ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອ​ິ​ສ​ຣາ​ແອ​ລ ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ ຢູ່​ໂຮງ​ໝໍ ກາ​ຊາ ໃນ​ຂະ​ນະ​ທີ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຢຸດ​ຍິງ​ເພື່ອ​ມະ​ນຸດ​ສະ​ທຳ 'ຢ່າງ​ຮີບ​ດ່ວນ'


ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ ຫຼັງ​ຈາກ ອິ​ສ​ຣາ​ແອ​ລ ໂຈມ​ຕີ​ໃສ່​ເຂດ​ກາ​ຊາ, 16 ພະ​ຈິກ 2023.
ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ ຫຼັງ​ຈາກ ອິ​ສ​ຣາ​ແອ​ລ ໂຈມ​ຕີ​ໃສ່​ເຂດ​ກາ​ຊາ, 16 ພະ​ຈິກ 2023.

ທ​ະ​ຫານ ອິສ​ຣາ​ແອ​ລ ໄດ້​ສືບ​ຕໍ່​ການ​ປະ​ຕິ​ບັດ​ການ ​ຢູ່​ໃນ ແລະ ອ້ອມ​ໂຮງ​ໝໍ ຊີ​ຟາ ຂອງ ກາ​ຊາ, ເຊິ່ງ​ເຂົາ​ເຈົ້າ​ໄດ້​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້ ເພື່ອ​ຕາມ​ຫາ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ພຽງ​ບໍ່​ເທົ່າ​ໃດ​ນາ​ທີຫຼັງ​ຈາກ​ໄດ້​ເຕືອນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່ຽວ​ກັບ ການ​ປະ​ຕິ​ບັດການທີ່​ໃກ້​ຈະ​ເກີດ​ຂຶ້ນ​ນັ້ນ.

ກອງ​ກຳ​ລັງ​ປ້ອງ​ກັນ​ ອິ​ສ​ຣາ​ແອ​ລ ໄດ້​ອະ​ທິ​ບາຍ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ວ່າ “ແນ່ນອນ ແລະ ຖືກ​ຕັ້ງ​ເປົ້າ​ໄວ້.” ອິ​ສ​ຣາ​ແອ​ລ ກ່າວ​ວ່າ​ກຸ່ມ​ຮາ​ມາ​ສ​ໄດ້​ໃຊ້​ໂຮງ​ໝໍ​ເປັນ​ສູນ​ບັນ​ຊາ​ການ, ແລະ ຄົນ​ໄຂ້ ແລະ ພະ​ນັກ​ງານ​ຢູ່​ທີ່​ນັ້ນ​ເປັນ​ກັນ​ບັງ​ມະ​ນຸດ, ເຊິ່ງ​ແມ່ນ​ການ​ກ່າວ​ຫາ​ທີ່​ກຸ່ມ​ຮາ​ມາ​ສ ແລະ ພວກ​ເຈົ້າ​ໜ້າ​ທີ່​ສາ​ລະ​ນະ​ສຸກ ກາ​ຊາ ໄດ້​ປະ​ຕິ​ເສດ.

ອິ​ສ​ຣາ​ແອ​ລ ບໍ່​ໄດ້​ສະ​ໜອງ​ຮູບ ຫຼື ວິ​ດີ​ໂອ​ເພື່ອ​ສະ​ໜັບ​ສະໜູນການ​ກ່າວ​ອ້າງ​ຂອງ​ພວກ​ເຂົາ ກ່ຽວ​ກັບ ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ​ຢູ່​ໂຮງ​ໝໍ ຊີ​ຟາ, ແນວ​ໃດ​ກໍ່​ຕາມ​ເຂົາ​ເຈົ້າ​ໄດ້​ເຜີຍ​ແຜ່​ວິ​ດີ​ໂອ ກ່ຽວ​ກັບ ພວກ​ຫົວ​ຮຸນ​ແຮງ​ປະ​ຕິ​ບັດ​ການ​ໃນ​ໝູ່​ບ້ານ​ທີ່​ພັກ​ອາ​ໄສ ແລະ ຕ້ອງ​ຈະຫຼວດ ແລະ ອາ​ວຸດ​ຕ່າງໆ​ຢູ່​ໃກ້​ໂຮງ​ໝໍ ແລະ ວັດ​ອິ​ສ​ລາມ. ໂຮງ​ໝໍ​ຊີ​ຟາ ແມ່ນ​ໂຮງ​ໝໍ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂດ ກາ​ຊາ.

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ ເທດ​ຣອ​ສ ອ​າ​ດາ​ນອມ ເກ​ເບ​ຣ​ເຢ​ຊຸ​ສ, ໄດ້​ເອີ້ນ​ການ​ບຸກກວດ​ຄົ້ນ​ຂອງກອງ​ກຳ​ລັງ​ປ້ອງ​ກັນ ອິ​ສ​ຣາ​ແອ​ລ ຢູ່​ໂຮງ​ໝໍ ຊີ​ຟາ ວ່າ “ຮັບ​ບໍ່​ໄດ້​ຢ່າງ​ສິ້ນ​ເຊີງ.”

ທ່ານ ເທດ​ຣອ​ສ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນ ເຈ​ນີ​ວາ ປະ​ເທດ ສວິດ​ເຊີ​ແລນ ເມື່ອ​ວັນ​ພຸດ​ວານນີ້​ວ່າ “ໂຮງ​ໝໍ​ບໍ່​ແມ່ນ​ສະ​ໜາມ​ລົບ” ແລະ ຄົນ​ໄຂ້ ກັບ​ພະ​ນັກ​ງານ​ໃນ​ໂຮງ​ໝໍ​ຕ້ອງ​ຖືກ​ປົກ​ປ້ອງ ​ເຖິງ​ແມ່ນ​ວ່າ​ສະ​ຖານ​ທີ່​ດັ່ງ​ກ່າວ​ຈ​ະຖືກ​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ທາງ​ທະ​ຫານ​ກໍ່​ຕາມ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ຫາ​ກຸ່ມ​ຮາ​ມາ​ສ ກ່ຽວ​ກັບ ການ​ໃຊ້ໂຮງ​ໝໍ ຊີ​ຟາ ເປັນ​ສູ​ນ​ບັນ​ຊາ​ການ ເຊິ່ງ​ທ່ານ​ໄດ້​ເອີ້ນ​ວ່າ “ອາ​ຊະ​ຍາ​ກຳ​ສົງ​ຄາມ.”

ທ່ານ​ ໄບ​ເດັນ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ເມືອງ ວູດ​ຊາຍດ໌​, ລັດ​ຄາ​ລິ​ຟໍ​ເນຍ ວັນ​ພຸດ​ວານນີ້, ຫຼັງ​ຈາກ​ການ​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ ວ່າ “ເຈົ້າ​ມີ​ສະ​ຖາ​ນະ​ການ​ທີ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ຄັ້ງ​ທຳ​ອິດ​ຖືກ​ກະ​ທຳ​ໂດຍ​ກຸ່ມ​ຮາ​ມາ​ສ​ ດ້ວຍ​ການ​ມີ​ສຳ​ນັກ​ງານ​ໃຫຍ່​ຂອງ​ພວກ​ເຂົາ, ທະ​ຫານ​ຂອງ​ພວກ​ເຂົາ​ລີ້​ຢູ່​ໃຕ້​ໂຮງ​ໝໍ. ແລະ​ນັ້ນ​ແມ່ນ​ຂໍ້​ເທັດ​ຈິງ. ນັ້ນ​ແມ່ນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG