ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຍັງສືບຕໍ່ ໂຈມຕີ ເຂດກາຊາ ເປັນມື້ທີ 4 ລຽນຕິດ (ສະໄລດ໌/ວີດີໂອ)


ນັກຊ່ຽວຊານດ້ານລະເບີດ ຂອງຕຳຫຼວດອິສຣາແອລ ໄປສຳຫຼວດເບິ່ງ ບໍລິເວນປ້ຳນ້ຳມັນ ທີ່ຖືກຈະຫຼວດ ຢູ່ເມືອງ Ashdod ທາງພາກໃຕ້ຂອງອິສຣາແອລ (11 ກໍລະກົດ 2014)
ນັກຊ່ຽວຊານດ້ານລະເບີດ ຂອງຕຳຫຼວດອິສຣາແອລ ໄປສຳຫຼວດເບິ່ງ ບໍລິເວນປ້ຳນ້ຳມັນ ທີ່ຖືກຈະຫຼວດ ຢູ່ເມືອງ Ashdod ທາງພາກໃຕ້ຂອງອິສຣາແອລ (11 ກໍລະກົດ 2014)

ອິສຣາແອລຍັງສືບຕໍ່ທຳການໂຈມຕີເຂດກາຊາເປັນມື້ທີ 4 ລຽນ
ຕິດ ໃນວັນສຸກມື້ນີ້ ຂະນະທີ່ພວກຫົວຮຸນແຮງປາແລສໄຕນ໌ ກໍບໍ່
ໄດ້ລົດລະໃນການຍິງຈະຫຼວດໂຈມຕີອິສຣາແອລ.

ເຈົ້າໜ້າທີ່ການແພດໃນເຂດກາຊາກ່າວວ່າ ມີຢ່າງໜ້ອຍ 3 ຄົນ
ເສຍຊີວິດ ໃນການໂຈມຕີເຮືອນຫລັງນຶ່ງໂດຍອິສຣາແອລຢູ່ໃນ ເຂດກາຊາໃນຕອນເຊົ້າຂອງວັນສຸກມື້ນີ້.

ໃນການເຄື່ອນໄຫວອີກດ້ານນຶ່ງ ໃນວັນສຸກມື້ນີ້ ເຈົ້າໜ້າທີ່ອິສຣາ
ແອລກ່າວວ່າມີການຍິງຈະຫຼວດລູກນຶ່ງໄປໃສ່ພາກເໜືອຂອງອິສ
ຣາແອລ ຈາກພາກໃຕ້ເລບານອນ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບລົ້ມຕາຍ. ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອວ່າກຸ່ມໃດເປັນຜູ້ຍິງລູກຈະຫຼວດດັ່ງກ່າວ. ອິສຣາແອລກ່າວວ່າ ຕົນໄດ້ຍິງໂຕ້ ຕອບຄືນດ້ວຍປືນໃຫຍ່.

ຈະຫຼວດລູກນຶ່ງທີ່ຍິງໄປຈາກແຫຼມກາຊາໄດ້ຕົກລົງໃສ່ປ້ຳນ້ຳມັນແຫ່ງນຶ່ງທີ່ເມືອງ Ashdod ທາງພາກໃຕ້ອິສຣາແອລໃນວັນສຸກມື້ນີ້ເຮັດໃຫ້ເກີດແປວໄຟຂະໜາດໃຫຍ່ຂຶ້ນ. ເຈົ້າໜ້າທີ່ ເວົ້າວ່າ ມີຜູ້ໄດ້ຮັບບາດເຈັບນຶ່ງຄົນ ໃນເຫດລະເບີດດັ່ງກ່າວ.

ໃນວັນພະຫັດວານນີ້ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ ໃນບັນຫາຂັດແຍ້ງລະຫວ່າງ ອິສຣາແອລແລະກຸ່ມ ຫົວຮຸນແຮງຮາມັສ ຢູ່ໃນເຂດກາຊາ ແຕ່ພັກຝ່າຍທີ່ຂັດແຍ້ງກັນ ຕ່າງກໍບໍ່ໄດ້ສະແດງ ຮ່ອງ ຮອຍໃດໆໃຫ້ເຫັນວ່າ ຕົນຈະຢຸດຍິງ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ກ່າວຕໍ່ກອງປະຊຸມສຸກເສີນຂອງສະ
ພາຄວາມໝັ້ນຄົງວ່າອິສຣາແອລແລະກຸ່ມຮາມັສຕ້ອງໃຊ້ຄວາມຍັບຍັ້ງໃຫ້ຫລາຍທີ່ສຸດເພື່ອ
ຍຸດຕິການສູ້ລົບກັນ.

ISRAEL PALESTINIANS VO 2nd UPD
please wait

No media source currently available

0:00 0:00:58 0:00

XS
SM
MD
LG