ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Israel ໂຕ້ຕອບເຂດ Gaza ຫຼັງຈາກຖືກໂຈມຕີ ດ້ວຍ ລູກສອນໄຟ


ແຜນທີ່ຂອງ Israel ເຂດ Gaza ແລະ the West Bank
ແຜນທີ່ຂອງ Israel ເຂດ Gaza ແລະ the West Bank

ກອງທັບ​ຂອງ Israel ​ໄດ້​ກ່າວ​ວ່າ​ ພວກ​ເຂົາ​ ໄດ້​ທຳ​ການ​ໂຈມ​ຕີ​
ທາງ​ອາກາດໃສ່​ພາກ​ເໜືອ​ຂອງ​ເຂດກາຊາເພື່ອ​ເປັນ​ການ​ຕອບ​
ໂຕ້ ຕໍ່ການຍິງ​ລູກ​ສອນ​ໄຟ ເຂົ້າ​ໃສ່​ພາກ​ໃຕ້ ​ຂອງ Israel ​ຈາກ
​ເຂດ​ແດນ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ Hamas.

ຈາກ​ການ​ລາຍ​ງານ​ວັນ​ອາທິດ​ມື້​ນີ້​ ໄດ້​ກ່າວ​ວ່າ ​ບໍ່​ມີ​ຜູ້ໃດ​ໄດ້​ຮັບ
​ເຄາະ​ຮ້າຍ​ຈາກ​ການ​ຍິງໂຈ​ມຕີ​ດັ່ງກ່າວ.

ພວກຫົວຮຸນແຮງ​ກຸ່ມໜຶ່ງ​ໄດ້​ອ້າງ​ເອົາ​ຄວາມຮັບ​ຜິດ​ຊອບສຳ​ລັບ
​ການ​ຍິງລູກ​ສອນ​ໄຟ​ໃສ່​ເມືອງ Ashkelon ​ເຊິ່ງຢູ່​ຫ່າງ​ຈາກເຂດ
ກາຊາ​ປະ ມານ 10 ກິໂລ​ແມັດ.

Israel ​ໄດ້​ກ່າວ​ວ່າ ​ພວກ​ເຂົາ​ໄດ້​ປິດ​ດ່ານ​ຂ້າມ​ຊາຍແດນ​ເຂົ້າ​ສູ່ກາຊາ.

ມີ​ການ​ຍິງ​ລູກ​ສອນໄຟແບບກະຈັດກະຈາຍມາ​ຈາກເຂດກາຊາ ເຂົ້າໃສ່ Israel ເມື່ອບໍ່​ເທົ່າ
​ໃດ​ອາທິດ​ຜ່ານ​ມາ​ນີ້. ​

XS
SM
MD
LG