ເຂົ້າ​ໄປໃກ້​ຊາຍ​ແດນ​ຂອງ
ເຂດກາ​ຊາກັບ​ອິສຣາ​ແອ​ລ ​ເພື່ອປະ​ທ້ວງ​ໃນ​ວັນ​ສຸກ​ວານ​ນີ້ ​ແຕ່​ວ່າ​ສ່ວນ​ໃຫຍ່​ພວກເຂົາ​ເຈົ້າພາກັນໄດ້​ເຕົ້າ​ໂຮ​ມກັນ​ຢູ່ໃນຜາມ​ເລາະລຽບ​ຕາ​ມຊາຍ​ແດນ. ຜູ້ໃດ​ທີ່​ໄດ້​ສ່ຽງ​ເຂົ້າໄປ​
ໃກ້ຮົ້ວຂັ້ນຊາຍ​ແດນ​ກໍໄດ້ພາກັນ​ແກວ່ງ​ກ້ອນ​ຫີນ ຈູດ​ຕີນລົດ ​ແລະປ່ອຍ​ວ່າວທີ່ເຜົາ
​ຜ້າ​ຂາດ.

ບັນດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ວ່າວ​ເປັນ​ຍຸດທະ​ສາດ​ໃໝ່ ​ແລະ​ອອກ​ແບບມາ​ເພື່ອ​ຈູດ​
ທົ່ງນາ​ຂອງອິສຣາ​ແອ​ລ. ຢ່າງ​ໜ້ອຍ​ວ່າວ​ອັນ​ນຶ່ງໃນນັ້ນ​ໄດ້​ແຕ້ມ​ຮູບ​ສະ​ວາ​ຕິ​ກາ ຫຼື​ເຄື່ອງ
ໝາຍ​ຂອງ​ທະຫານ​ຮິດ​ເລີ.

ທະຫານອິສຣາແອລ ທີ່ເຫັນຢູ່ເຂດຊາຍແດນອິສຣາແອລກັບເຂດກາຊາ ວັນທີ 20 ເມສາ 2018.
ທະຫານອິສຣາແອລ ທີ່ເຫັນຢູ່ເຂດຊາຍແດນອິສຣາແອລກັບເຂດກາຊາ ວັນທີ 20 ເມສາ 2018.

ພວກ​ປະ​ທ້ວງ​ພາກັນຮຽກຮ້ອງໃຫ້​ສິ້ນ​ສຸດ​ການ​ກີດ​ກັ້ນ​ທີ່ມີມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ
​ແລະໃຫ້​ສົ່ງ​ອົບ​ພະ​ຍົບປາ​ແລ​ສ​ໄຕ​ນ໌ໄປຢູ່ໃນບ່ອນທີ່ປະເທດ​ອິສຣາ​ແອ​ລ ຕັ້ງຢູ່ໃນ​ປັດຈຸບັນ
​ນີ້​ ຊຶ່ງເປັນບ່ອນ​ທີ່​ຢູ່ຂອງບັນພະບຸລຸດຂອງພວກ​ເຂົາ​ເຈົ້າ ກ່ອນ​ທີ່ຈະຖືກ​ຂັບ​ໄຫລ່​ໜີ​ ພາຍ
ຫຼັງທີ່ມີການສ້າງຕັ້ງປະເທດ​ອິສຣາ​ແອ​ລຂຶ້ນ​ໃນ​ປີ 1948. ອິສຣາ​ແອ​ລ​ໄດ້​ຕັດສິນຊໍ້​າແລ້ວ
​ຊໍ້​າ​ອີກ​ ກ່ຽວກັບ​ສິດທິໃນ​ການ​ກັບ​ຄືນມາຢູ່ ຂອງພວກຄົນເຫລົ່ານີ້ ຍ້ອນ​ຄວາມ​ເປັນ​ຫ່ວງ​ວ່າ
​ອິສຣາ​ແອ​ລຈະ​ສູນເສຍຄວາມ ເປັນກຸ່ມຄົນສ່ວນ​ໃຫຍ່​ຂອງ​ຊາວ​ຢີວ.

ແກັສນໍ້າຕາທີ່ຍິງໃສ່ພວກປະທ້ວງ ໂດຍທະຫານອິສຮາແອລ ຢູ່ພາກໃຕ້ແຫຼມກາຊາ ວັນທີ 20 ເມສາ 2018.
ແກັສນໍ້າຕາທີ່ຍິງໃສ່ພວກປະທ້ວງ ໂດຍທະຫານອິສຮາແອລ ຢູ່ພາກໃຕ້ແຫຼມກາຊາ ວັນທີ 20 ເມສາ 2018.

​ບັນດາ​ກຸ່ມເພື່ອສິດ​ທິມະນຸດ​ຈຳນວນ​ນຶ່ງ​ໄດ້ກ່າວຕ້ານວ່າກົດ​ລະບຽບໃນການ​ເປິດ​ສາກຍິງ​
ຂອງ​ອິສຣາ​ແອ​ລແມ່ນຜິດ​ກົດໝາຍ ​ເພາະວ່າ​ພວກ​ທະຫານອາດ​ສາມາດໃຊ້ກຳລັງ​ອາວຸດ
ຮ້າຍ​ແຮງເພື່ອ​ຕ້ານ​ພວກ​ປະ​ທ້ວງ​ທີ່​ບໍ່​ມີ​ອາວຸດໄດ້. ອົງກາ​ນນີລະ​ໂທດກຳ​ສາກົນ​ໄດ້​ຮຽກ
ຮ້ອງໃຫ້ອິສຣາ​ແອ​ລ “ຢຸດ​ເຊົາ​ທັນທີ​ຕໍ່​ການ​ໃຊ້​ອາ​ວຸດ​ເກີນ​ຂອບ​ເຂດ ​ແລະ​ຮ້າຍເພື່ອ​ກົດ​ດັນ
​ພວກ​ປະ​ທ້ວງ​ປາ​ແລ​ສ​ໄຕ​ນ໌ ຢູ່ໃນ​ເຂດກາຊາອອກໄປນັ້ນ." ບັນດາ​ກຸ່ມ​ສິດທິມະນຸດ​ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ສອບສວນຢ່າງອິດ​ສະລະຕໍ່​ການ​ສັງຫານດັ່ງກ່າວ.

ຊາວປະແລສໄຕນ໌ຄົນນຶ່ງ ທີ່ໄດ້ຮັບບາດເຈັບຍ້ອນການປະທະກັນກັບທະຫານອິສຣາແອລ ວັນທີ 20 ແມສາ 2018.
ຊາວປະແລສໄຕນ໌ຄົນນຶ່ງ ທີ່ໄດ້ຮັບບາດເຈັບຍ້ອນການປະທະກັນກັບທະຫານອິສຣາແອລ ວັນທີ 20 ແມສາ 2018.

ທະຫານ​ອິສຣາ​ແອ​ລກ່າວ​ວ່າຕົນໄດ້ຍິງ​ຕອບ​ໂຕ້ “ດ້ວຍເຄື່ອງທີ່ເຮັດໃຫ້ພວກ ກໍ່ຄວາມວຸ້ນວາຍ ສະຫລາຍຕົວ ແລະກໍ​ຍິງ​ຕາມ​ກົດລະບຽບ​ຂອງການຕອບໂຕ້ກັນເທົ່ານັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Israel Palestinian
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG