ການລະດົມຍິງໂຈມຕີກັນທີ່ໜັກໜ່ວງທີ່ສຸດ ລະຫວ່າງອີສຣາແອລ ແລະເຂດກາຊາ ໃນຮອບຫຼາຍໆເດືອນ ແມ່ນກໍາລັງດຶງດູດຄວາມສົນໃຈໄປສູ່ກຸ່ມຫົວຮຸນແຮງ Salafist ຢູ່ໃນເຂດປາແລັສໄຕ.
ກຸ່ມຫົວຮຸນແຮງ ທີ່ເອີ້ນຕົນເອງວ່າ ສະພາ Mujahedeen Shura ເວົ້າ ວ່າ ຕົນໄດ້ຍິງຈະຫຼວດຫຼາຍລູກໂຈມຕີເຂດພາກໃຕ້ຂອງອີສຣາແອລ ນັບຕັ້ງແຕ່ວັນອັງຄານຜ່ານມານີ້. ໃນການໂຈມຕີບັ້ນລ່າສຸດນັ້ນຊາວອີສຣາແອລຕ້ອງໄດ້ພາແລ່ນເຂົ້າໄປລີ້ຢູ່ບ່ອນຫຼົບ ໄພເມື່ອວັນພຸດວານນີ້. ຫຼາຍຊົ່ວ ໂມງກ່ອນໜ້ານັ້ນ ກອງທັບອີສຣາແອລໄດ້ສົ່ງເຮືອບິນລົບຈໍານວນນຶ່ງໄປໂຈມຕີເປົ້າໝາຍຕ່າງໆຂອງກຸ່ມຫົວຮຸນແຮງຢູ່ພື້ນທີ່ເປີດໂລ່ງໃນພາກເໜືອຂອງເຂດກາຊາ.
ບໍ່ມີລາຍງານກ່ຽວກັບຈໍານວນຜູ້ບາດເຈັບລົ້ມຕາຍ ຈາກການໂຈມຕີດ້ວຍຈະຫຼວດ ຫຼື ການໂຈມຕີທາງອາກາດ ຊຶ່ງເປັນການໂຈມຕີທາງອາກາດເທື່ອທໍາອິດຂອງອີສຣາແອລ ນັບຕັ້ງແຕ່ໄດ້ມີການຢຸດຍິງ ເມື່ອເດືອນພະຈິກປີກາຍເປັນຕົ້ນມາ ກັບກຸ່ມຫົວຮຸນແຮງຮາມາສ ທີ່ຄວບຄຸມເຂດກາຊານັ້ນ.
ກຸ່ມຫົວຮຸນແຮງ Salafist ເວົ້າວ່າ ການໂຈມຕີດ້ວຍຈະຫຼວດ ແມ່ນເປັນ ການແກ້ແຄ້ນ ຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງອີສຣາແອລ ຕໍ່ນັກໂທດປາແລັສໄຕໄວ 64 ປີ ຄົນນຶ່ງ ທີ່ເສຍຊີວິດດ້ວຍໂຣກມະເຮັງ ເມື່ອວັນອັງ ຄານຜ່ານມາ. ຝ່າຍອີສຣາແອລເວົ້າວ່າ ຕົນໄດ້ສະເໜີໃຫ້ການປິ່ນປົວຕໍ່ນາຍ Maysara Abu Hamdiyeh ຜູ້ທີ່ກໍາລັງຮັບໃຊ້ໂທດ ຈໍາຄຸກຕະ ຫຼອດຊີວິດ ໃນຂໍ້ຫາພະຍາຍາມຂ້າຄົນ ໃນການວາງແຜນໂຈມຕີດ້ວຍລະເບີດໃສ່ຮ້ານກາເຟ Jerusalem ໃນປີ 2002.