ນາຍົກລັດຖະມົນຕີອິສຣາແອລ, ທ່ານ ເບນຈາມິນ ເນຕັນຢາຮູ, ແລະອະດີດຜູ້ບັນຊາການທະຫານທ່ານ ເບັນນີ ແກນທ໌ (Benny Gantz) ທີ່ເປັນຂູ່ແຂ່ງຂອງທ່ານເນຕັນຢາຮູຢູ່ໃນການເລືອກຕັ້ງທີ່ຈະຈັດຂຶ້ນຢູ່ໃນຕົ້ນເດືອນ 3 ນັ້ນ ມີກຳນົດທີ່ຈະເຂົ້າໄປພົບປະຢູ່ທຳນຽບຂາວຄົນລະເທື່ອໃນວັນຈັນມື້ນີ້ ຊຶ່ງໃນນັ້ນ ທ່ານ ດໍໂນລ ທຣຳ, ປະທານາທິບໍດີສະຫະລັດ ຄາດວ່າຈະເອົາລາຍລະອຽດ ຂອງແຜນການທີ່ທ່ານໄດ້ກຽມມາໄວ້ແຕ່ດົນແລ້ວ ໃນການແກ້ໄຂຂໍ້ຂັດແຍ້ງ ລະຫວ່າງອິສຣາແອລ ກັບປາແລັສຕາຍນ໌ອອກມາເວົ້າສູ່ຟັງ.
ການເປີຍເຜີຍກ່ຽວກັບແຜນການດັ່ງກ່າວໃຫ້ປວງຊົນຮູ້ ຄາດວ່າຈະມີຂຶ້ນໃນວັນອັງຄານມື້ອື່ນນີ້ ຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມລະຫວ່າງ ທ່ານ ທຣຳກັບ ທ່ານເນຕັນຢາຮູ.
ທ່ານເນຕັນຢາຮູ ກ່າວໃນວັນອາທິດມື້ນີ້ວ່າ "ຢູ່ໃນໄລຍະ 3 ປີ ຜ່ານມາ ຂ້າພະເຈົ້າໄດ້ຈັດໃຫ້ມີການພົບປະນັບເທື່ອບໍ່ໄດ້ກັບປະທານາທິບໍດີ ທຣຳ- ເພື່ອນທີ່ຍິ່ງໃຫຍ່ຂອງອິສຣາແອລ ກ່ຽວກັບຜົນປະໂຫຍດອັນສຳຄັນທີ່ສຸດເຫລົ່ານີ້, ກ່ຽວກັບ ຄວາມໝັ້ນຄົງຂອງພວກເຮົາ, ກ່ຽວກັບຄວາມຍຸຕິທຳຂອງພວກເຮົາ.” ທ່ານກ່າວຕໍ່ໄປວ່າ "ມື້ອື່ນນີ້ ຂ້າພະເຈົ້າໄດ້ພົບກັບ ປະທານາທິບໍດີ ທຣຳ ແລະໃນວັນອັງຄານ ໂດຍຮ່ວມກັນກັບທ່ານທຣຳ ພວກເຮົາຈະສ້າງປະຫວັດສາດ."
ສ່ວນ ທ່ານ ແກນທ໌ (Gantz) ກໍເວົ້າວ່າ ທ່ານຄອງຄອຍທີ່ຈະໄດ້ເຮັດໃນສິ່ງທີ່ທ່ານເອີ້ນວ່າ "ການຢ້ຽມຢາມທີ່ສຳຄັນຫລາຍ."
ທ່ານເວົ້າວ່າ "ແຜນການຂອງຂໍ້ຕົກລົງນັ້ນ ແມ່ນການແກ້ໄຂເລື້ອງຄວາມໝັ້ນຄົງ ຂອງອິສຣາແອລ, ເລື້ອງຍຸດທະສາດໃນຂົງເຂດ -- ຫວັງວ່າ ສະຖຽນລະພາບກຳລັງຈະເກີດຂຶ້ນແລ້ວ.”
ແຕ່ວ່າ ຊາວປາແລັສຕາຍນ໌ ໄດ້ປະຕິດເສດບໍ່ຮັບເອົາວິທີການຂອງລັດຖະບານທ່ານ ທຣຳ ແລະສິ່ງທີ່ພວກເຂົາເຈົ້າເຫັນວ່າເປັນຄວາທລຳອຽງ ທີ່ເຂົາຂ້າງອິສຣາແອລ, ສະນັ້ນໂອກາດທີ່ຈະໄດ້ຮັບຜົນສຳເລັດປາກົດວ່າມືດມົນຢູ່.
ລັດຖະມົນຕີກະຊວງການຕ່າງປະເທດຂອງ ປາແລັສຕາຍນ໌ກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນອາທິດວານນີ້ວ່າ ບໍ່ມີຊາວປາແລັສຕາຍນ໌ ຄົນໃດດອກ ທີ່ຈະຍອມຮັບເອົາແຜນການນັ້ນ.
ທ່ານທຣຳ ໄດ້ໂຄສະນາສົ່ງເສີມແຜນດັ່ງກ່າວວ່າ "ມັນເປັນການແກ້ໄຂບັນຫາຂອງສັດຕະວັດເລີຍ" ໃນຂະນະທີ່ລາຍລະອຽດຍັງເປັນຄວາມລັບຢູ່ ເຖິງແມ່ນວ່າ ວຽກງານນີ້ໄດ້ດຳເນີນມາໄດ້ 3 ປີແລ້ວ.