ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ສະແດງ ລະບົບເລເຊີ ເພື່ອຍິງສະກັດກັ້ນ ລະບີດບາລູນ


ໜ່ວຍດັບເພີງອິສຣາແອລຄົນນຶ່ງ ກຳລັງມອດໄຟຢູ່ຊາຍແດນກາຊາ ທີ່ເກີດໄຟໄໝ້ຈາກລະເບີດບາລູນ ທີ່ສົ່ງເຂົ້າມາຈາກແຫຼມກາຊາ ວັນທີ 24 ສີງຫາ 2020.
ໜ່ວຍດັບເພີງອິສຣາແອລຄົນນຶ່ງ ກຳລັງມອດໄຟຢູ່ຊາຍແດນກາຊາ ທີ່ເກີດໄຟໄໝ້ຈາກລະເບີດບາລູນ ທີ່ສົ່ງເຂົ້າມາຈາກແຫຼມກາຊາ ວັນທີ 24 ສີງຫາ 2020.

ຕຳຫຼວດ ອິສຣາແອລ ໃນວັນອາທິດວານນີ້ໄດ້ສະແດງລະບົບຍິງແສງເລເຊີຊະນິດໃໝ່ ເພື່ອສະກັດກັ້ນບາລູນທີ່ບັນຈຸລະເບີດ ເຊິ່ງຖືກສົ່ງຂຶ້ນຕາມລົມຈາກເຂດ ກາຊາ.

ລະບົບໃໝ່ດັ່ງກ່າວມີຄວາມແມ້ນຢໍາ 90 ເປີເຊັນ, ອີງຕາມການກ່າວຂອງໂຄສົກ ຕຳຫຼວດອິສຣາແອລ ທ່ານມິກກິ ໂຣແຊລແຟລ, ທ່ານໄດ້ກ່າວຕື່ມວ່າ ຈຸດປະສົງຂອງມັນກໍແມ່ນເພື່ອປ້ອງກັນຊຸມຊົນຕ່າງໆ, ແລະ ປ້ອງກັນການເສຍຊີວິດ ແລະບາດເຈັບ.

ທ່ານ ໂຣແຊລແຟລ ກ່າວວ່າ “ຢູ່ນອກເຂດ ກາຊາ ອອກໄປບໍ່ໄກ, ຢູ່ບໍລິເວນທີ່ ພວກເຮົາປະຈຳການຢູ່ນັ້ນຕຳຫຼວດຊາຍແດນໄດ້ເປີດໃຊ້ລະບົບທີ່ນຳທາງດ້ວຍແສງເລເຊີຊະນິດໃໝ່ນັ້ນ ທີ່ມີ ຄວາມສາມາດຍິງບາລູນໃຫ້ຕົກລົງໄດ້. ສິ່ງທີ່ຖືກຕິດໃສ່ກັບບາລູນເຫລົ່ານັ້ນ ແມ່ນລະເບີດ ທີ່ບິນໄປກັບລົມຈາກເຂດ ກາຊາ ເຂົ້າໄປໃນ ອິສຣາແອລ.

ກອງທັບ ອິສຣາແອລ ໄດ້ກ່າວໃນຕອນເຊົ້າວັນອາທິດວານນີ້ວ່າ ໄດ້ຍິງຖືກເປົ້າ ໝາຍຂອງພວກຫົວຮຸນແຮງຢູ່ໃນເຂດ ກາຊາ, ໃນການຕອບໂຕ້ຕໍ່ລະເບີດບາລູນ ທີ່ໄດ້ບິນຂ້າມຊາຍແດນມາເປັນປະຈຳ ຈາກດິນແດນທີ່ກຸ່ມ ຮາມາສ ຄວບຄຸມ.

ບໍ່ມີລາຍງານການເສຍຊີວິດຖືກລາຍງານຈາກທັງສອງຝ່າຍ.

ກຸ່ມທີ່ເຊື່ອມໂຍງ ກັບກຸ່ມ ຮາມາສ ໄດ້ສົ່ງເຄື່ອງຕິດຕັ້ງໃສ່ບາລູນລະເບີດ ຈຳນວນຫຼວງຫຼາຍເຂົ້າໄປໃນ ອິສຣາແອລຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ທີ່ເຮັດໃຫ້ເກີດ ໄຟໄໝ້ທົ່ງນາຢ່າງກວ້າງຂວາງ ຫຼັງຈາກການລະເບີດ.

ອິສຣາແອລ ປັດຈຸບັນນີ້ໄດ້ຕອບໂຕ້ຄືນດ້ວຍການໂຈມຕີທາງກາດ ແລະ ຍິງຈາກລົດຖັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG