ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີສຣາ​ແອ​ລ ​ຍິງ​ເຮືອບິນ drone ລໍາ​ນຶ່ງຕົກ


ທະຫານອີສຣາແອລ ຮັກສາຄວາມປອດໄພ ໃກ້ເຂດບ່ອນທີ່ drone
ຖືກຍິງຕົກ
ທະຫານອີສຣາແອລ ຮັກສາຄວາມປອດໄພ ໃກ້ເຂດບ່ອນທີ່ drone ຖືກຍິງຕົກ
ກອງທັບ​ອາກາດ​ອີສຣາ​ແອ​ລ​ໄດ້​ຍິງ​ເຮືອບິນໂດຣນ ​ທີ່​ບໍ່​ຮູ້​ວ່າ​ເປັນ​
ຂອງ​ຝ່າຍ​ໃດ ລໍາ​ນຶ່ງຕົກ ຫຼັງຈາກ​ໄດ້​ບິນ​ລ່ວງ​ລໍ້າ​ເຂົ້າ​ໃນ​ເຂດ​ນ່ານ
ຟ້າ​ຂອງ​ອີສຣາ​ແອ​ລ.

​ເຈົ້າໜ້າ​ທີ່ປ້ອງ​ກັນ​ປະ​ເທດ​ອີສຣາ​ແອ​ລ ກ່າວ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ
​ຂັບ​ລໍາ​ດັ່ງກ່າວ​ ​ໄດ້ບິນ​ລ່ວງ​ລໍ້າເຂົ້າ​ໄປ​ໃນ​ນ່ານຟ້າ ​ເໜືອ​ເຂດ
ທະ​ເລ​ຊາຍ Negev ຫຼາຍກວ່າ 50 ກິ​ໂລ​ແມັດກ່ອນ​ຈະ​ຖືກ​ຍິງ​ຕົກ.

​ໂຄສົກຍິງ Avital Leibovich ​ບອກ​ບັນດາ​ນັກ​ຂ່າວ​ວ່າ ​ເຮືອບິນ
​ບໍ່​ມີ​ຄົນ​ຂັບທີ່​ບິນ​ມຸ້ງ​ໄປ​ຍັງ​ອີສຣາ​ແອ​ລ ຖືກ​ພົບ​ເຫັນ​ໃນ​ຕອນ​ເຊົ້າ​ ແລະ​ອີສຣາ​ແອ​ລ ກໍ​ໄດ້​ສົ່ງ​ເຮືອບິນ​ໄອ​ພົ່ນ​ກອງທັບຂຶ້ນໄປສະກັດ​ກັ້ນ​ໂດຍທັນທີ. ໂຄສົກ​ກ່າວ ອີກວ່າ ໂດ​ຣນລໍາດັ່ງກ່າວ​ຖືກ​ຍິງ​ຕົກ
ລົງ​ ​ໃນ​ເຂດປ່າ​ໄມ້​ແຫ່ງ​ນຶ່ງ​ທີ່​ບໍ່​ມີ​ຄົນ​ຢູ່​ອາ​ໃສ ​ໃກ້​ກັບ​ຊາຍ​ແດນ
​ຕິ​ດກັບ​ເຂດ West Bank ຄື​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນ.

​ເວລາ​ນີ້​ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ລໍາ​ດັ່ງກ່າວ​ບິນ ມາ​ຈາກ​ໃສ ​ແຕ່​ກອງທັບ​ອີສຣາ​ແອ​ລກ່າວ​ວ່າ ມັນ​ຖືກ​ພົບ​ເຫັນ ​ຢູ່ນ່ານຟ້າ ​ເໜືອ​ທະ​ເລ Mediterranean ໃນເຂດ Gaza ​ ​ທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ ອີສຣາ​ແອ​ລ.

ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທ​ດອີສຣາ​ແອ​ລບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ ກ່ຽວ​ກັບໂດຣນລໍາດັ່ງ
ກ່າວ ​ແຕ່​ກໍ​ໄດ້​ອອກ​ຮູບ​ວິ​ດີ​ໂອ​ສັ້ນໆ ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ທີ່​ມັນ​ຖືກ​ສະກັດ​ກັ້ນ ຢູ່ກາງອາກາດ​.

ລາຍ​ງານ​ຂ່າວ​ທ້ອງ​ຖິ່ນ​ເວົ້າ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ນີ້ ບໍ່​ຕິດ​ອາວຸດ ​ແລະ​ຂໍ້ສົງ​ໃສ​ໃນ​ທັນທີ​ ​
ໄດ້ເຊື່​ອມ​ໂຍງຍົນ​ລໍາ​ນີ້ໃສ່​ກັບ​ກຸ່ມ​ຫົວ​ຮຸນ​ແຮງ Hezbollah ຊຶ່ງ​ເປັນ​ກຸ່ມ​ປະກອບ​ອາວຸດ ​ທີ່​ມີຖານ​ປະຕິບັດ​ການ​ຢູ່​ເລ​ບາ​ນອນ ​ແລະ​ໄດ້​ຮັບການສະໜັບສະໜຸນ​ອຸ້ມ​ຊູ​ຈາກ​ອິຣ່ານນັ້ນ.
XS
SM
MD
LG