Israel ໄດ້ປ່ອຍພວກນັກໂທດຊາວປາແລສໄຕ ຕື່ມອີກ 26 ຄົນ
ທີ່ຖືກຄຸມຂັງຍ້ອນການໂຈມຕີທີ່ຮ້າຍແຮງເຖິງຕາຍຕໍ່ພວກພົນ
ລະເຮືອນ Israel ໃນການປ່ອຍໂຕ ພວກນັກໂທດເທື່ອຫລ້າສຸດ
ພາຍໃຕ້ຂໍ້ຕົກລົງທີ່ຈະຟື້ນຟູການເຈລະຈາສັນຕິພາບຂອງທັງ
ສອງຝ່າຍນັ້ນ.
ຝູງຊົນໄດ້ໂຮຮ້ອງ ໂບກທຸງຊາດ ແລະຈູດບັ້ງໄຟດອກ ເພື່ອຕ້ອນ
ຮັບພວກນັກໂທດທີ່ຖືກ ປ່ອຍ ແບບການຕ້ອນຮັບວິລະຊົນ
ໃນເຊົ້າວັນອັງຄານມື້ນີ້ ໃນເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດັນ
ຫຼື West Bank ແລະໃນເຂດ Gaza ນັ້ນ.
ປະທານາທິບໍດີປາແລສໄຕ ທ່ານ Mahmoud Abbas ແລະບັນດາເຈົ້າໜ້າທີ່ຄົນອື່ນໆ
ໄດ້ໃຫ້ການຕ້ອນຮັບພວກເຂົາເຈົ້າ ທີ່ເມືອງ Ramallah ດ້ວຍການໂອບກອດ ແລະຈູບ.
ທ່ານ Abbas ໄດ້ປະຕິຍານວ່າ ຈະກົດດັນໃຫ້ມີການປ່ອຍພວກນັກໂທດຕື່ມອີກ ເພື່ອໃຫ້
ເຂົາເຈົ້າກັບຄືນເມືອບ້ານ ຊຶ່ງທ່ານ Abbas ເວົ້າວ່າ “ພວກເຮົາຈະບໍ່ລົງນາມໃນຂໍ້ຕົກ
ລົງສັນຕິພາບກັບIsrael ຈົນກວ່າວ່າ ພວກນັກໂທດທັງໝົດຖືກປ່ອຍໃຫ້ເປັນ
ອິດສະຫຼະ.”
ການປ່ອຍພວກນັກໂທດຄັ້ງຫຼ້າສຸດນີ້ ແມ່ນການປ່ອຍຄັ້ງທີ 3 ຂອງຈຳນວນທັງໝົດ 4 ຄັ້ງ
ກັບ Israel ຊຶ່ງພາຍໃຕ້ຂໍ້ຕົກລົງດັ່ງກ່າວ ພວກນັກໂທດປາແລສໄຕທັງໝົດ 104 ຄົນ
ຈະຖືກປ່ອຍ.
ການປ່ອຍດັ່ງກ່າວນີ້ ໄດ້ສ້າງຄວາມໂກດແຄ້ນແລະບໍ່ພໍໃຈຕໍ່ຊາວ Israel ຊຶ່ງຮວມທັງ
ສະມາຊິກຫຼາຍທ່ານ ໃນຄະນະລັດຖະບານຂອງທ່ານ Benjamin Netanyahu
ຊຶ່ງພວກເຂົາເຈົ້າຖືວ່າ ອະດີດພວກນັກໂທດເຫຼົ່ານີ້ ແມ່ນພວກກໍ່ການຮ້າຍ.