ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບຖອນທູດ ຈາກອິສຣາແອລ


ຊາວອີຢິບ ຮ້ອງຄໍາຂວັນຕໍ່ຕ້ານອິສຣາແອລແລະແກວ່ງທຸງ ຊາດຂອງອີຢິບໃນຂະນະທີ່ພາກັນໂຮມຊຸມນຸມປະທ້ວງ ທີ່ ສະຖານທູດອິສຣາແອລ ທີ່ນະຄອນ ໄຄໂຣ ໃນເຊົ້າວັນເສົາ ມື້ນີ້, ວັນທີ 20 ສິງຫາ 2011
ຊາວອີຢິບ ຮ້ອງຄໍາຂວັນຕໍ່ຕ້ານອິສຣາແອລແລະແກວ່ງທຸງ ຊາດຂອງອີຢິບໃນຂະນະທີ່ພາກັນໂຮມຊຸມນຸມປະທ້ວງ ທີ່ ສະຖານທູດອິສຣາແອລ ທີ່ນະຄອນ ໄຄໂຣ ໃນເຊົ້າວັນເສົາ ມື້ນີ້, ວັນທີ 20 ສິງຫາ 2011

ອີຈິບຖອນເອກອັກຄະລັດຖະທູດຂອງຕົນປະຈໍາອິສຣາແອລກັບຄືນປະເທດ ເພື່ອເປັນການປະ
ທ້ວງຕໍ່ການເສຍຊີວິດຂອງເຈົ້າໜ້າທີ່ຮັກສາຄວາມສະຫງົບອີຈິບໃນລະຫວ່າງການໂຈມຕີຕອບ ໂຕ້ຂອງອິສຣາແອລຕໍ່ພວກຫົວຮຸນແຮງຢູ່ຕາມບໍລິເວນຊາຍແດນຮ່ວມ ຂອງປະເທດທັງສອງ
ນັ້ນ.

ຄະນະລັດຖະບານອີຈິບ ກ່າວໃນວັນເສົາມື້ນີ້ວ່າ ຕົນຮຽກໂຕເອກອັກຄະລັດຖະທູດກັບຄືນປະ
ເທດຈົນເທົ່າຈະໄດ້ຮັບລາຍງານ ກ່ຽວກັບຜົນການສືບສວນຂອງອິສຣາແອລ ເບິ່ງເຫດຮ້າຍດັ່ງ
ກ່າວ.

ຄະນະລັດຖະບານອີຈິບກ່າວຕື່ມວ່າ ນອກນັ້ນແລ້ວຕົນຍັງຕ້ອງການໃຫ້ຄະນະນໍາພາຂອງອິສ
ຣາແອລຂໍຂະມາໂທດຕໍ່ອັນທີ່ລັດຖະບານອີຈິບເອີ້ນວ່າ ການໃຫ້ຄວາມເຫັນແບບຟ້າວຟັ່ງກ່ຽວ
ກັບອິຈິບ.

ອິສຣາແອລໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງທີ່ພວມຊຸດໂຊມລົງຢູ່ໃນແຫຼມ
ໄຊນາຍຂອງອິຈິບນັບແຕ່ປະທານາທິບໍດີ Hosni Mubarak ໄດ້ ລາອອກໃນເດືອນກຸມພາ
ຜ່ານມາ. ກອງທັບອິສຣາແອລກ່າວວ່າ ພວກມືປືນທີ່ຢູ່ເບື້ອງຫຼັງການໂຈມຕີຂອງພວກຫົວຮຸນ
ແຮງຢູ່ໃນພາກໃຕ້ຂອງອິສຣາແອລ ໃນມື້ວັນພະຫັດແລ້ວ ແມ່ນໄດ້ຂ້າມຈາກເຂດກາຊາຜ່ານ
ແຫຼມ ໄຊນາຍເຂົ້າໄປໃນປະເທດ ທັງໆທີ່ອິຈິບໄດ້ເພີ່ມການຮັກສາຄວາມປອດໄພຂອງຕົນຢູ່
ໃນເຂດດັ່ງກ່າວ.

ອີຈິບເວົ້າວ່າ ກຳລັງຮັກສາຄວາມສະຫງົບຂອງຕົນ 5 ຄົນໄດ້ຖືກຂ້າຕາຍຂະນະທີ່ກຳລັງຂອງ
ອິສຣາແອລໄລ່ຕາມລ່າພວກມືປືນ. ໄຄໂຣໄດ້ທຳການປະທ້ວງຕໍ່ອິສຣາແອລ ໃນວັນສຸກວານ
ນີ້.

ເຈົ້າໜ້າທີ່ປ້ອງກັນປະເທດອະວຸໂສຄົນນຶ່ງຂອງອິສຣາແອລກ່າວວ່າ ບໍ່ມີໃຜຕັ້ງໃຈຈະເຮັດໃຫ້
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອີຈິບຕົກຢູ່ໃນອັນຕະລາຍ ແລະທ່ານຊີ້ໃຫ້ເຫັນວ່າ ການ
ສືບສວນກຳລັງດຳເນີນຢູ່ໃນເວລານີ້.

ນອກນັ້ນຄະນະລັດຖະບານອີຈິບຍັງໄດ້ຮຽກໂຕເອກອັກຄະລັດຖະທູດອິສຣາແອລປະຈຳກຸງໄຄ
ໂຣເຂົ້າພົບເພື່ອປຶກສາຫາລື. ໂຄສົກກະຊວງການຕ່າງປະເທດອິສຣາແອລກ່າວວ່າ ເຈົ້າໜ້າ
ທີ່ອິສຣາແອລພວມທຳການປຶກສາຫາລືກ່ຽວກັບການຕັດສິນໃຈຂອງອີຈິບ.

XS
SM
MD
LG