ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາແອລກັບພວກຫົວຮຸນແຮງ ກາຊາ ຕົກລົງສິ້ນສຸດ ການຕໍ່ສູ້ທີ່ດຸເດືອດ.


ຕຳຫຼວດ ປາແລັສໄຕນ໌ ຄົນນຶ່ງ ທີ່ຈົງຮັກພັກດີຕໍ່ເຂດ ຮາມາສ ສະແດງປະຕິກິລິຍາ ຕໍ່້ໜ້າຕຶກຫຼັງນຶ່ງ ທີ່ຖືກໂຈມຕີ ຈາກ ທາງ
ອາກາດຂອງ ອິສຣາແອລ ທີ່ເຂດ ກາຊາ. 14 ກໍລະກົດ, 2018.
ຕຳຫຼວດ ປາແລັສໄຕນ໌ ຄົນນຶ່ງ ທີ່ຈົງຮັກພັກດີຕໍ່ເຂດ ຮາມາສ ສະແດງປະຕິກິລິຍາ ຕໍ່້ໜ້າຕຶກຫຼັງນຶ່ງ ທີ່ຖືກໂຈມຕີ ຈາກ ທາງ ອາກາດຂອງ ອິສຣາແອລ ທີ່ເຂດ ກາຊາ. 14 ກໍລະກົດ, 2018.

ເຈົ້າໜ້າທີ່ ປາແລັສໄຕນ໌ ທ່ານນຶ່ງກ່າວວ່າ ພວກກຸ່ມຫົວຮຸນແຮງ ອິສຣາແອລ ກັບ ກາຊາ
ໄດ້ຕົກລົງກັນວ່າ ຈະມີການຢຸດຍິງໃນວັນເສົາວານນີ້.

ຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນລຸນຫຼັງຄວາມຮຸນແຮງໄດ້ທະວີຂຶ້ນ ເວລາພວກ ປາແລັສໄຕນ໌
ໄດ້ໂຈມຕີຢ່າງໜັກຕໍ່ ອິສຣາແອລ ດ້ວຍລູກຈະຫຼວດ ແລະ ອິສຣາແອລ ກໍໄດ້ໂຈມຕີຢ່າງ
ໃຫຍ່ສຸດທາງອາກາດຕໍ່ ກາຊາ ຫຼາຍໆຄັ້ງ ນັບຕັ້ງແຕ່ສົງຄາມໃນປີ 2014 ເປັນຕົ້ນມາ.
ຂ່າວສານ ຣອຍເຕີ້ ລາຍງານວ່າ ການຕໍ່ສູ້ກັນໄປມາໄດ້ເຮັດໃຫ້ໄວລຸ້ນ ປາແລັສໄຕນ໌
ເສຍຊີວິສອງຄົນ.

ຄວາມຮຸນແຮງເທື່ອຫຼ້າສຸດໄດ້ເລີ້ມຂຶ້ນ ໃນຕອນເຊົ້າວັນເສົາວານນີ້ ແລະ ລາຍງານ
ຂ່າວເວົ້າວ່າ ອີຈິບ ໄດ້ເປັນຜູ້ໄກ່ເກ່ຍສັນຍາຢຸດຍິງດັ່ງກ່າວ.

ຊາວ ປາແລັສໄຕນ໌ 100 ຄົນໄດ້ ເສຍຊີວິດ ໃນຄວາມວຸ້ນວາຍດັ່ງກ່າວ ນັບຕັ້ງແຕ່ການ
ປະທ້ວງໄດ້ເລີ້ມຂຶ້ນ ໃນວັນທີ 30 ເດືອນມີນາ ເປັນຕົ້ນມາ.

ສ່ວນ ອິສຣາແອລ ກໍແມ່ນໄດ້ຖືກໄຟເຜົາຜານຫຼາຍແຫ່ງ ຍ້ອນອຸບປະກອນອັກຄີໄພ
ຕ່າງໆ ຊຶ່ງສ່ວນໃຫຍ່ ຈະແມ່ນຍ້ອນພວກ ປາແລັສໄຕນ໌ ຈູດຜ້າຂາດຈຸ່ມນໍ້າມັນແອັສຊັງ
ສົ່ງໄປນຳວ່າວ ແລະ ໝາກປູມເປົ້າຂ້າມຊາຍແດນໄປ. ນອກຈາກນັ້ນແລ້ວ ພວກປະ
ທ້ວງ ຍັງໄດ້ສົ່ງລູກໄຟ ວັດຖຸລະເບີດ ແລະຈູດຢາງລົດໃສ່ສະຖານທີ່ຂອງກຳລັງ
ອິສຣາແອລ ນຳ.

ພວກ ປາແລັສໄຕນ໌ ເວົ້າວ່າ ພວກເຂົາເຈົ້າປະທ້ວງແຜນການຂອງເຈົ້າໜ້າທີ່ ອິສຣາ
ແອລ ທີ່ຈະທຳລາຍໝູ່ບ້ານ ເບດູອີນ ໃນເຂດແວັສແບັງກ໌.

ໃນວັນສຸກຜ່ານມາ ສານສູງສຸດຂອງ ອິສສຣາແອລ ເວົ້າວ່າ ຕົນຈະເລື່ອນການຕັດສິນ
ກ່ຽວກັບ ໝູ່ບ້ານດັ່ງກ່າວອອກໄປ ຈົນກວ່າຈະເຖິງວັນທີ 15 ສິງຫາ ເປັນຢ່າງໄວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG