ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ເນລະເທດ ເຈົ້າໜ້າທີ່ ກຸ່ມປົກປ້ອງ ສິດທິມະນຸດ HRW


ທ່ານໂອມາ ຊາເກຍ (Omar Shakir) ຈາກກຸ່ມປົກປ້ອງ ສິດທິມະນຸດ HRW ໄດ້ປະກາດ ກ່ຽວກັບການເນລະເທດທ່ານ ອອອຈາກອິສຣາແອລ ຜ່ານໜ້າທວີດເຕີ.
ທ່ານໂອມາ ຊາເກຍ (Omar Shakir) ຈາກກຸ່ມປົກປ້ອງ ສິດທິມະນຸດ HRW ໄດ້ປະກາດ ກ່ຽວກັບການເນລະເທດທ່ານ ອອອຈາກອິສຣາແອລ ຜ່ານໜ້າທວີດເຕີ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ຟ້ອງອິສຣາແອລ ໃນ
ການເນລະເທດກຸ່ມເຮັດວຽກຂອງຕົນຢູ່ອິສຣາແອລ ແລະຜູ້ອຳນວຍການ ທີ່ເປັນຄົນ
ປາແລສໄຕນ໌ ໃນຂໍ້ຫາໃຫ້ການສະໜັບສະໜູນການບອຍຄອດ ຕໍ່ຕ້ານອິສຣາແອລ.

ກະຊວງພາຍໃນຂອງອິສຣາແອລ ໄດ້ຖອນໃບອະນຸຍາດເຮັດວຽກ ທີ່ອອກໃຫ້ແກ່ທ່ານ
ໂອມາ ຊາເກຍ ແລະໃຫ້ເວລາຜູ້ກ່ຽວ 14 ມື້ ເພື່ອເດີນທາງອອກຈາກອິສຣາແອລ.

ກຸ່ມປົກປ້ອງສິດທິມະນຸດ HRW ກ່າວວ່າ ຕົນຈະທ້າທາຍຕໍ່ຄຳສັ່ງດັ່ງກ່າວຂອງອິສຣາ
ແອລ ຢູ່ທີ່ສານ.

ຮອງຜູ້ອຳນວຍການ ກຸ່ມປົກປ້ອງສິດທິມະນຸດ HRW ທ່ານ ອຽນ ເລວີນ ກ່າວໃນວັນ
ອັງຄານວານນີ້ວ່າ “ນີ້ບໍ່ແມ່ນກ່ຽວກັບທ່ານຊາເກຍ ແຕ່ຈະແມ່ນການຂັດຂວາງ ບໍ່ໃຫ້
ກຸ່ມປົກປ້ອງສິດທິມະນຸດ HRW ສະແດງຄວາມຄິດຄວາມເຫັນ ແລະບໍ່ໃຫ້ຕ້ອງຕິ
ປະຫວັດການເຄົາລົບນັບຖື ສິດທິມະນຸດ ຂອງອິສຣາແອລ. ການເກັບກຳເອກກະສານ
ແລະເນລະເທດ ຜູ້ປົກປ້ອງສິດທິມະນຸດ ແມ່ນການຮຽນແບບ ມາຈາກອົງການສືບລັບ
ຂອງຣັດເຊຍແລະອີຈິບ.”

ລັດຖະມົນຕີກະຊວງພາຍໃນຂອງອິສຣາແອລ ທ່ານອາຣເຢ ເດຣີ ກ່າວວ່າ ເຈົ້າໜ້າທີ່
ອິສຣາແອລ ໄດ້ເກັບກຳຂໍ້ມູນກ່ຽວກັບ ທ່ານຊາເກຍມາໄດ້ດົນກວ່ານຶ່ງທົດສະວັດແລ້ວ.

ທ່ານເດຣີ ກ່າວຕື່ມວ່າ “ມັນເປັນເລື້ອງທີ່ໜ້າເຫລືອເຊື່ອ ທີ່ນັກເຄື່ອນໄຫວທີ່ເຂົ້າຮ່ວມ
ການບອຍຄອຍ ຍັງໄດ້ຮັບອະນຸຍາດໃຫ້ຢູ່ໃນປະເທດອິສຣາແອລໄດ້ ເພື່ອວ່າຜູ້ກ່ຽວ
ຈະສາມາດດຳເນີນການ ໃນວິທີທາງທີ່ເປັນໄປໄດ້ ເພື່ອຕໍ່ຕ້ານອິສຣາແອລ. ຂ້າພະ
ເຈົ້າຈະ ນຳໃຊ້ທຸກວິທີການ ເພື່ອຂັບໄລ່ບຸກຄົນປະເພດນີ້ ອອກໄປຈາກປະເທດ.”

ແຕ່ກຸ່ມປົກປ້ອງສິດທິມະນຸດ HRW ບໍ່ໄດ້ແຈ້ງໃຫ້ຊາບວ່າ ກຸ່ມດັ່ງກ່າວ ຫຼື ຜູ້ຕາງໜ້າ
ຂອງຕົນ ໃຫ້ການສະໜັບສະໜູນຕໍ່ການບອຍຄອດ ຕໍ່ຕ້ານອິສຣາແອລ. ເຂົາເຈົ້າກ່າວວ່າ
ກະຊວງພາຍໃນ ຍັງຮັບຮູ້ຢູ່ໃນຈົດໝາຍຖອນໃບອະນຸຍາດເຮັດວຽກຂອງທ່ານ ຊາເກຍ
ວ່າ “ຍັງບໍ່ໄດ້ຮັບຂໍ້ມູນໃດໆ ກ່ຽວກັບກິດຈະການດັ່ງກ່າວເທື່ອ” ນັບຕັ້ງແຕ່ທ່ານຊາເກຍ
ເຂົ້າເຮັດວຽກໃຫ້ແກ່ກຸ່ມດັ່ງກ່າວ.

ຕົ້ນຕໍແລ້ວ ອິສຣາແອລໄດ້ປະຕິເສດບໍ່ຍອມອອກໃບອະນຸຍາດເຮັດວຽກໃຫ້ແກ່ ທ່ານ
ຊາເກຍ ໃນປີກາຍນີ້ ແຕ່ໄດ້ປ່ຽນໃຈ ໃນເວລາຕໍ່ມາ ສ່ວນນຶ່ງກໍແມ່ນຍ້ອນການກົດດັນ
ຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG