ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີສຣາແອລ ແລະ ເຂດກາຊາ


ເຮືອເພື່ອການຊ່ວຍເຫລືອລຳນຶ່ງທີ່ກຳລັງບັນທຸກສະບຽງອາຫານແລະຢຸກຢາມາຍັງເຂດກາຊາ ໄດ້ເລີ່ມອອກເດີນທາງເມື່ອວັນເສົາວານນີ້ ຈາກປະເທດ ກຣີຊ ໂດຍທີ່ບໍ່ຮູ້ແນ່ນອນວ່າຈຸດໝາຍປາຍທາງ ຂອງເຮືອລຳດັ່ງກ່າວນີ້ຈະແມ່ນບ່ອນໃດແທ້.

ພວກເຈົ້າໜ້າທີ່ອີສຣາແອລ ແລະກຣີຊເວົ້າວ່າ ເວລານີ້ເຮືອຊ່ວຍເຫລືອ ລຳດັ່ງກ່າວກຳລັງມຸ້ງໜ້າໄປຍັງທ່າ ເຮືອ El-Arish ຂອງອີຢິບ ລຸນຫລັງຈາກ ທີ່ມີການປຶກສາຫາລືກັນທາງການທູດ.

ແຕ່ທ່ານ Ahmad Tibi ສະມາຊິກຊາວປາເລສຕາຍຄົນນຶ່ງປະຈຳສະພາຂອງອີສຣາແອລ ກ່າວວ່າເຮືອ ລຳດັ່ງກ່າວກຳລັງມຸ້ງໜ້າມາຍັງເຂດກາຊາ ເຈົ້າໜ້າທີ່ ອົງການກຸສົນທີ່ເໝົາເຮືອ Youssef Sawan ຍັງ ເວົ້າອີກວ່າເຮືອລຳນີ້ກຳລັງຈະໄປເຂດກາຊາ.

ເຮືອບັນທຸກການຊ່ວຍເຫລືອນີ້ແມ່ນອຸບປະຖຳໂດຍອົງການການກຸສົນ ທີ່ນຳໂດຍລູກຊາຍຂອງຜູ້ນຳປະເທດ ລີເບຍ ທ່ານ Moammar Gadhafi ທີ່ບັນທຸກສະບຽງອາຫານແລະຢຸກຢາ ຈຳນວນ 2000 ໂຕນ. ຊຶ່ງທຳອິດນັ້ນ ເຮືອທີ່ຕິດທຸງ Moldovan ກຳໜົດຈະທັບມ້າງການປິດລ້ອມການ ຫ້າມເຮືອເຂົ້າອອກຂອງ ອີສຣາແອລ ໄປຍັງອານາເຂດທີ່ປົກຄອງໂດຍກຸ່ມຮາມາສນັ້ນ.

ອີສຣາແອລໄດ້ກະຕຸ້ນໃຫ້ເກີດການປະນາມຢ່າງຮຸນແຮງຈາກນານາຊາ ຂື້ນໃນເດືອນພືດສະພາຜ່ານມາ ເວລາໜ່ວຍທະຫານກ້າຕາຍ ຫລື ໜ່ວຍ ກອມມັງໂດຂອງອີສຣາແອລ ໄດ້ຢຸດຂະບວນເຮືອການຊ່ວຍ ເຫລືອໃນເຂດທະເລ ເມດິເຕເຣນຽນ ທີ່ກຳລັງພະຍາຍາມທຳລາຍການ ປິດລ້ອມ ຂອງອີສຣາແອລໃນ ເຂດກາຊາທີ່ປົກຄອງໂດຍກຸ່ມຮາມາສນັ້ນ.

XS
SM
MD
LG