ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ສືບຕໍ່ໂຈມຕີ ທາງອາກາດ ຕໍ່ພວກຫົວຮຸນແຮງ ໃນເຂດ ກາຊາ (ວີດີໂອ)


ອິສຣາ​ແອ​ລ ກຳລັງບຸກ​ໂຈມ​ຕີ​ ຕໍ່​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ກາຊາ
​ເປັນ​ມື້​ທີ​ສາມ​ລຽນຕິດ ​ໂດຍ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງຮ້າຍ
ແຮງ ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຢຸດ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ​ມາ​ຈາກ​ເຂດ
​ກາ​ຊາ​ນັ້ນ.

ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ຖືກ​ເປົ້າ​ໝາຍ​ຫຼາຍ​ແຫ່ງໃນ​ວັນ​ພະຫັດ​
ມື້​ນີ້ ຮວມທັງ​ການ​ສັງຫານ​ຜູ້​ຄົນ ​3 ຄົນໃນ​ລົດ​ຄັນ​ນຶ່ງທີ່ເມືອງ Ga-
za ແລະ​ອີກ 8 ຄົນ​ໃນ​ອາຄານ​ຫຼັງ​ນຶ່ງ​ ໃນເມືອງ Khan Younis.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຕົນ ​ໄດ້​ຖືກ​ເປົ້າ
​ໝາຍ​ຫຼາຍ​ກວ່າ 300 ແຫ່ງ​ໃນ​ຄືນ​ຜ່ານ​ມາ ​ແລະ​ມາ​ຮອດ​ປັດຈຸບັນ ​ໄດ້​ຖືກ​ເປົ້າ​ໝາຍ 750 ​ແຫ່ງ​ແລ້ວ ນັບ​ແຕ່​ວັນ​ອັງຄານ​ແລ້ວນີ້​ ເປັນ​ຕົ້ນ​ມາ.ການ​ໂຈມ​ຕີ​ທາງ​ອາກາດ​ເຫຼົ່າ​ນີ້ ​ໄດ້​ສັງ ຫານ​ຊາວປາ​ແລ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 72 ຄົນ.

ພວກ​ຈະ​ຫຼວດທີ່​ຍິງ​ມາ​ຈາກ​ເຂດ​ກາຊາ ​ໄດ້​ຕົກ​ຖືກ​ຫຼາຍ​ໆເຂດ​ໃນ​ພາກ​ກາງ​ແລະ​ພາກ​ໃຕ້​
ຂອງ​ອິສຣາ​ແອ​ລ​ໂດຍ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ​ໃນ​ຂົງ​ເຂດ ​ແຕ່​ມາ​ຮອດ​ປັດ
ຈຸບັນ​ນີ້ຍັງບໍ່ມີ​ຜູ້ໃດ​ບາດ​ເຈັບ​ແລະ​ລົ້ມ​ຕາຍ​ເທື່ອ.

ກອງທັບ​ກ່າວ​ວ່າ ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ Iron Dome ຂອງ​ອິສຣາ​ແອ​ລ ສະກັດ​ກັ້ນ​ຢ່າງ​ໜ້ອຍ​ຈະ​ຫຼວດລູກ​ນຶ່ງ​ໄວ້​ໄດ້​ໃນ​ວັນ​ພະຫັດມື້​ນີ້ ທີ່​ຍິງ​ມາ​ໃສ່​ນະຄອນ Tel Aviv ຊຶ່ງ​
ເປັນ​ນຶ່ງ​ໃນ​ບັນດາ​ຫົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ອິສຣາ​ແອ​ລ ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ເຂດ​ກາຊາ​ໄປ​ທາງ​ທິດ​ເໜືອ​ປະມານ 60 ຫຼັກ​ກິ​ໂລ​ແມັດ​ນັ້ນ. ນອກ​ນັ້ນ ລະ​ບົບປ້ອງ​ກັນ​ດັ່ງກ່າວ ຍັງ​ສະ
ກັດ​ກັ້ນ​ລູກ​ຈະ​ຫຼວດອີກ​ລູກ​ນຶ່ງ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ດິນ​ແດນ​ຂອງ​ປາ​ແລ​ສ​ໄຕ​ນ໌
ນັ້ນ.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຈະ​ກ່າວ​ເລື້ອງ​ສະ ຖານະ​ການ​ດັ່ງ
ກ່າວ ​ຕໍ່​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ສະພາ​ຄວາມ​ໝັ້ນຄົງໃນ​ວັນ​ພະຫັດ​ມື້​ນີ້.

israelpalestinians10july14
please wait

No media source currently available

0:00 0:01:42 0:00

XS
SM
MD
LG