ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ສິ້ນ​ສຸດ​ການ​ປິດ​ລ້ອມ​ສູນ​ອົບ​ພະ​ຍົບ ເຈ​ນິນ, ສ້າງ​ຄວາມ​ເສຍ​ຫາຍ​ຢ່າງກວ້າງ​ຂວາງ​​ຢູ່​ເຂດ ເວັ​ສ ແບັ້ງ


ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຍ່າງ​ຢູ່​ຖະ​ໜົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢູ່​ສູນ​ອົບ​ພະ​ຍົບ ເຈ​ນິ​ນ ໃນ​ເຂດ ເວັ​ສ ແບັ້ງ, 5 ກໍ​ລະ​ກົດ 2023.
ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຍ່າງ​ຢູ່​ຖະ​ໜົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢູ່​ສູນ​ອົບ​ພະ​ຍົບ ເຈ​ນິ​ນ ໃນ​ເຂດ ເວັ​ສ ແບັ້ງ, 5 ກໍ​ລະ​ກົດ 2023.

ກອງ​ທັບ​ຂອງ ອິ​ສ​ຣາ​ແອ​ລ ໃນ​ວັນ​ພຸດ​ວານນີ້​ໄດ້​ສິ້ນ​ສຸດ​ການ​ປິດ​ລ້ອມ​ສູນ​ອົບ​ພະ​ຍົບ ເຈ​ນິນ ສອງວັນ​ຂອງເຂົາ​ເຈົ້າ​ໃນຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳຈໍ​ແດນ ຫຼື ເຂດ ເວັ​ສ​ແບັ້ງ, ດ້ວຍ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ອອກ​ມາ​ຈາກ​ເຮືອນ​ຂອງ​ເຂົາ​ເຈົ້າ ຫຼື ເດີ​ນ​ທາງ​ກັບ​ຈາກ​ສະ​ຖານ​ທີ່​ລີ້​ໄພ ​ທີ່​ຢູ່​ໃກ້​ຄຽງ ໄປ​ພົບກັບ​ການ​ທຳ​ລາຍ​ຢ່າງກວ້າງ​ຂວາງ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ ທາງ​ທະ​ຫານ​ທີ່​ຮຸນ​ແຮງ​ທີ່​ສຸດ ​ໃນ​ເຂດ​ເວັ​ສ​ແບັ້ງ​ໃນ​ເກືອບ​ສອງ​ທົດ​ສະ​ວັດ​ນັ້ນ, ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ສັງ​ຫານ​ຊາວ ປາ​ແລັ​ສ​ໄຕ​ນ໌ 12 ຄົນ, ດ້ວ​ຍ​ທະ​ຫານ ອິ​ສ​ຣາ​ແອ​ລ ຄົນ​ນຶ່ງ​ກໍ​ໄດ້​ເສຍ​ຊີ​ວິດ​ເຊັ່​ນ​ກັນ. ການ​ໂຈມ​ຕີ​ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ປາບ​ປາມ​ພວກ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ທີ່ ອິ​ສ​ຣາ​ແອ​ລ ໄດ້​ຖິ້ມ​ໂທດ​ໃສ່​ສຳ​ລັບ​ການ​ສັງ​ຫານ​ຊາວ ອິ​ສ​ຣາ​ແອ​ລ ເມື່ອບໍ່​ດົນ​ມານີ້, ໃນ​ຂະ​ນະ​ທີ່​ໄດ້​ຍຶດ ແລະ ທຳ​ລາຍ​ອາ​ວຸດ​ຕ່າງໆ.

ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ ໄດ້​ດຸດ​ຜ່ານ​ຖະ​ໜົນ​ທີ່​ແຄບ ແລະ ຮ່ອມ​ພູ, ພ້ອມ​ກັບ​ທຳ​ລາຍ​ເຮືອນ​ຈຳ​ນວນ​ນຶ່ງ.

ທ່ານ ຟາ​ຣາ​ຈ ອາ​ລ-ຈຸນ​ດີ, ພະ​ນັກ​ງານ​ຂັບ​ລົດ​ໂຮງ​ໝໍ, ໄດ້​ກ່າວ​ວ່າ​ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ສັ່ງ​ໃຫ້​ຄອບ​ຄົວ​ຂອງ​ລາວ​ອົບ​ພະ​ຍົບ​ອອກ​ໄປ ກ່​ອນ​ໄດ້​ທຳ​ລາຍ​ເຮືອນ​ຂອງ​ລາວ ແລະ ຄົນ​ອື່ນໆ​ໃນ​ໝູ່​ບ້ານ​ຂອງ​ລາວ ​ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG