ສານອິສຣາແອລແຫ່ງນຶ່ງ ໄດ້ຕັດສິນວ່າ ອະດີດນາຍົກ
ລັດຖະມົນຕີ Ehud Olmert ວ່າ ມີຄວາມຜິດ ໃນຖານ
ຮັບສິນບົນໃນຄະດີ ທີ່ພົວພັນກັບໂຄງການພັດທະນາ
ໃນຕອນທີ່ທ່ານເປັນເຈົ້າຄອງນະຄອນ Jerusalem.
ສານໃນນະຄອນ Tel Aviv ໄດ້ອອກຄຳຕັດສິນດັ່ງກ່າວ
ໃນວັນຈັນມື້ນີ້. ທ່ານ Olmert ທີ່ຢູ່ໃນສານນຳຈະຮູ້ຕາມ
ພາຍຫລັງວ່າ ທ່ານຈະຖືກຕິດຄຸກຫລືບໍ່.
ຂໍ້ຫາຮັບສິນບົນນີ້ ແມ່ນພົວພັນກັບ ໂຄງການສ້າງເຮືອນ
Holyland ໃນນະຄອນ Jerusalem. ບັນດາໄອຍະການ
ກ່າວວ່າ ທ່ານ Olmert ແລະຄົນອຶ່ນໆ ໄດ້ຮັບເອົາສີນບົນ ຫລາຍຮ້ອຍພັນໂດລາ ແລກ
ປ່ຽນກັບການຊຸກຍູ້ໃຫ້ ໂຄງການນີ້ເກີດຂຶ້ນໄດ້.
ຄະດີດັ່ງກ່າວ ແມ່ນເປັນຄະດີສໍ້ລາດບັງຫລວງ ຕ້ານ ທ່ານ Olmert ອັນຫລ້າສຸດ.
ໃນປີ 2012 ສານໄດ້ຕັດສິນວ່າ ທ່ານມີຄວາມຜິດ ໃນຖານຊ່ວຍໃຫ້ອະດີດເພື່ອນຮ່ວມງານຂອງທ່ານຄົນນຶ່ງ ໄດ້ຮັບສັນຍາຫລາຍໆອັນ ຈາກລັດຖະບານ ໃນຂະນະທີ່ທ່ານເປັນ ລັດຖະມົນຕີ ການຄ້າແລະອຸດສາຫະກຳຂອງອິສຣາແອລ ຊຶ່ງທ່ານໄດ້ຖືກສັ່ງໃຫ້ເສຍຄ່າປັບໃໝ $18,000 ໂດລາ. ແລະຂ່າວນອງນັນກ່ຽວກັບເລື້ອງນີ້ ເຮັດໃຫ້ທ່ານຕ້ອງລາອອກຈາກ ຕຳແໜ່ງນາຍົກລັດຖະມົນຕີ ຫລັງຈາກໄດ້ດຳລົງຕຳແໜ່ງດັ່ງກ່າວ ຈາກປີ 2006 ຫາປີ 2008.