ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ງົດການກໍ່ສ້າງ ເຮືອນໃໝ່ ທີ່ West Bank


ບ່ອນສ້າງເຮືອນຊານຂອງ ຊາວຢິວ ທີ່ຕັ້ງຖິ່ນຖານຢູ່ໃນເຂດ ​ຢຶດຄອງ​ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນຫຼື West Bank​​.
ບ່ອນສ້າງເຮືອນຊານຂອງ ຊາວຢິວ ທີ່ຕັ້ງຖິ່ນຖານຢູ່ໃນເຂດ ​ຢຶດຄອງ​ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນຫຼື West Bank​​.
ທ່າມກາງ​ຄວາມ​ກົດ​ດັນ​ທີ່​ເພີ້ມທະວີ​ຂຶ້ນຂອງ​ນາ​ໆ​ຊາດ ນາຍົກ
ລັດຖະມົນຕີອິສຣາ ​ແອ​ລ ທ່ານ Benjamin Netanyahu ​ໄດ້​
ງົດ​ແຜນ​ກໍ່ສ້າງບ້ານ​ເຮືອນໃໝ່ ຈໍານວນ 20,000 ຫລັງ ຢູ່​ໃນ​
ເຂດ​ຢຶດຄອງທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນຫລື West
Bank.

ຄຳ​ສັ່ງຂອງທ່ານ Natanyahu ທີ່​ອອກ​ໃນ​ຕອນ​ແລງ​ຂອງວັນ
​ອັງຄານ​ວານ​ນີ້ໄດ້​ ໂຈະແຜນ​ກໍ່ສ້າງ​ບ້ານ​ເ​ຮື​ອນ ​ຢູ່​ໃນ​ເຂ​ດທີ່​ມີ​
ຄວາມ​ຫລໍ່​ແຫຼມ​ເປັນ​ພິ​ເສດ ຢູ່​ນອກ​ນະ ຄອນ Jerusalem ທີ່​
ຮູ້ກັນໃນ​ນາມ​ເຂດ E1. ການຕ່າວ​ປີ້​ນທີ່​ວ່າ​ນີ້ໄດ້​ມີ​ຂຶ້ນພຽງ ​ບໍ່​
ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກບັນດາ​ຜູ້​ນໍາປາ​ແລ​ສຕາຍ ຂູ່​ວ່າຈະ
​ຢ່າງ​ອອກ​ຈາກ ການ​ເຈລະ​ຈາສັນຕິພາບພາກຕາ​ເວັນ​ອອກ ​
ກາງ ທີ່ໄກ່​ເກ່ຍໂດຍສະຫະລັດ ຖ້າ​ຫາກແຜນ​ ກໍ່ສ້າງຍັງດໍາ
​ເນີນຕໍ່​ໄປ.

ຢູ່ໃນ​ຖະ​ແຫລ​ງການ​ນັ້ນ ທ່ານ Natanyahu ກ່າວ​ວ່າ ​ແຜນ​ດັ່ງ​ກ່າວ​ໄດ້​ສ້າງ “ຄວາມ​ຂັດແຍ້​ງທີ່​ບໍ່​ມີ​ຄວາມ​ຈໍາ​ເປັນ” ກັບ​ປະຊາ​ຄົມນາໆ​ຊາດ ​ໃນ​ເວລາ​ທີ່ລັດ ຖະບານ​ຂອງ​ທ່ານ ກໍາລັງ​ຊອກ​ຫາ​ການ​ສະໜັບສະໜຸນ ​ເພື່ອກົດ​ດັນ​ໃຫ້​ອີຣ່ານ ໃນ​ການເຈລະຈານິວ​ເຄລຍ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້.

​ໃນ​ເວລາ​ນີ້ ມີ​ຊາວ​ອິສຣາ​ແອ​ລຫລາຍ​ກວ່າ 5 ​ແສນ​ຄົນ​ໄດ້ພາກັນ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນຫຼື West Bank ​ແລະກໍ້າ​ຕາ​ເວັນ​ອອກ ຂອງ​ນະຄອນ Jerusalem ທີ່ອິສຣາ​ແອ​ລຍຶດມາ​ໄດ້ ​ໃນສົງຄາມ​ປີ 1967 ທີ່ ຊາວປາແລ​ສຕາຍມອງເຫັນ​ວ່າ ​ເປັນ​ພາກ​ສ່ວນນຶ່ງຂອງ​ປະ​ເທດທີ່ເປັນ​ເອກ​ກະ ລາດຂອງ​ພວກ​ເຂົາ​ເຈົ້າໃນ​ອະນາ​ຄົດ. ປະຊາ​ຄົມນາໆ​ຊາດ​ໄດ້ປະຕິ​ເສດຕໍ່​ການເຂົ້າ​ໄປຕັ້ງ​ຖິ່ນ​ຖານ​ເຫລົ່າ​ນັ້ນ ​ໂດຍ​ຖືວ່າ​ຜິດ​ກົດໝາຍ.

ກໍ​າລັງ​ທະຫານ ອິສຣາ​ແອ​ລ ​ໄດ້​ຖອນ​ອອກ​ຈາກ ​ແຫລ​ມ Gaza ​ໃນ​ປີ 2005.
XS
SM
MD
LG