ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ມ້າງເຮືອນ ຊາວປາແລສໄຕນ໌ ທີ່ສັງຫານ 2 ຄົນ ຢູ່ບ່ອນຢຸດ ລົດໄຟ


ISRAEL PALESTINIANS VOSOT
please wait

No media source currently available

0:00 0:01:39 0:00

ກຳລັງ​ຮັກສາ​ຄວາມ​ປອດ​ໄພ ອິສຣາ​ແອ​ລ ​ໄດ້​ທັບ​ມ້າ​ງ​ເຮືອນ
​ຂອງຜູ້​ຊາຍ​ຊາວ​ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ ຊຶ່ງ​ເປັນ​ຜູ້​ສັງຫານ​ສອງ
​ຄົນ ​ໃນ​ການ​ໂຈມ​ຕີ ​ທີ່​ບ່ອນຢຸດໄຟ​ສັນຍານ ຂອງ​ທາງ​ລົດໄຟ
​ເມື່ອເດືອນ​ແລ້ວ​ນີ້.

ການ​ທັບ​ມ້າງ​ ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຢູ່​ໃນ​ເຂດ Silwan ທາງ
​ພາກຕາ​ເວັນ​ອອກ​ຂອງນະຄອນ Jerusalem ໄດ້ປະປ່ອຍ​ໃຫ້​
ຫ້ອງ​ຕ່າງໆ​ເຕັມ​ໄປ​ດ້ວຍ​ຊາກ​ເພພັງ​ເທົ່າ​ນັ້ນ.

​ເຮືອນ​ຫລັງ​ດັ່ງກ່າວ ແມ່ນສາມາດມອງເຫັນ​ທິວ​ທັດຂອງ​ສະຖານ
ທີ່​ສັກສິດ ທີ່​ຮູ້​ກັນ​ສຳຫລັບຊາວ​ມຸສລີ​ມໃນຖານະວັດໃຫຍ່ al-
Aqsa ​ແລະ​ຊາວ​ຢິວ ຮູ້​ກັນໃນ ນາມ​ ວັດ TempleMount ບ່ອນ​ທີ່​ມີ​ການ​ປະ​ທະ​ກັນ ແລະ
​ການປະ​ທ້ວງເພີ້​ມ ທະວີ​ຂື້ນ ພ້ອມ​ດ້ວຍ​ຄວາມ​ເຄັ່ງ​ຕຶງຢູ່​ແຫ່ງ​ອຶ່ນໆ​ໃນລະຫວ່າງສອງສາມ
ເດືອນທີ່ຜ່ານ​ມານີ້.

ກຳລັງ​ຮັກສາ​ຄວາມປອດ​ໄພ ​ໄດ້​ປະຕິບັດ​ງານ ຫລັງຈາກ ນາຍົກລັດຖະມົນຕີ Benjamin
Netanyahu ​ໄດ້​ຮຽກຮ້ອງ​ໃຫ້ທຳລາຍ ​ເຮືອນ​ຊານຂອງຊາວ​ປາ​ແລສ​ໄຕ​ນ໌ສອງ​ຄົນ​ທີ່​ໄດ້
ສັງຫານ​ຫ້າ​ຄົນ​ຢູ່ວັດ​ຊາວຢິວໃນນະຄອນ Jerusalem ​ໃນ​ວັນ​ອັງຄານ​ວານນີ້. ທ່ານຍັງ​
ກ່າວວ່າ ການ​ທັບ​ມ້າງ​ທີ່​ພົວພັນ​ກັບ​ການ​ໂຈມ​ຕີຄັ້ງ​ກ່ອນ​ໆນັ້ນ ຄວນຈະ​ຕ້ອງ​ເລັ່ງລັດໃຫ້
ໄວຂຶ້ນ.

ອົງການນິລະໂທດກຳສາກົນ ​ໄດ້​ຕິ​ຕຽນ​ກົນລະຍຸດດັ່ງກ່າວ ​ໂດຍ​ຮ້ອງ​ວ່າ “​ເປັນ​ການ​ລົງ
​ໂທດ​ຮວມ” ຕໍ່ບັນດາຄອບຄົວ​ຂອງ​ຜູ້​ຕ້ອງ​ສົງ​ໄສ ຊຶ່ງຜິດ​ຕໍ່ກົດໝາຍ​ນາໆ​ຊາດ.

ອົງການນິລະໂທດກຳສາກົນ ຍັງ​ປະນາມ ບັນດາ​ຜູ້​ຊາຍ​ທີ່ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີວັດ
​ຂອງ​ຊາວ​ຢີວ ​ໃນ​ວັນ​ອັງຄານວານນີ້ ທີ່​ສະ​ແດງ​ໃຫ້​ເຫັນວ່າ “ໝິ່ນປະໝາດ ຢ່າງຮ້າຍແຮງ
ຕໍ່ຫລັກການພື້ນຖານຂອງມະນຸດຊາດ.”

ເບິ່ງວີດີໂອກ່ຽວຂ້ອງ:

Palestinians Kill 4 in Attack on Jerusalem Synagogue
please wait

No media source currently available

0:00 0:02:33 0:00

XS
SM
MD
LG