ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ເນ​ຕັນ​ຢາ​ຮູ ຖືກ​ທ້າ​ທາຍຢ່າງ​ໜັກ ຈາກຄູ່​ແຂ່ງ​ຂອງ​ທ່ານ ​ໃນ​ການ​ເລືອກ​ຕັ້ງ ຂອງ ອິ​ສ​ຣາ​ແອ​ລ


ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຂອງອິ​ສ​ຣາ​ແອ​ລ
ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຂອງອິ​ສ​ຣາ​ແອ​ລ

ອິ​ສ​ຣາ​ແອ​ລ ກຳ​ລັງ​ທຳ​ການປ່ອນ​ບັດ​ລົງ​ຄະ​ແນນ​ສຽງການ​ເລືອກ​ຕັ້ງ​ທົ່ວ​ໄປ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ຂະ​ນະ​ທີ່ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກຳ​ລັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍຈາກ​ອະ​ດີດ​ຜູ້​ບັນ​ຊາ​ກອງ​ທັບ, ທ່ານ ເບັນ​ນີ ແກ​ນທ໌ (Benny Gantz).

ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ແຂ່ງ​ຂັນ​ດັ່ງ​ກ່າວ ແມ່ນ​ມີ​ຄະ​ແນນ​ສູ​ສີ​ກັນ​ຫລາຍແບບ​ສະຫ​ລຸບ​ໄດ້​ຍາກ ໂດຍ​ທີ່​ພັກລີ​ຄູດ (Likud) ຂອງ​ທ່ານ​ເນ​ຕັນ​ຢາ​ຮູທີ່​ເປັນ​ພັກ​ຝ່າຍ​ຂວາ ແມ່ນ​ມີ​ຄະ​ແນນ​ຈາວ​ກັນ​ກັບພັກ​ສີ​ຟ້າ ແລະ​ຂາວ ຂອງທ່ານແກ​ນທ໌ (Gantz), ທີ່​ນິ​ຍົມ​ແນວ​ທາງ​ສາຍ​ກາງ ຊຶ່ງ​ບໍ່​ມີ​ພັກ​ໃດ​ຄາດ​ຄະ​ເນ​ວ່າ ຈະ​ຊະ​ນະ​ສຽງ​ສ່ວນ​ຫລາຍຢູ່​ໃນຄ​ແນ​ຊ​ເຊັດ​ທ໌ (Knesset) ທີ່​ເປັນສະ​ພາ ຂອງ​ອິ​ສ​ຣາ​ແອ​ລທີ່​ມີ​ສະ​ມາ​ຊິກ 120 ທ່ານນັ້ນ. ​10 ພັກ​ອາດ​ຈະ​ໄດ້​ຊະ​ນະ​ໃນ​ການຍາດ​ເອົາ​ບ່ອ​ນ​ນັ່ງ​ຕ່າງໆ ​ໃນສະ​ພານິ​ຕິ​ບັນ​ຍັດດັ່ງ​ກ່​າວ.

ສະ​ພາບ​ການນັ້ນ​ອາດ​ຈະ​ປ່ອຍ​ໃຫ້​ທ່ານ ອາ​ວິກ​ດໍ ລີ​ເບີ​ແມນ (Avigdor Lieberman), ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດແລະຄັ້ງ​ນຶ່ງເຄີຍ​ເປັນພັນ​ທະ​ມິດ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ແຕ່​ບັດ​ນີ້​ກັບ​ມາ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານນັ້ນ ກາຍ​ມາ​ເປັນ​ຜູ້​ຕັດ​ສິນ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂຶ້ນ. ທ່ານ ລີ​ເ​ບີ​ແມນ, ຫົວ​ໜ້າພັກໄບ​ເຕ​ນູ​ຂອງ​ອິ​ສ​ຣາ​ແອ​ລ (Israel Beitenu) ອາດ​ຈະ​ເພີ້ມ​ບ່ອນ​ນັ່ງ​ຂອງ​ຕົນ​ ​ຂຶ້ນ​ເປັນ​ສອງ​ເທົ່າ ຈາກ 5 ບ່ອນມາ​ເປັນ 10 ບ່ອນກໍ​ເປັນ​ໄດ້. ຄຳ​ຂວັນ​ໃນ​ການ​ຫາ​ສຽງ​ຂອງ​ທ່ານ​ແມ່ນ "ເຮັດ​ໃຫ້​ອິ​ສ​ຣາ​ແອ​ລ​ກັບ​ຄືນ​ມາ​ສູ່​ສະ​ພາບ​ປົກ​ກະ​ຕິ​ຄືນ​ອີກ," ຊຶ່ງ​ເປັນ​ຄຳ​ຂວັນ​ທີ່​ແນ​ໃສ່​ເພື່ອ​ຕ້ານ​ກັບ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ອິດ​ທິ​ພົນທີ່ບໍ່​ເໝາະ​ສົມ ​ຂອງບັນ​ດາ​ພັກອະ​ນຸ​ລັກ​ນິ​ຍົມ​ດ້ານ​ສາ​ສະ​ໜາແຮງຈັດຂອງ​ ອິ​ສ​ຣາ​ແອ​ລ ຕໍ່​ຊີ​ວິດ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ.

ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ທຳ​ການຫາ​ສຽງ​ແບບ​ຊາດ​ນິ​ຍົມຢ່າງ​ໜັກບັ້ນ​ສຸດ​ທ້າຍ​ໃນ​ວັນ​ຈັນ​ວານນີ້ ໂດຍ​ເວົ້າ​ວ່າ ຖ້າ​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ໃຫ້​ຖືກ​ເລືອກ​ຕັ້ງ​ຄືນ​ອີກ, ທ່ານ​ຈະ​ເອົາ​ບ່ອນ​ຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ​ຊາວ​ຢີວທັງ​ໝົດ​ທີ່​ຢູ່​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳຈໍ​ແດນ ທີ່ພວກ​ຜູ້​ນຳຂອງ​ປາ​ແລ​ສ​ໄຕ​ນ໌ຄັດ​ຄ້ານນັ້ນ ​ມາ​ເຂົ້າ​ເປັນ​ຂອງ​ອິ​ສ​ຣາ​ແອ​ລ​ໝົດ.

​ທ່ານ​ກ່າວ​ຕໍ່ວິ​ທະ​ຍຸ​ກອງ​ທັບອິ​ສ​ຣາ​ແອ​ວ່າ "ຂ້າ​ພະ​ເຈົ້າ​ມີ​ຈຸດ​ປະ​ສົງ​ທີ່ຈະ​ຂະ​ຫຍາຍເຂດ​ແດນ​ໄປ​ກວາມ​ເອົາ​ບ່ອນ​ຕັ້ງ​ບ້ານ​ເຮືອນ​ໃໝ່ ແລະຄຸ້ມ​ຂອງບ່ອນ​ຕັ້ງ​ບ້ານ​ເຮືອນ​ໃໝ່​ທັງ​ໝົດ," ຊຶ່ງ​ລວມ​ມີ "ສະ​ຖານ​ທີ່​ທີ່​ມີ​ຄວາມ​ສຳ​ຄັນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ຫລື​ຄວາມ​ສຳ​ຄັນ​ແກ່ມູນ​ເຊື້ອງ​ຂອງ​ອິ​ສ​ຣາ​ແອ​ລ​."

ທ່ານ​ເນ​ຕັນ​ຢາ​ຮູ, ຊຶ່ງ​ເປັນ​ຜູ້​ນຳ​ຂອງ​ອິ​ສ​ຣາ​ແອ​ລທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ກວ່າ​ໝູ່​ໝົດ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການ​ຕໍ່​ສູ້​ທາງ​ການ​ເມືອງ​ທີ່​ໜັກ​ໜ່ວງ​ທີ່​ສຸດ ເພື່ອ​ໃຫ້​ໄດ້​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ 5 ຂອງ​ທ່ານ ຢ່າງ​ເປັນ​ປະຫ​ວັດ​ການ ເຖິງ​ແມ່ນ​ວ່າ ທ່ານກໍ​າລັງຖືກຕັ້ງ​ຂໍ້​ກ່າວ​ຫາວ່າ ອາດ​ທຳ​ການ​ສໍ້​ລາດ​ບັງ​ຫລວງຢູ່​ໃນ​ເວ​ລານີ້ ກໍ​ຕາມ. ​ອິ​ສ​ຣາ​ແອ​ລໄດ້​ຈັດ​ໃຫ້​ມີ​ການ​ປ່ອນ​ບັດເລືອກ​ຕັ້ງແຫ່ງ​ຊາດ​ຄັ້ງ​ທີ 2 ໃນ​ຮອບ​ເວ​ລາບໍ່​ເຖິງ 6 ເດືອນ, ໂດຍ​ທີ່​ທ່ານ​ເນ​ຕັນ​ຢາ​ຮູບໍ່​ສາ​ມາດ​ທີ່​ຈະໂຮມ​ເອົາ​ສຽງ​ສ່ວນ​ຫລາຍ​ຢູ່​ໃນ​ສະ​ພາເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ​ໄດ້ ພາຍ​ຫລັງ​ທີ່​ມີ​ການ​ເລືອກ​ຕັ້ງໃນ​ເດືອນ​ເມ​ສາ​ຜ່ານ​ມາ​ແລ້ວ.

​ທ່ານ ແກ​ນທ໌ (Gantz) ໄດ້​ເຮັດ​ໃຫ້​ຕົນ​ເອງ​ເບິ່ງ​ຄື​ວ່າ ເປັນ​ຄົນ ​ຂຶ້ນ​ມາ​ແທນ ທ່ານ​ເນ​ຕັນ​ຢາ​ຮູໄດ້ຢ່າງ​ມີ​ກຽດສະ​ຫງ່າ​ງາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG