ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິ​ສ​ຣາ​ແອ​ລ ເນ​ລະ​ເທດ ເຈົ້າ​ໜ້າ​ທີ່ ​ອົງ​ການ ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ


ທ່ານ ໂອ​ມາ ຊາ​ເກຍ, ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ທ້ອງ​ຖິ່ນ, ເຮັດ​ວຽກ​ໃນ​ຫ້ອງ​ການ​ຂອງ​ລາວໃນ​ເມືອງ ຣາ​ມາ​ລ​ລາ, ເຂດ​ ເວັ​ສ ແບັ້ງ. 5 ພະ​ຈິກ, 2019.
ທ່ານ ໂອ​ມາ ຊາ​ເກຍ, ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ທ້ອງ​ຖິ່ນ, ເຮັດ​ວຽກ​ໃນ​ຫ້ອງ​ການ​ຂອງ​ລາວໃນ​ເມືອງ ຣາ​ມາ​ລ​ລາ, ເຂດ​ ເວັ​ສ ແບັ້ງ. 5 ພະ​ຈິກ, 2019.

ລັດ​ຖະ​ບານ ແທ​ລ ອາ​ວີ​ຟ ໄດ້​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຄົນ​ນຶ່ງ​ຂອງ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ອອກ​ຈາກ​ປະ​ເທດ ຍ້ອນ​ການ​ກ່າວ​ຫາ​ວ່າ​ທ່ານ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ ອິ​ສ​ຣາ​ແອ​ລ, ເປັນ​ຂະ​ບວນ​ການ​ທີ່​ບັນ​ດາ​ນັກ​ເຄື່ອນ​ໄຫວ​ໃຊ້​ເພື່ອ​ປະ​ທ້ວງ​ການ​ປະ​ຕິ​ບັດ​ຕໍ່​ຊາວ ປາ​ແລັ​ສ​ໄຕ​ນ໌.

ສານ​ສູງ​ສຸດ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ສະ​ໜັບ​ສະ​ໜູນ​ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ວ່າ ທ່ານ ໂອ​ມາ ຊາ​ເກຍ, ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌, ຕ້ອງ​ອອກ​ຈາກ​ປະ​ເທດ​ໃນ​ວັນ​ຈັນ​ມື້ນີ້.

ອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ການ​ເຂົ້າ​ປະ​ເທດ​ຕໍ່​ຄົນ​ອື່ນໆ​ຜູ້​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ​ນັ້ນ, ລວມ​ທັງ​ບັນ​ດາ​ນັກ​ການ​ທູດ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ. ແຕ່ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄົນ​ຢູ່​ໃນ​ປະ​ເທດ​ໄດ້​ຖືກ​ສັ່ງ​ໃຫ້​ອອກ​ໄປ.

ທ່ານ ຊາ​ເກຍ ໄດ້​ກ່າວ​ວ່າ “ສານ​ດັ່ງ​ກ່າວ​ຕອນນີ້​ໄດ້​ປັກ​ປ້ອງ​ຄວາມ​ຖືກ​ຕ້ອງ ກ່ຽວ​ກັບ ການ​ໂຈມ​ຕີ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ​ຂອງ​ລັດ​ຖະ​ບານ​ທ່ານ ເນ​ຕັນ​ຢາ​ຮູ ແລະ ນັ້ນ​ແມ່ນ​ແບບ​ຢ່າງ​ທີ່​ອັນ​ຕະ​ລາຍ ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄົນ​ອື່ນໆຫຼາຍ​ຄົນ. ບໍ່​ແມ່ນ​ພຽງ​ການ​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ​ເທົ່າ​ນັ້ນ, ແຕ່​ນັກ​ສຶກ​ສາ​ທົ່ວ​ໄປ​ທີ່​ສຶກ​ສາ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍະ​ໄລ ອິ​ສ​ຣາ​ແອ​ລ ທຸກ​ແຫ່ງ, ສາ​ມີພັນ​ລະ​ຍາ​ຂອງ​ຊາວ ອິ​ສ​ຣາ​ແອ​ລ ຜູ້​ທີ່​ໄດ້​ພົວ​ພັນ​ໃນ​ການ​ຕຳ​ໜິ​ວິ​ຈານ ແລະ ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ.”

ທ່ານ​ໄດ້​ກ່າວ​ວ່າ ອິ​ສ​ຣາ​ແອ​ລ ສາ​ມາດ​ໃຊ້​ເຫດ​ຜົນ​ດຽວ​ກັນ ໃນ​ການ​ວິ​ຈານ​ການ​ຕໍ່​ຕ້ານ​ຕໍ່​ຜູ້​ທີ່​ໄດ້​ເອີ້ນ​ເຂດ​ ເວັ​ສ​ແບັ້ງ ວ່າເປັນ​ເຂດ​ແດນ​ທີ່​ຖືກ​ຍຶດ​ຄອງ ແລະ ເຊື່ອ​ວ່າ​ຖິ່ນ​ຖານ​ຂອງ​ຊາວ ຢິວ ແມ່ນ​ຜິດ​ກົດ​ໝາຍ, ລວມ​ທັງ​ສານ​ອາ​ຍາ​ສາ​ກົນ.”

ຜູ້​ບໍ​ລິ​ຫານ​ໃຫຍ່​ອົງ​ການ​ສິ້ງ​ຊອມ​ສິດ​ທິມ​ະ​ນຸດ ທ່ານ ເຄັນ​ເນັດ ຣອ​ທ໌ ໄດ້​ກ່າວ​ວ່າ ທ່ານ​ຄິດ​ວ່ານີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະ​ຊາ​ທິ​ປະ​ໄຕ​ໄດ້​ໄລ່​ນັກ​ຄົ້ນ​ຄວ້າ​ອອກ​ຈາກ​ປະ​ເທດ.

ທ່ານ ຣອ​ທ໌ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ສະ​ແດງ​ໃຫ້​ເຫັນ​ນິ​ໄສ​ທີ່​ຖືກ​ຈຳ​ກັດ​ຍິ່ງ​ຂຶ້ນ ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ ອິ​ສ​ຣາ​ແອ​ລ,” ໂດຍ​ເນັ້ນ​ວ່າ ປະ​ເທດ​ອື່ນໆ​ທີ່​ໄດ້​ຂັບ​ໄລ່​ພະ​ນັກ​ງານ​ຂອງ​ອົງ​ການ​ສິ້​ງ​ຊອມ​ມະ​ນຸດ​ອອກ​ຈາກ​ປະ​ເທດ​ແມ່ນ​ມີ​ພຽງ​ປະ​ເທດ ອີ​ຣ່ານ, ເກົາຫຼີ​ເໜືອ ແລະ ເວ​ເນ​ຊູ​ເອ​ລາ ເທົ່າ​ນັ້ນ.

ທ່ານ ຊາ​ເກຍ ໄດ້​ກ່າວ​ວ່າ ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດບໍ່​ໄດ້​ມີ​ສະ​ຖາ​ນະ​ພາບ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ ການ​ຕໍ່​ຕ້ານ ແລະ ທ່ານ​ກໍ​ບໍ່​ເຄີຍ​ອອກ​ມາ​ເວົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ມັນ ຕາງ​ໜ້າ​ໃຫ້​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ. ແຕ່​ທ່ານ​ໄດ້​ກ່າວ​ວ່າ ອົງ​ການ​ສິ້ງ​ຊອມ​ສິດ​ທິມ​ະ​ນຸດ​ເຊື່ອ​ຖື​ໃນ​ສິດ​ທິ​ຂອງ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ, ລວມ​ທັງ​ສິດ​ທິ​ໃນ​ການ​ເວົ້າ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ​ໃດ​ນຶ່ງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ອ້າງ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ​ເປັນ​ຄຳ​ເຫັນ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ ຂອງ​ທ່ານ ຊາ​ເກຍ ກ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG