ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ອົບພະຍົບ ພົນລະເຮືອນ ຊີເຣຍ 422 ຄົນ ຈາກເຂດສົງຄາມ ໄປປະເທດ ຈໍແດັນ


ທະຫານ ອິສຣາແອລ ຄົນນຶ່ງຢາຍນໍ້າຢູ່ເທິງລົດບັສ, ໃນລະ
ຫວ່າງການປະຕິບັດພາລະກິດ ອົບພະຍົບກຸ່ມປົກປ້ອງ ພົນ
ລະເຮືອນ ຮູ້ຈັກກັນວ່າ ພວກໝວກກັນກະທົບສີຂາວ ຈາກ
ພາກພື້ນ ໂກລັນ ໄຮທ໌, ປະເທດ ອິສຣາແອລ. 22 ກໍລະກົດ, 2018.
ທະຫານ ອິສຣາແອລ ຄົນນຶ່ງຢາຍນໍ້າຢູ່ເທິງລົດບັສ, ໃນລະ ຫວ່າງການປະຕິບັດພາລະກິດ ອົບພະຍົບກຸ່ມປົກປ້ອງ ພົນ ລະເຮືອນ ຮູ້ຈັກກັນວ່າ ພວກໝວກກັນກະທົບສີຂາວ ຈາກ ພາກພື້ນ ໂກລັນ ໄຮທ໌, ປະເທດ ອິສຣາແອລ. 22 ກໍລະກົດ, 2018.

ອິສຣາແອລ ໄດ້ອົບພະຍົບອາສາສະໝັກກູ້ໄພ ໝວກກັນກະທົບສີຂາວ ຫຼື White
Helmet 422 ຄົນ ແລະ ຄອບຄົວຂອງເຂົາເຈົ້າ ອອກຈາກເຂດສົງຄາມໃນປະເທດ
ຊີເຣຍ ເມື່ອຕອນຄໍ່າ ຂອງວັນເສົາທີ່ຜ່ານມາ ແລະ ໄດ້ນຳເອົາເຂົາເຈົ້າໄປປະເທດ
ຈໍແດັນ ໃນຂະບວນລົດບັສ ທີ່ໄດ້ເດີນທາງໄປພ້ອມລົດຕຳຫຼວດ ແລະ ອົງການສະຫະ
ປະຊາຊາດ.

ກອງກຳລັງປ້ອງກັນປະເທດ ອິສຣາແອລ, ທີ່ໄດ້ລະບຸຕົວ ບັນດາພະນັກງານກູ້ໄພ ວ່າ
ເປັນພົນລະເຮືອນນັ້ນ, ໄດ້ກ່າວໃນທວິດເຕີວ່າ “ບັນດາພົນລະເຮືອນໄດ້ຖືກຍົກຍ້າຍ
ອອກຈາກເຂດສົງຄາມ ໃນພາກໃຕ້ຂອງປະເທດ ຊີເຣຍ ຍ້ອນມີໄພຂົ່ມຂູ່ໂດຍກົງ ຕໍ່
ຊີວິດຂອງເຂົາເຈົ້າ. ການຂົນສົ່ງປະຊາຊົນ ຊີເຣຍ ທີ່ບໍ່ມີບ່ອນຢູ່ອາໄສ ຜ່ານ ອິສຣາ
ແອລ ແມ່ນການເຄື່ອນໄຫວດ້ານມະນຸດສະທຳທີ່ໂດດເດັ່ນ.

ອົງການປ້ອງກັນພົນລະເຮືອນ ຊີເຣຍ ຫຼືຮູ້ຈັກກັນອີກວ່າ ໝວກກັນກະທົບສີຂາວນັ້ນ,
ໄດ້ຖືກສັ້າງຕັ້ງຂຶ້ນ ໃນປີ 2013 ເປັນເຄືອຂ່າຍຂອງຜູ້ຕອບສະໜອງກຸ່ມທຳອິດ ເພື່ອ
ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບບາດເຈັບ ຫຼັງຈາກການໂຈມຕີທາງອາກາດ ແລະ ການ
ໂຈມຕີອື່ນໆ ໃນລະຫວ່າງຄວາມຂັດແຍ້ງ 7 ປີ ຂອງ ຊີເຣຍ ລະຫວ່າງກອງກຳລັງທີ່
ຈົງຮັກພັກດີ ຕໍ່ປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ-ອາຊາດ ແລະ ພວກຕໍ່ຕ້ານ
ລັດຖະບານ ທີ່ພະຍາຍາມໂຄ່ນລົ້ມ ລັດຖະບານ.

ອົງການ IDF ກ່າວວ່າ ການອົບພະຍົບ, ເຊິ່ງເປັນຄັ້ງທຳອິດ, ທີ່ໄດ້ດຳເນີນຂຶ້ນ ດ້ວຍ
ການຮ້ອງຂໍ ຂອງ ສະຫະລັດ, ການາດາ ແລະ ບັນດາປະເທດ ຢູໂຣບ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ກ່າວວ່າ ປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ
ທຣູໂດ ໄດ້ຂໍໃຫ້ອຳນວຍຄວາມສະດວກ ໃນການອົບພະຍົບ ເມື່ອສອງສາມວັນທີ່ຜ່ານ
ມາ. ທ່ານ ເນຕັນຢາຮູ ເວົ້າວ່າ “ຊີວິດຂອງຄົນພວກນີ້, ຜູ້ທີ່ໄດ້ຊ່ວຍເຫຼືອຊີວິດຄົນຢ່າງ
ຫຼວງຫຼາຍນັ້ນ, ຕອນນີ້ແມ່ນຕົກຢູ່ໃນອັນຕະລາຍ. ສະນັ້ນ ຂ້າພະເຈົ້າຈຶ່ງຂໍອະນຸຍາດ
ຂົນສົ່ງເຂົາເຈົ້າຜ່ານ ອິສຣາແອລ ໄປຫາປະເທດ ອື່ນໆ ເປັນການເຄື່ອນໄຫວດ້ານມະ
ນຸດສະທຳ ທີ່ມີຄວາມສຳຄັນ.”

ໃນຖະແຫຼງການສະບັບນຶ່ງ ກະຊວງການຕ່າງປະເທດ ສະຫະລັດ ໄດ້ສະແດງຄວາມ
ຍິນດີ ກັບການຊ່ວຍເຫຼືອ ອາສາສະໝັກຜູ້ກ້າຫານ ພວກນີ້, ຜູ້ທີ່ໄດ້ຊ່ວຍເຫຼືອຊີວິດຂອງ
ປະຊາຊົນຫຼາຍພັນຄົນ.”

ຖະແຫຼງການຂອງກະຊວງການຕ່າງປະເທດ ຍັງໄດ້ຮຽກຮ້ອງໃຫ້ລະບອບການປົກຄອງ
ຂອງທ່ານ ອາຊາດ ແລະ ຣັດເຊຍ ທີ່ເປັນພັນທະມິດຂອງເຂົາເຈົ້ານັ້ນ “ໃຫ້ປະຕິບັດ
ຕາມຄຳໝັ້ນສັນຍາຂອງເຂົາເຈົ້າ, ສິ້ນສຸດຄວາມຮຸນແຮງ ແລະ ປົກປ້ອງພົນລະເຮືອນ
ຊີເຣຍ ໝົດທຸກຄົນ, ລວມທັງກຸ່ມມະນຸດສະທຳຕ່າງໆ ເຊັ່ນກຸ່ມໝວກກັນກະທົບສີຂາວ
ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Evacuates Hundreds of White Helmet Volunteers from Syria
please wait

No media source currently available

0:00 0:02:08 0:00

XS
SM
MD
LG