ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອິສຣາແອລ ຕັດສິນໂທດ ໜຸ່ມອິສຣາແອລ 2 ຄົນ ໃນການຄາດຕະກຳ ໜຸ່ມປາແລັສໄຕນ໌ ເມື່ອປີ 2014


ພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ມາ ເມື່ອວັນທີ 2 ກໍລະກົດ 2014 ແຈກຍາຍໂດຍຄອບຄົວ ຂອງທ້າວ Mohammed Abu Khdeir ຊາຍໜຸ່ມປາແລັສໄຕນ໌ ໄວ 16 ປີ ຜູ້ທີ່ຖືກໄຟເຜົາຈົນເສຍຊີວິດ ຫຼັງຈາກຖືກລັກຕົວໄປ.
ພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ມາ ເມື່ອວັນທີ 2 ກໍລະກົດ 2014 ແຈກຍາຍໂດຍຄອບຄົວ ຂອງທ້າວ Mohammed Abu Khdeir ຊາຍໜຸ່ມປາແລັສໄຕນ໌ ໄວ 16 ປີ ຜູ້ທີ່ຖືກໄຟເຜົາຈົນເສຍຊີວິດ ຫຼັງຈາກຖືກລັກຕົວໄປ.

ສານນະຄອນຫຼວງເຈຣູຊາແລັມ ໄດ້ຕັດສິນຄວາມຜິດ ຂອງຊາຍ
ໜຸ່ມອິສຣາແອລສອງຄົນ ໃນວັນເສົາຜ່ານມາ ສຳລັບການຄາດ
ຕະກຳ ຊາຍໜຸ່ມປາແລັສໄຕນ໌ ອາຍຸ 16 ປີ ເມື່ອປີກາຍນີ້ ຜູ້ທີ່ຖືກ
ໄຟເຜົາຈົນຕາຍ ຢູ່ໃນເຂດເຈຣູເຊແລັມຕາເວັນອອກ.

ສານດັ່ງກ່າວ ໄດ້ເລື່ອນການຕັດສິນຄວາມຜິດຂອງຕົນອອກໄປ
ສຳລັບຈຳເລີຍຄົນທີ 3 ໃນຄະດີ ຂອງ ທ້າວ Yosef Haim Ben
David ອາຍຸ 31 ປີ ຫຼັງຈາກທະນາຍຄວາມຂອງຜູ້ກ່ຽວ ໄດ້ຍື່ນ
ຄຳຮ້ອງປ້ອງກັນຖານຄວາມວິກົນຈິດ ໃນນາທີສຸດທ້າຍ.

ຊາຍໜຸ່ມທັງສອງ ແມ່ນມີກຳນົດ ຈະຖືກຕັດສິນລົງໂທດ ໃນເດືອນ
ມັງກອນປີໜ້ານີ້.

ທ້າວ Abu Khdeir ໄດ້ຖືກລັກຈັບຕົວໄປ ແລະ ຕໍ່ມາຖືກໄຟເຜົາຈົນເສຍຊີວິດ ຊຶ່ງເປັນ
ການລ້າງແຄນ ສຳລັບການລັກພາຕົວໄປ ແລະ ການຄາດຕະກຳໜຸ່ມນ້ອຍອິສຣາແອລ
ສາມຄົນ. ພໍ່ຂອງທ້າວ Khdeir ໄດ້ປະນາມການຕັດສິນຂອງສານ ໃນວັນຈັນມື້ນີ້.

ການຄາດຕະກຳດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງ ຂອງການໂຈມຕີຕອບໂຕ້ກັບໄປກັບມາ
ລະຫວ່າງສອງຝ່າຍ ທີ່ນຳໄປສູ່ ສົງຄາມ 50 ມື້ ຢູ່ໃນເຂດຊ່ອງແຄບ Gaza ທີ່ໄດ້ສັງຫານ
ປະຊາຊົນປາແລັສໄຕນ໌ໄປຫຼາຍກວ່າ 2,200 ຄົນ ໂດຍສ່ວນໃຫຍ່ແມ່ນພົນລະເຮືອນນັ້ນ.

XS
SM
MD
LG