ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ຮຽກ​ຮ້ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃຫ້​ກ່າວ​ປະ​ນາມ "ອາ​ຊະ​ຍາ​ກຳ​ສົງ​ຄາມ" ຂອງ​ກຸ່ມ ຮາ​ມາ​ສ


ທ່ານ ກີ​ລາດ ເອີ​ດານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິ​ສ​ຣາ​ແອ​ລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 5 ມັງ​ກອນ, 2023.
ທ່ານ ກີ​ລາດ ເອີ​ດານ, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິ​ສ​ຣາ​ແອ​ລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 5 ມັງ​ກອນ, 2023.

ເອກ​ອັກ​ຄະ​ລັດ​ຖະ​ທູດ ອິສ​ຣາ​ແອ​ລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ກ່າວ​ປະ​ນາມ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ອາ​ຊະ​ຍາ​ກຳ​ສົງ​ຄາມ​ຂອງ​ກຸ່ມ​ຮາ​ມາ​ສ ຕໍ່​ປະ​ຊາ​ຊົນ ອິ​ສ​ຣາ​ແອ​ລ.

ທ່ານ ກີ​ລາດ ເອີ​ດານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ອິ​ສ​ຣາ​ແອ​ລ ມີ​ຄວາມ​ຮຽກ​ຮ້ອງ​ອັນ​ດຽວ. ອາ​ຊະ​ຍາ​ກຳ​ສົງ​ຄາ​ມ​ຂອງ​ກຸ່ມ ຮາ​ມາ​ສ ຕ້ອງ​ຖືກ​ກ່າວ​ປະ​ນາມ​ຢ່າງ​ຈະ​ແຈ້ງ. ຄວາມ​ໂຫດ​ຮ້າຍ​ທີ່ບໍ່​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ນີ້​ຕ້ອງ​ຖືກ​ກ່າວ​ປະ​ນາມ. ອິ​ສ​ຣາ​ແອ​ລ ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງວ່ອງ​ໄວ​ເພື່​ອ​ປ້ອງ​ກັນ​ຕົນ​ເອງ.”

ທ່ານ​ໄດ້​ກ່າວ​ກ່ອນກອງ​ປະ​ຊຸມ​ປິດ​ລັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ 15 ປະ​ເທດ, ເຊິ່ງ​ໄດ້​ເລີ່ມ​ຂຶ້ນຫຼັງ​ຈາກ​ການ​ໂຈມ​ຕີ​ຢ່າງ​ໂຫດ​ຮ້າຍ​ແບບບໍ່​ໄດ້​ຄາດ​ຄິດ​ເມື່ອ​ຕອນ​ເຊົ້າ​ວັນ​ເສົາ​ທີ່​ຜ່ານ​ມາໂດຍ​ພວກ​ນັກ​ລົບ ຮາ​ມາ​ສ ໃສ່​ເມືອງ ແລະ ຕົວ​ເມືອງ​ຕ່າງໆ​ຂອງ ອິ​ສ​ຣາ​ແອ​ລ. ປະ​ຊາ​ຊົນ ອິ​ສ​ຣາ​ແອ​ລ ຫຼາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີ​ວິດ, ບາດ​ເຈັບ ແລະ ຖືກ​ລັກ​ພາ​ຕົວ​ໂດຍ​ກຸ່ມ​ກໍ່​ການ​ຮ້າຍດັ່ງ​ກ່າວ ໃນ​ສິ່ງ​ທີ່​ເອກ​ອັກ​ຄະ​ລັດ​ຖະ​ທິດ ເອີ​ດານ ໄດ້​ກ່າວ​ວ່າ​ເປັນ​ການ​ໂຈມ​ຕີທີ 11 ກັນ​ຍາ ຂອງ​ປະ​ເທດ​ຂອງ​ທ່ານ, ເຊິ່ງ​ເປັນ​ການ​ອ້າງເຖິງ​ການ​ໂຈມ​ຕີ​ຂອງ​ກຸ່​ມ​ກໍ່​ກາ​ນ​ຮ້າຍ ອາລ-ໄກ​ດາ ໃສ່ ສະ​ຫະ​ລັດ ໃນ​ປີ 2001 ທີ່​ໄດ້​ສັງ​ຫານ​ເກືອບ 3,000 ຄົນ.

ທ່ານ ເອີ​ດານ ໄດ້​ກ່າວ ກ່ຽວ​ກັບ ກຸ່ມ ຮາ​ມາ​ສ ​ເຊິ່ງ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ທຳ​ລາຍ ອິ​ສ​ຣາ​ແອ​ລ ວ່າ “ພວກ​ເຂົາ​ຈະ​ບໍ່​ຢຸດ​ຈົນ​ກວ່າ​ພວກ​ເຂົາ​ຈະ​ຄາດ​ຕະ​ກຳ​ພວກ​ເຮົາ​ແຕ່​ລະ​ຄົນ​ຈົນ​ໝົດ, ນີ້​ແມ່ນ​ແນ່ນອນ, ເປັນ​ຫຍັງ​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນນີ້​ຈຶ່ງ​ແມ່ນ​ວັນ​ທີ 11 ກັນ​ຍາ​ຂອງ ອິ​ສ​ຣາ​ແອ​ລ. ຈາກນີ້​ໄປ, ບໍ່​ມີ​ຫຍັງ​ຈະ​ເປັນ​ຄື​ທີ່​ມັນ​ເຄີຍ​ເປັນ. ຂ້າ​ພະ​ເຈົ້າ​ຂໍ​ສັນ​ຍາ​ທ່ານ​ໄວ້.”

ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ຕອບ​ໂຕ້​ຢ່າງວ່ອງ​ໄວ​ຕໍ່​ການ​ໂຈມ​ຕີ​ທີ່ບັນ​ດາ​ອົງ​ການ​ສືບ​ລັບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ປ້ອງ​ກັນ. ທ່ານ​ໄດ້​ກ່າວ​ວ່າ​ປະ​ເທດ​ຂອງ​ທ່ານ​ແມ່ນ​ກຳ​ລັງ​ເຂົ້າ​ສູ່​ສົງ​ຄາມ​ທີ່​ຍາວ​ນານ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ແນ​ເປົ້າ​ໃສ່​ຕຶກ​ຕ່າງໆ​ໃນ​ເຂດ ກາ​ຊາ ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ ຮາ​ມາ​ສ ແລະ ຊາວ​ ປາ​ແລັ​ສ​ໄຕ​ນ ຫຼາຍ​ຮ້ອຍ​ຄົນ​ມີ​ລາຍ​ງານ​ວ່າ​ໄດ້​ເສຍ​ຊີ​ວິດ​ໃນ​ 24 ຊົ່ວ​ໂມງ​ທຳ​ອິດ​ຂອງ​ການ​ແກ້​ແຄ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG