ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອິ​ສ​ຣາ​ແອ​ລ​ ສ​ັ່ງ​ໃຫ້​ຊາວ​ປາ​ແລ​ັ​ສ​ໄຕ​ນ໌ ອອກ​ຈາກ 4 ເມືອງ ໃນ​ເຂດ​ກາ​ຊາ​ໃຕ້


ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍໃນ​ເຂດ​ກາ​ຊາ ຂະ​ນະ​ທີ່​ເບິ່ງ​ໄປ​ຈາກ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 16 ພະ​ຈິກ 2023.
ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍໃນ​ເຂດ​ກາ​ຊາ ຂະ​ນະ​ທີ່​ເບິ່ງ​ໄປ​ຈາກ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 16 ພະ​ຈິກ 2023.

ອິ​ສ​ຣາ​ແອ​ລ​ໄດ້​ສັ່ງ​ໃຫ້​ຊາວ​ປ​າ​ແລັ​ສ​ໄຕ​ນ໌ ອອກ​ຈາກ 4 ເມືອງ​ໃນພາກ​ໃຕ້​ຂ​ດ​ກາ​ຊາ ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ໃຫ້​ສັນ​ຍາ ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຂະ​ຫຍາຍ​ການ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ໄປ​ສູ່​ເຂດ​ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລ​ໄດ້​ບອກ​ໃຫ້​ຜູ້​ຄົນ​ຊາບ​ວ່າ​ມັນ​ເປັນ​ເຂດ​ທີ່​ປອດ​ໄພ.

ອິ​ສ​ຣາ​ແອ​ລ​ໄດ້ຖິ້ມ​ໃບ​ປິວ​ຈາກ​ເຮືອ​ບິນ​ເມື່ອ​ຄືນ​ແລ້ວ ແຈ້ງ​ໃຫ້​ພວກ​ພົນ​ລະ​ເຮືອນ​ອອກ​ໄປ​ຈາກ​ເມືອງ​ບາ​ນີ ຊູ​ຮາຍ​ລາ ຄູ​ຊາ ອາ​ບາ​ສ​ຊານ ແລະ​ກາ​ຣາ​ຣາ ທີ່​ຕັ້ງ​ຢູ່​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ​ຄານ​ຢູ​ນິ​ສ ຊຶ່ງ​ເປັນ​ຫົວ​ເມືອງ​ສຳ​ຄັນ​ສຸດ​ໃນ​ພາກ​ໃຕ້​ເຂດ​ກາ​ຊາ.

ໃບ​ປິວ​ກ່າວ​ວ່າ “ເພື່ອ​ຄວາມ​ປອດ​ໄພ​ຂອ​ງ​ທ່ານ​ ທ່ານ​ຕ້ອງ​ຍົກ​ຍ້າຍ​ອອກໄປ​ຈາກ​ບ່ອນ​ຢູ່​ຂອງ​ທ່ານ​ໃນ​ທັນ​ທີແລະ​ມຸ່ງ​ໜ້າ​ໄປ​ຍັງ​ບ່ອນ​ຫຼົບ​ໄພ​ທີ່​ຮູ້​ຈັກ​ໃນ​ທັນ​ທີ. ຜູ້​ໃດ​ກໍ ທີ່​ຢູ່​ໃກ້​ພວກ​ກໍ່​ການ​ຮ້າຍ ​ຫຼື​ທີ່​ຕັ້ງ​ຂອງ​ພວກ​ເຂົາ ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ແລະ​ເຮືອນ​ທຸກໆ​ຫຼັງ​ທີ່​ຖືກ​ໃຊ້​ໂດຍ​ພວກ​ກໍ່​ການ​ຮ້າຍ ຈະ​ຕົກ​ເປັນ​ເປົ້າ​ໝາຍ.

ປະ​ຊາ​ຊົນ​ຢູ່​ໃນ​ຂົງ​ເຂດ ​ກ່າວ​ວ່າ ມີ​ການ​ໂຈມ​ຕີ​ຖິ້ມ​ລະ​ເບີດ​ຢ່າງ​ໜັກ ເມື່ອ​ຄືນ​ທີ່​ແລ້ວ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ກອງ​ທັບ​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ຕົນ​ໄດ້​ພົບ​ສົບ​ຂອງ​ນາງ​ເຢ​ຮູ​ດິດ ວາຍ​ສ໌ (Yehudit Weiss) ນຶ່ງ​ໃນ​ໂຕ​ປະ​ກັນ 240 ຄົນ​ທີ່​ຖືກ​ກຸ່ມ​ຮາ​ມາ​ສ​ຈັບ​ໂຕ​ໄປ ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ ຕໍ່​ປະ​ເທດ​ອິ​ສ​ຣາ​ແອ​ລ. ກອງ​ທັບ​ກ່າວ​ວ່າ ຕົນ​ໄດ້​ພົບ​ສົບ​ຂອງ​ນາງ​ໃກ້ໆ​ກັບ​ໂຮງ​ໝໍ​ຊີ​ຟາ ໃນ​ເມືອງ​ກາ​ຊາ.

ແມ່​ຍິງ​ອາ​ຍຸ 65 ປີ​ຄົນ​ນຶ່ງ ເປັນ​ແມ່​ຂອງ​ພວກ​ລູກໆ 5 ຄົນ ແລະ​ໄດ້​ຖືກ​ຈັບ​ໂຕ​ໄປ​ຈາກ​ກິບ​ບຸ​ສ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ ​ຂອງ​ກຸ່ມ​ຮາ​ມາ​ສ. ສາ​ມາດ​ຂອງ​ນາງ ທ່ານ​ຊ​ມູ​ລິ​ກ ວາຍ​ສ໌ (Shmulik Weiss) ໄດ້​ຖືກ​ພົບ​ເຫັນ​ເສຍ​ຊີ​ວິດ​ຢູ່​ໃນ​ຫ້ອງລີ້​ໄພ​ຂອງ​ເຮືອນ​ເຂົາ​ເຈົ້າ.

ທະ​ຫານ​ອິ​ສ​ຣາ​ແອ​ລ​ຍັງ​ສືບ​ຕໍ່​ຊອກ​ຄົ້ນ​ຫາ​ຢູ່​ທີ່​ໂຮງ​ໝໍ​ຊີ​ຟາ ຊຶ່ງ​ພວກ​ທະ​ຫານ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ມື້​ວັນ​ພຸດ ໂດຍ​ເຊື່ອ​ວ່າ​ມັນ​ເປັນ​ກອງ​ບັນ​ຊາ​ການ​ຂອງ​ກຸ່ມ​ຮາ​ມາ​ສ. ອິ​ສ​ຣາ​ແອ​ລ​ໄດ້​ນຳ​ເອົາ​ອາ​ວຸດ ​ອອກ​ມາ​ສະ​ແດງ ທີ່​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ໄດ້​ພົບ​ເຫັນ​ຢູ່​ໃນ​ໂຮງ​ໝໍ ແຕ່​ກຸ່ມ​ຮາ​ມາ​ສ​ກ່າວ​ວ່າ ບໍ່​ໄດ້​ມີ​ການ​ພົບ​ອາ​ວຸດ​ຢູ່​ທີ່ນັ້ນ​ເລີຍ.

ກ​ອງ​ທັບ​ອິ​ສ​ຣາ​ແອ​ລ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ໃນ​ອັນ​ທີ່​ທາງກອງ​ທັບ​ກ່າວ​ວ່າ ໄດ້​ສະ​ແດງ​ໃຫ້​ເຫັນ​ ປາກ​ທາງ​ເຂົ້າ​ອຸ​ໂມງ ທີ່​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາ​ສໄດ້ນຳ​ໃຊ້ ທັງ​ຢູ່​ໃນ​ ແລະ​ຢູ​ນອກ​ໂຮງ​ໝໍ​ຊີ​ຟາ. ວີ​ດີ​ໂອ ຊຶ່ງ​ຍັງ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ພິ​ສູດ​ໃນ​ທັນ​ທີ​ເທື່ອນັ້ນ ສະ​ແດງ​ໃຫ້​ເຫັນ​ຮູ​ທີ່​ເລິກ​ລົງ​ໄປ​ຢູ່​ໃນ​ພື້ນ​ດິນ ທີ່​ຫ້ອມ​ລ້ອມ​ດ້ວຍ​ຊີ​ເມນ​ແລະ​ດິນ​ຊາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG