ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຟໄໝ້ປ່າ ທີ່ອີສຣາແອລ


ພວກພະນັກງານດັບເພີງກໍາລັງປະຕິບັດງານມອດໄຟປ່າທີ່ຮ້າຍແຮງ
ໃນອີສຣາແອລ
ພວກພະນັກງານດັບເພີງກໍາລັງປະຕິບັດງານມອດໄຟປ່າທີ່ຮ້າຍແຮງ ໃນອີສຣາແອລ

ເກີດເຫດໄຟໄໝ້ປ່າທີ່ຮ້າຍແຮງທີ່ສຸດໃນປະວັດສາດຂອງ
ອິສຣາແອລ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ
ໃນວັນພະຫັດວານນີ້ ສ່ວນໃຫຍ່ແມ່ນພວກນັກຮຽນຍາມ
ຄຸກ ທີ່ຖືກຕິດຄ້າງຢູ່ໃນລົດບັສຄັນນຶ່ງ ທີ່ເດີນທາງໄປຊ່ວຍ
ພວກນັກໂທດຄຸກ ທີ່ສ່ວນໃຫຍ່ແມ່ນຊາວປາເເລສຕາຍນັ້ນ ເພື່ອພາໜີອອກຈາກແປວໄຟ.

ທາງການອີສຣາແອລກ່າວວ່າ ປະຊາຊົນຫລາຍກວ່າ 12,000 ຄົນ ໄດ້ຖືກຍົກຍ້າຍອອກຈາກຕົວເມືອງ ແລະ
ໝູ່ບ້ານຫລາຍແຫ່ງເ ວລາໄຟໄດ້ໄໝ້ລາມອອກໄປຢ່າງໄວ
ຜ່ານປ່າ Camel ໃນເຂດເມືອງ Galilee ແລະລາມໄປເຖິງເມືອງໄຣຟາ ແຄມຝັ່ງທະເລ
ທາງພາກເໜືອຂອງປະເທດ. ໄຟຍັງລຸກໄໝ້ອອກໄປ ໂດຍທີ່ບໍ່ສາມາດຄວບຄຸມໄດ້ ໃນ ຕອນໄກ້ທ່ຽງຄືນວານນີ້.

ສໍານັກນາຍົກລັດຖະມົນຕີກ່າວວ່າ ປະເທດເຕີກີ ຊຶ່ງເຖິງແມ່ນວ່າເວລານີ້ ຍັງມີຄວາມສໍາພັນ
ທີ່ເຄ່ງຕຶງກັບອີສຣາແອລກໍຕາມ ກໍເປັນນຶ່ງໃນ 8 ປະເທດທີ່ໂຮມທັງ ສະເປນ ໄຊປຣັສແລະ
ກຣີສ ທີ່ສົ່ງຍົນດັບເພີງ ແລະສານເຄມີດັບໄຟໄປຊ່ວຍຕໍ່ສູ້ກັບອັກ ຄີໄພໃນອີສຣາແອລຄັ້ງນີ້.

XS
SM
MD
LG